ສາເຫດທີ່ລັດວິສາຫະກິດໄຟຟ້າລາວ ຕ້ອງໄດ້ປະຕິຮູບ

0
819

ຫຼາຍປັດ​ໄຈ ເຮັດ​ໃຫ້​ໄຟ​ຟ້າ​ລາວ​ຂາດ​ທຶນ ຈຳ​ເປັນ​ຕ້ອງປະຕິຮູບ

ທ່ານ ຈັນທະບູນ ສຸກອາລຸນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບ ຄວາມຄືບໜ້າຂອງທິດທາງການປະຕິຮູບລັດວິສາຫະກິດ ໃນໄລຍະຜ່ານມາ ແລະ ທິດທາງແຕ່ນີ້ຫາທ້າຍປີ 2022 ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 22 ມິຖຸນາ ຜ່ານມາ. ທ່ານ ຈັນທະບູນ ສຸກອາລຸນ ໄດ້ຍົກໃຫ້ເຫັນເຖິງສາເຫດ ທີ່ລັດວິສາຫະກິດໄຟຟ້າລາວ ຕ້ອງໄດ້ປະຕິຮູບ ໂດຍສະເພາະໃນຖານະທີ່ທ່ານເປັນຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍໄດ້ກ່າວວ່າ:

ລັດ​ວິ​ສາ​ຫະ​ກິດໄຟຟ້າລາວ ເຖິງຈະເປັນບໍລິສັດຜູກຂາດຜູ້ດຽວ ໃນການຊື້ໄຟມາຂາຍໃນຂອບເຂດທົ່ວປະເທດ ຊຶ່ງຫຼັກການຜູກຂາດນີ້ໂດຍປົກກະຕິແລ້ວແມ່ນຈະມີຜົນກຳໄລ ຈະບໍ່ມີຂາດທຶນ ແລະ ບໍ່ມີໜີ້ ເພາະຄຳວ່າຜູກຂາດ ແມ່ນສາມາດກໍານົດລາຄາໄດ້ດ້ວຍ​ຕົນເອງ.

ແຕ່ໃນຄວາມເປັນຈິງແລ້ວ, ໄຟຟ້າ ແມ່ນພື້ນຖານໂຄງລ່າງຊະນິດໜຶ່ງ ທີ່ສະໜອງໃຫ້ກັບເສດຖະກິດ-ສັງຄົມ; ສະນັ້ນ, ​ຈຶ່ງບໍ່ສາມາດຈະຂຶ້ນລາຄາໄດ້ຕາມໃຈ. ຕົວຢ່າງ: ອັດຕາແລກປ່ຽນເງິນຕາຕ່າງປະເທດ ທີ່ເງິນກີບອ່ອນຄ່າແຮງຄືໃນໄລຍະນີ້ ໂດຍລາຍຮັບຂອງໄຟຟ້າລາວ ເປັນເງິນກີບ, ແຕ່ລາຍຈ່າຍເປັນເງິນຕາຕ່າງປະເທດທັງໝົດ (ຍົກເວັ້ນເງິນເດືອນ) ຊຶ່ງສະເພາະສ່ວນຕ່າງໃນອັດຕາແລກປ່ຽນ ກໍເຮັດໃຫ້ໄຟຟ້າລາວຂາດທຶນແລ້ວ.

