ເຂົ້າຍື່ນສານຕາຕັ້ງຕໍ່ຜູ້ສຳເລັດຣາຊະການ ນິວຊີແລນ

0
615

ໃນວັນທີ 30 ມິຖຸນາ 2022, ທີ່ ນະຄອນຫຼວງເວວລິງຕັນ, ທ່ານ ສິນໃຈ ມະນີວັນ ໄດ້ສໍາເລັດການຍື່ນສານຕາຕັ້ງຕໍ່ພະນະທ່ານ ນາງ ແດມ ຊິນດີ ຄິໂຣ (Dame Cindy Kiro), ຜູ້ສຳເລັດຣາຊະການ ນິວຊີແລນ ເພື່ອດໍາເນີນລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ປະຈໍາ ປະເທດ ນິວຊີແລນ ໂດຍມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫຼວງແຄນເບີຣາ, ປະເທດ ອົດສະຕຣາລີ.

ໃນໂອກາດນີ້, ພະນະທ່ານ ນາງ ແດມ ຊິນດີ ຄິໂຣ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ສິນໃຈ ມະນີວັນ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ປະເທດ ນິວຊີແລນ. ທ່ານທູດ ສິນໃຈ ມະນີວັນ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊ ອັນປະເສີດຈາກ ພະນະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດຣາຊະການ ນິວຊີແລນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນແສນອົບອຸ່ນ ແລະ ການອໍານວຍຄວາມສະດວກຕ່າງໆ ໃນການຈັດພິທີຍື່ນສານຕາຕັ້ງໃຫ້ແກ່ທູດລາວໃນຄັ້ງນີ້.

ພ້ອມນີ້, ທ່ານທູດ ສິນໃຈ ມະນີວັນ ກໍ່ໄດ້ຕາງໜ້າໃຫ້ ລັດຖະ ບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄືປະຊາຊົນນິວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ຂົງ ເຂດ ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ກະສິກໍາປ່າໄມ້, ການທ່ອງທ່ຽວ, ການຄຸ້ມຄອງຊັບພະ ຍາກອນນໍ້າ ແລະ ນໍາໃຊ້ພະລັງງານທົດແທນ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອໃນຊຸມປີຕໍ່ໜ້າ. ພະນະທ່ານ ຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນນິວຊີແລນ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງກ່າວວ່າ ນິວຊີແລນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືທີ່ເໝາະສົມ ກັບ ສປປ ລາວ.

ພິທີຍື່ນສານຕາຕັ້ງຄັ້ງນີ້ ໄດ້ຈັດຂຶ້ນ ແລະ ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ສົມກຽດ. ສປປ ລາວ ແລະ ນິວຊີແລນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ນັບແຕ່ວັນທີ 07 ກຸມພາ 1963 ເປັນຕົ້ນມາ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here