ຕົ້ນປີ 2022 ແຂວງໄຊສົມບູນຈັດເກັບລາຍຮັບໄດ້ 214 ຕື້ກີບ

0
763

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ, ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 6 ກໍລະກົດ 2022 ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ຊຶ່ງຍັງມີຄວາມຫຍຸ້ງຍາກ, ແລະ ເປັນແຂວງທຸກຍາກ, ທັງມີຄວາມຕ້ອງການທຶນຮອນໃນການພັດທະນາ ແລະ ການສະໜັບສະໜູນຈາກທຸກພາກສ່ວນ.

ທ່ານ ທັນຕາ ກອງຜາລີ ໄດ້ກ່າວວ່າ: ຜ່ານການຕິດຕາມກວດກາ 6 ເດືອນຕົ້ນປີ 2022 ເຫັນໄດ້ວ່າອົງການປົກຄອງແຂວງ ໄດ້ເອົາ ໃຈໃສ່ໃນການປະຕິບັດວຽກງານຮອບດ້ານ ຕາມພາລະບົດບາດ ສິດ-ໜ້າທີ່ ໂດຍສະເພາະການຄຸ້ມຄອງບໍ ລິຫານລັດ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ເຊິ່ງຢູ່ໃນທ່າມກາງຄວາມຫຍຸ້ງຍາກຫລາຍດ້ານ ກໍຄືຜົນກະທົບຈາກສະພາບການຂອງໂລກ ແລະ ສະພາບການພາຍໃນຂອງປະເທດເຮົາ ເປັນຕົ້ນ:

ບັນຫາອັດຕາເງິນເຟີ້, ອັດຕາແລກປ່ຽນ, ນ້ຳມັນແພງ, ລາຄາສິນຄ້າ-ການບໍລິການ ເພີ່ມຂື້ນສູງແບບກ້າວກະໂດດ ແລະ ຕໍ່ເນື່ອງ. ເຖິງຢ່າງໃດກໍຕາມ ອົງການປົກຄອງແຂວງ ໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ຕິດພັນກັບດໍາລັດ 414/ລບ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ຂອງແຂວງ ເຫັນໄດ້ອັນພົ້ນເດັ່ນ ເປັນຕົ້ນ ໂຄງການທົດລອງຂຸດຄົ້ນແຮ່ເຫລັກເພື່ອສົ່ງອອກ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ SMEs. ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2022 ແຂວງໄຊສົມບູນ ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 214,22 ຕື້ກີບ, ເທົ່າກັບ 38,39% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 27,40%, ລາຍຈ່າຍ ປະຕິ ບັດໄດ້ 105.91 ຕື້ກີບ, ເທົ່າກັບ 29,31% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫລຸດລົງ 20,74%; ສ່ວນບ້ວງລົງທຶນຂອງລັດໄດ້ຮັບອະນຸມັດທຶນ ທັງໝົດ 162.615 ຕື້ກີບ, ໃນນີ້: ສູນກາງອະນຸ ມັດ 46 ໂຄງການ, ມູນຄ່າ 151.162 ຕື້ກີບ (ສະພາແຫ່ງຊາດຮັບຮອງແລ້ວ); ແຂວງອະນຸມັດ 137 ໂຄງການ, ມູນຄ່າ 11.452 ຕື້ກີບ (ກຳລັງກະກຽມສະເໜີສະພາປະຊາຊົນແຂວງຮັບຮອງ).ໃນນາມ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ຍັງມີບາງຂໍ້ສະເໜີໃຫ້ລັດຖະບານຊ່ວຍປັບປຸງແກ້ໄຂ ຄື:

ຊຸກຍູ້ຂະແໜງການກ່ຽວຂ້ອງ ໃຫ້ການຮ່ວມມືຈັດຕັ້ງປະຕິບັດ ດຳລັດ 414/ລບ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ ແຂວງໄຊສົມບູນ; ຊຸກຍູ້, ສົ່ງເສີມການຜະລິດເພື່ອສົ່ງອອກ ເປັນຕົ້ນ ການຜະລິດສິນຄ້າກະສິກຳ-ຫັດຖະກຳ ປະຈຳທ້ອງຖິ່ນ, ການທ່ອງທ່ຽວທຳມະຊາດ ແລະ ວັດທະນາທຳ ໃນຂອບເຂດທົ່ວແຂວງ; ຊຸກຍູ້ການຜະລິດສິນຄ້າທົດແທນການນໍາເຂົ້າ ທີ່ແຂວງມີທ່າແຮງ ແລະ ມີໜໍ່ແໜງ ເປັນຕົ້ນ ການປຸງແຕ່ງກະສິກຳ, ການຜະລິດເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ເພື່ອຮັບໃຊ້ການຜະລິດ ແລະ ການດໍາລົງຊີວິດປະຈໍາວັນ; ຊຸກຍູ້ການ ພັດທະນາແຫລ່ງທ່ອງທ່ຽວ ຕາມທິດສີຂຽວ ແລະ ຍືນຍົງ ຕາມແຜນພັດທະນາຂອງແຂວງ; ຊຸກຍູ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ ຈຳນວນໜຶ່ງ ເປັນຕົ້ນ ໂຄງການປັບປຸງຍົກລະດັບທາງປູຢາງສອງຊັ້ນ ເສັ້ນທາງຫລວງແຫ່ງຊາດ 5B ແຕ່ຂົວນໍ້າຍອນ ຫາ ບ້ານນາໄຊສະຫວ່າງ ເຂດແດນແຂວງວຽງຈັນ, ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ແຕ່ສາມແຍກພູຄຳ-ລ້ອງແຈ້ງ-ຊຳທອງ-ຊາຍແດນແຂວງຊຽງຂວາງ, ໂຄງການກໍ່ສ້າງເສັ້ນທາງ ແຕ່ບ້ານຜາລະແວກ-ນໍ້າປຸ່ງ-ບ້ານພູກະທະ, ເສັ້ນທາງທະລຸໄປຫາເຂດຈຸມສຸມພັດທະນາ ແລະ ເຂດການຜະລິດພາຍໃນແຂວງ, ເສັ້ນທາງປູຢາງ ແຕ່ເມືອງທ່າບົກ ໄປຫາ ເມືອງລ້ອງຊານ ແລະ ໂຄງການກໍ່ສ້າງລະບົບນໍ້າປະປາ ຢູ່ ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ; ຊຸກຍູ້ການພັດທະນາດ້ານການສຶກສາ, ສາ ທາລະນະສຸກ, ພັດທະນາສີມືແຮງງານ ໃນສາຂາວິຊາຊີບຕ່າງໆໃຫ້ຊາວໜຸ່ມມີວຽກເຮັດງານທຳ, ສ້າງລາຍໄດ້ແກ້ໄຂຄວາມທຸກຍາກ; ຕິດຕາມແກ້ໄຂຜົນກະທົບດ້ານທຳມະຊາດ ແລະ ສັງຄົມ ຈາກໂຄງການຂຸດຄົ້ນແຮ່ທາດ ຈຳນວນໜຶ່ງ ທີ່ບໍ່ທັນປະຕິບັດຕາມມາດຕະຖານເຕັກນິກ, ຂັ້ນຕອນຂອງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here