ທ່ານຍັງ​ໄດ້ກ່າວວ່າ: ຍ້ອນພວກເຮົາຂາດທຶນ ຈຶ່ງຈຳ​ເປັນຕ້ອງໄດ້ມີການປະຕິຮູບ ຊຶ່ງໃນນີ້ ເຮົາຕ້ອງຄົ້ນຄວ້າວິເຄາະອອກມາຕື່ມວ່າ ສາເຫດທີ່ຂາດທຶນແມ່ນຍ້ອນອັນໃດແດ່, ຖ້າເປັນຍ້ອນການບໍລິຫານບໍ່ດີ ກໍຕ້ອງຍົກໃຫ້ເຫັນພາບ ວ່າບໍລິຫານຈຸດໃດບໍ່ດີ, ຖ້າເປັນຍ້ອນກົນໄກ ກໍໃຫ້ເຫັນວ່າກົນໄກອັນໃດເຮັດໃຫ້​ຂາດທຶນ. ຕົວຢ່າງ: ລາຍຮັບ-ລາຍຈ່າຍຂອງໄຟຟ້າລາວ ຊຶ່ງລາຍຮັບເກືອບ 99% ແມ່ນໄດ້ມາຈາກການຂາຍໄຟ, ສ່ວນລາຍຈ່າຍ ແມ່ນຕ້ອງໄດ້ເຂົ້າໃຈ ເຖິງວ່າປະເທດເຮົາຈະມີຫຼາຍເຂື່ອນ ເປັນໝໍ້ໄຟອາຊຽນ ແຕ່ຄວາມຈິງປະເທດເຮົາ ບໍ່ມີເຂື່ອນເປັນຂອງຕົນເອງ ເຮົາໄດ້ຊື້ໄຟຟ້າຈາກເຂື່ອນຕ່າງໆ, ໂຄງການຕ່າງໆ ແລ້ວມາຂາຍຕໍ່ ຊຶ່ງຕົ້ນທຶນໃນການຊື້ ກັບລາຍຮັບຈາກການຂາຍໄຟມັນບໍ່ສົມຄູ່ກັນ ເນື່ອງຈາກລາຍໄດ້ຂອງປະຊາກອນເຮົາ ຍັງຢູ່ໃນລະດັບຍັງຕໍ່າ ເປັນຕົ້ນເງິນເດືອນ ພະນັກງານ, ທະຫານ, ຕຳຫຼວດ ຖ້າຈະຂຶ້ນລາຄາໄຟຟ້າ ກໍຈະກະທົບຕໍ່ການດໍາລົງຊີວິດການເປັນຢູ່. ສະນັ້ນ, ລັດຖະບານ ໃນແຕ່ລະໄລ​ຍະ ຈຶ່ງ​ຕັ້ງລາຄາໄຟຟ້າຕໍ່າກວ່າຕົ້ນທຶນມາຕະຫຼອດ. ທ່ານ ຈັນທະບູນ ສຸກອາລຸນ ກ່າວຕື່ມວ່າ:

ເຖິງວ່າໃນໄລຍະກ່ອນໜ້າປີ 2020 ໄຟຟ້າລາວ ມີປະສິດທິຜົນ ກໍຍ້ອນເວລານັ້ນເຮົາມີເຂື່ອນນໍ້າງື່ມ 1 ເຮົາເກືອບວ່າບໍ່ມີໜີ້ ເພາະເຂື່ອນນໍ້າງື່ມໜຶ່ງສ້າງ​ມາແຕ່​ຊຸມປີ 1970 ຊຶ່ງໜີ້​ໄດ້ໝົດ​ລົງ​ແລ້ວ ຊຶ່ງ​ພວກເຮົາໄດ້​ກະ​ແສໄຟຟ້າຈາກ​ເຂື່ອນ​ແຫ່ງ​ນີ້​ມາ​ຊົ​ມ​ໃຊ້ ແຕ່ເວລານັ້ນການຊົມໄຟຟ້າ​ຍັງ​ມີ​ໜ້ອຍ ແລະ ສາມາດຈຸນເຈືອກັນໄດ້, ລັດຖະບານ ກໍຍັງມີຄວາມສາມາດຖົມຂຸມໄດ້; ແຕ່ມາຮອດປັດຈຸບັນນີ້, ການຊົມໃຊ້ໄຟຟ້າມີຫຼາຍຂຶ້ນ ແລະ ລັດຖະບານ ບໍ່ສາມາດຖົມຂຸມໄດ້ ບວກກັບນະໂຍບາຍຂອງພັກ-ລັດ ທີ່ຢາກໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ບໍ່ວ່າຢູ່ໃນເມືອງ ຫຼື ຊົນນະບົດໄດ້ມີໄຟຟ້າ​ຊົມໃຊ້ ເຮັດໃຫ້ການຂະຫຍາຍຕາໜ່າງໄຟຟ້າ ມີຄວາມຈຳເປັນ, ການສ້າງສາຍສົ່ງ, ສ້າງສະຖານີແຮງສູງຕ່າງໆ ກໍຈຳເປັນ ຊຶ່ງສິ່ງ​ດັ່ງ​ກ່າວ​ນີ້ ເປັນຕົ້ນທຶນອັນໜຶ່ງ ລວມທັງການກູ້ຢືມ ລວມທັງຕົ້ນທຶນໃນການຄຸ້ມຄອງບໍລິຫານຈັດການ ທັງໝົດນີ້ເປັນປະເດັນຫຼັກ​ທີ່ຈະຕ້ອງໄດ້ຄົ້ນຄິດ​ຢ່າງ​ຖີ່​ຖ້ວນ ເພື່ອ​ປະ​ຕິ​ຮູບ​ໃຫ້​ດີ​ຂຶ້ນ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here