ລັດຖະບານຫວຽດນາມ ປະດັບຫລຽນໄຊໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ

0
6292

ພິທີປະດັບຫລຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ຈັດຂຶ້ນ ຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2022, ທີ່ ຫໍປະຊຸມແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ, ມີບັນດາສະຫາຍການນໍາພັກ-ລັດຖະບານ, ພະນັກງານ, ທະຫານ, ຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍລາວ-ຫວຽດນາມ ເຂົ້າຮ່ວມ.ໃນພິທີ, ສະຫາຍ ຫວໍ ວັນ ເຖື້ອງ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະດັບຫລຽນໄຊ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ທັງໝົດ 11 ສະຫາຍ ຄື:

ຫລຽນໄຊດາວຄໍາ ໃຫ້ສະຫາຍ ພັນຄໍາ ວິພາວັນ ແລະສະຫາຍ ໄຊສົມພອນ ພົມວິຫານ; ປະດັບ ຫລຽນໄຊໂຮ່ຈິມິນໃຫ້ ສະຫາຍ ກິແກ້ວ ໄຂຄໍາພິທູນ, ສະຫາຍ ພົອ. ວິໄລ ຫລ້າຄໍາຟອງ, ສະຫາຍ ນາງ ສີໃສ ລືເດດມູນສອນ ແລະ ສະຫາຍ ສະເຫລີມໄຊ ກົມມະສິດ; ປະດັບຫລຽນໄຊເອກະລາດຊັ້ນ I ໃຫ້ສະຫາຍ ຄໍາພັນ ເຜີຍຍະວົງ, ສະຫາຍ ອານຸພາບ ຕຸນາລົມ, ສະຫາຍ ທອງສະລິດ ມັງໝໍ່ເມກ, ສະຫາຍ ນາງ ສູນທອນ ໄຊຍະຈັກ ແລະ ສະຫາຍ ນາງ ວຽງທອງ ສີພັນດອນ.

ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ບັນດາສະຫາຍທີ່ໄດ້ຮັບການປະດັບຫລຽນ ຂຶ້ນກ່າວຂອບໃຈ ໂດຍໄດ້ສະແດງຄວາມຮູ້ສຶກພາກພູມໃຈ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ອັນເຕັມໄປດ້ວຍຄວາມໝາຍອັນສູງສົ່ງ, ພິເສດ ແມ່ນການປະດັບຫລຽນໄຊສູງສຸດຂອງ ສສ ຫວຽດນາມ ມອບໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ສປປ ລາວ.ການທີ່ ພັກ-ລັດ ສສ ຫວຽດນາມ ໄດ້ຕົກລົງປະດັບຫລຽນໄຊໃຫ້ແກ່ ການນຳຂັ້ນສູງພັກ-ລັດ ຂອງ ສປປ ລາວ ໃນຄັ້ງນີ້, ຖືເປັນຂອງຂວັນອັນລ້ຳຄ່າ, ເປັນລາງວັນລະດັບສູງສຸດຂອງພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ມອບໃຫ້ ການນໍາພັກ-ລັດ ສປປ ລາວ ບໍ່ສະເພາະແຕ່ສ່ວນຕົວຂອງບັນດາສະຫາຍ ທີ່ໄດ້ຮັບການຍ້ອງຍໍເທົ່ານັ້ນ, ແຕ່ຍັງສະແດງເຖິງການຮັບຮູ້ອັນເລິກເຊິ່ງ ແລະ ຖືເປັນກຽດອັນສູງສົ່ງທີ່ມີຕໍ່ພັກ-ລັດ ແຫ່ງ ສປປ ລາວອີກດ້ວຍ.

ການໄດ້ຮັບການປະດັບຫລຽນໄຊສູງສຸດ, ເຊິ່ງເປັນຂອງຂວັນອັນລ້ຳຄ່າຂອງສະຫາຍຫວຽດນາມ ມອບໃຫ້ໃນຄັ້ງນີ້, ນອກຈາກເປັນກຽດສັກສີແລ້ວຍັງເປັນກຳລັງໃຈອັນໃຫຍ່ຫລວງ, ທັງຖືເປັນພັນທະຂອງຕົນຕໍ່ການສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບອັນມີມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການຖະນຸຖະໜອມ, ປົກປັກຮັກສາ ແລະ ເສີມຂະຫຍາຍ ຈະເລີນງອກງາມຕະຫລອດໄປ.

ປັດຈຸບັນ,ໃນຍຸກແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ມິດຕະພາບທີ່ມີມູນເຊື້ອ, ຄວາມສາມັກຄີພິເສດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ກາຍເປັນກົດເກນພາວະວິໄສ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ ໂດຍປະລິຍາຍໄປແລ້ວ, ພວກເຮົາມີແຕ່ຈະພ້ອມກັນຖະນຸຖະໜອມ, ບໍ່ໃຫ້ຈືດຈາງລົງຕາມການເວລາ, ແຕ່ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງທັງລວງກວ້າງ ແລະ ລວງເລິກ ໄວ້ໃຫ້ເຊັ່ນລູກ, ຫລານ, ເຫລັນ, ຫລ້ອນຂອງພວກເຮົາ ໄດ້ສືບຕໍ່ປົກປັກຮັກສາໄປຈົນເທົ້າກາລະນານ ແລະ ຈະບໍ່ໃຫ້ສັດຕູໂຕໃດມາມ້າງເພທໍາລາຍໄດ້.

ພ້ອມນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອຢ່າງໃຫຍ່ຫລວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການໃຫ້ແກ່ພາລະກິດປະຕິວັດຂອງ ປະຊາຊົນລາວຕະຫລອດມາ, ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ພ້ອມທັງ, ໄດ້ອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ຜູ້ມີກຽດສະຫງ່າ ຈົ່ງປະສົບຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ຫັນປະເທດເປັນປະເທດອຸດສາຫະກຳຕາມທິດທັນສະໄໝ ແລະ ໄດ້ອວຍພອນໄຊອັນປະເສີດ ໃຫ້ແກ່ ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ ແລະ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດ ໄປຍັງບັນດາສະຫາຍ ການນໍາ ຂອງ ພັກ ແລະ ລັດ ແຫ່ງ ສສ ຫວຽດນາມ.

ພ້ອມນີ້, ກໍໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ການໃຫ້ກຽດເຂົ້າຮ່ວມພິທີສໍາຄັນນີ້ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຄະນົງແກ່ນຕະຫລອດກາລະນານ. ພິທີປະດັບຫລຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ຢ່າງຍິງໃຫຍ່ສົມກຽດ ແລະ ມີຄວາມໝາຍລໍ້າຄ່າ, ໃນທ່າມກາງບັນຍາກາດທີ່ປະຊາຊົນສອງຊາດລາວ-ຫວຽດນາມກໍາລັງສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຢ່າງເປັນຂະບວນຟົດຟື້ນ ເພື່ອລະນຶກເຖິງສອງວັນສໍາຄັນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມຄົບຮອບ 45 ປີ.

ພາບ:ເກດສະໜາ ແລະ ຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here