ບໍ່ລອດ! ແກ້ງຄ້າຂາຍຢາເສບຕິດລາຍໃຫຍ່ ພ້ອມຂອງກາງ

0
735

ອີງຕາມກໍາລັງວິຊາສະເພາະ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຂົ້າຈັບຕົວຜູ້ຄ້າຂາຍຢາເສບຕິດ ກ່ອນ 1 ຄົນ ແລ້ວນໍາໄປສອບສວນຂະຫຍາຍຜົນ, ເຊິ່ງຜູ້ກ່ຽວໄດ້ຊັດທອດເຖິງຜູ້ຮ່ວມຂະບວນການອີກ 3 ຄົນ; ເຈົ້າຫນ້າທີ່ ຈຶ່ງເລັ່ງຕິດຕາມຊອກຄົ້ນຈັບກຸມ ແລະ ກວດຄົ້ນເຄຫະສະຖານພົບເຫັນຢາບ້າເກືອບ 6 ແສນເມັດ ແລະ ສິ່ງເສບຕິດທີ່ຜິດກົດຫມາຍອີກຫຼາຍລາຍການ ຈຶ່ງໄດ້ນໍາຕົວພວກກ່ຽວມາດໍາເນີນຄະດີ.

ພັທ ພົມມີ ແສນຈົງຮັກ ຫົວຫນ້າພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ໃຫ້ຮູ້ ໃນວັນທີ 29 ມິຖຸນາ 2022 ວ່າ: ພາຍຫຼັງໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າມີກຸ່ມຄົນຈໍານວນຫນຶ່ງເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ ເຂດເມືອງຈັນທະບູລີ, ຈາກນັ້ນ, ຈຶ່ງໄດ້ນໍາກໍາລັງວິຊາສະເພາະລົງຕິດຕາມ ເຫັນວ່າມີຂໍ້ມູນຫຼັກຖານ. ຮອດ ວັນທີ 10 ມິຖຸນາ 2022 ໄດ້ຈັບຕົວ ທ້າວ ວິລະພົນ ຫຼື ຜົນ ອາຍຸ 21 ປີ ຢູ່ບ້ານຊຽງຍືນ ເມືອງຈັນທະບຸລີ.

ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ຊື້-ຂາຍຢາບ້າ ມາແຕ່ປີ 2021 ຮ່ວມກັບ ທ້າວ ສຸກມີໄຊ ຫຼື ຕານ້ອຍ; ສະນັ້ນ, ມາຮອດວັນທີ 28 ມິຖນາ 2022 ຈຶ່ງໄດ້ເຂົ້າຈັບຕົວ ທ້າວ ສຸກມີໄຊ ອາຍຸ 36 ປີ ແລະ ນາງ ນິດ ອາຍຸ 32 ປີ ທັງສອງຢູ່ບ້ານຊໍາ ເກດ ເມືອງສີໂຄດຕະບອງ ນວ (ເປັນຜົວເມຍກັນ) ຢູ່ຮ້ານຄາຣາໂອເກະແຫ່ງຫນຶ່ງ ເຂດບ້ານນາໄຊ ເມືອງໄຊ ເສດຖາ.

ຈາກນັ້ນ, ຈຶ່ງຂໍຄໍາສັ່ງກວດຄົ້ນເຄຫະສະຖານ ຈາກອົງການໄອຍະການສານເຂດ III ແລ້ວໄດ້ສົມທົບ ກັບອໍານາດການປົກຄອງບ້ານຊໍາເກດ, ປກສ ກຸ່ມຫນອງບຶກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນ ເຄຫະ ສະຖານ ພົບເຫັນ ທ້າວ ຈ່ຽວ ຊ່າງເຫຼືອງ ອາຍຸ 36 ປີ, ເຊື້ອຊາດ, ສັນຊາດຫວຽດນາມ ແລະ ກວດພົບຢາບ້າ 299 ມັດ ແລະ 4 ຖົງນ້ອຍ ເທົ່າກັບ 598.690 ເມັດ, ເຄື່ອງປ້ໍາຢາບ້າ ຈໍານວນ 1 ເຄື່ອງ, ຢາໄອສ໌ 2 ຖົງ ໃຫຍ່, ສານເສບຕິດສີແດງ ຈໍານວນ 2 ຖົງໃຫຍ່, ສານເສບຕິດສີສົ້ມ ຈໍານວນ 1 ຖົງໃຫຍ່ ຈຶ່ງໄດ້ນໍາຕົວ ພວກກ່ຽວມາສອບສວນ.

ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ຢາບ້າທີ່ກວດພົບແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ເລີ່ມຄ້າຂາຍຢາບ້າ ມາແຕ່ປີ 2021 ຈົນເຖິງ ປັດຈຸບັນ, ທັງນີ້, ກອງບັນຊາການ ປກສ ເມືອງຈັນທະບູລີ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນຫາ ກຸ່ມແກ້ງຮ່ວມຂະບວນການ ມາດໍາເນີນຄະດີ.

ແຫຼ່ງຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here