ເມືອງໄຊສະຖານ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ

0
3004

ຕາມການລາຍງານຂອງ ກອງເລຂາຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງໃຫ້ຮູ້ວ່າໃນວັນທີ 13-14 ເດືອນກໍລະກົດ ປີ 2022 ນີ້ໄດ້ເກີດມີຝົນຕົກໜັກເຮັດໃຫ້ເກີດໄພນ້ຳຖ້ວມນາຂອງປະຊາຊົນ ຈຳນວນ 2 ບ້ານ ຄື: ບ້ານສາມັກຄີໄຊ ແລະ ບ້ານມີໄຊ, ມີດິນເຊາະເຈື່ອນທັບຖົມເສັ້ນທາງ1 ຈຸດເຮັດໃຫ້ການສັນຈອນໄປມາຕາມເສັ້ນທາງພົບຄວາມຫຍຸ້ງຍາກດັ່ງນັ້ນໃນວັນທີ່ 13 ເດືອນກໍລະກົດ ປີ 2022 ນີ້ທາງອົງການປົກຄອງເມືອງ ກໍ່ຄືທ່ານສີສະໝອນ ນາມວົງ ວ່າການເຈົ້າເມືອງ ແລະ ທ່ານໜູເກນ ພັນລັກ ວ່າການ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໄຊຍະບູລີ, ມີປະທານຄະນະກຳມະການຮັບຜິດຊອບປ້ອງກັນໄພພິບັດຂັ້ນເມືອງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ສົມທົບກັນລົງຕິດຕາມເກັບກຳຂໍ້ມູນບ້ານທີ່ຖຶກຜົນກະທົບຈາກໄພນ້ຳຖ້ວມນາ ແລະ ດິນເຊາະເຈື່ອນທັບຖົມເສັ້ນທາງດັ່ງກ່າວຢູ່ເມືອງໄຊສະຖານ,

ເຊີ່ງໃນນັ້ນມີບ້ານສາມັກຄີໄຊຖຶກຜົນກະທົບເສຍຫາຍຈາກນ້ຳຖ້ວມນາຈຳນວນ 30 ຄອບຄົວ, ເນື້ອທີ່ທຳການຜະລິດລວມທັງໝົດ26,99 ເຮັກຕ່າ,ເນື້ອທີ່ຖືກເສຍຫາຍຈາກນໍ້າຖ້ວມນາ 15,63 ເຮັກຕ່າ, ລວມມູນຄ່າເສຍຫາຍທັງໝົດ237,576,000 ກີບ, ບ້ານມີໄຊຖືກເສຍຫາຍຈາກນໍ້າຖ້ວມນາຈຳນວນ16 ຄອບຄົວ,ມີເນື້ອທີ່ທຳການຜະລິດ 10,62ເຮັກຕ່າ,ຖືກເສຍຫາຍຈຳນວນ 0,85 ເຮັກຕ່າ,ລວມມູນຄ່າເສຍຫາຍທັງໝົດ 12.920.000 ກີບ,

ຜ່ານການລົງເກັບກຳຂໍ້ມູນຕົວຈິງຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງໂດຍໄດ້ຮັບການຊີ້ນຳ-ນຳພາຈາກຄະນະພັກຂັ້ນເທິງລົງກວດກາຕົວຈິງຢູ່ນາທີ່ຖືກຜົນກະທົບແຕ່ລະຈຸດເຫັນວ່າອົງການປົກຄອງບ້ານ ແລະ ຄອບຄົວທີ່ຖືກເສຍຫາຍໄດ້ໃຫ້ການຮ່ວມມື ແລະ ລາຍງານຂໍ້ມູນຕາມຕົວຈິງຢ່າງຖຶກຕ້ອງ ແລະ ຍັງມີຂໍ້ຫຍຸ້ງຍາກໃນການລົງເກັບກຳຂໍ້ມູນໄພພິບັດທີ່ເກີດຂື້ນພາຍໃນບ້ານເປັນຕົ້ນແມ່ນຝົນຕົກໜັກບໍ່ເຊົາເຮັດໃຫ້ການເກັບກຳຂໍ້ມູນພົບຄວາມຫຍຸ້ງຍາກ,ແຕ່ເຖິງຢ່າງໃດກໍ່ຕາມທາງພັກລັດກໍ່ຄືອົງການປົກຄອງເມືອງໄຊສະຖານກໍ່ໄດ້ໃຫ້ຄວາມເປັນຫ່ວງເປັນໄຍນຳປະຊາຊົນຢ່າງໃກ້ຊິດຕິດແທດພ້ອມທີ່ຈະໃຫ້ການຊ່ວຍເຫຼືອບັນເທົາທຸກເລົ່ານີ້ເປັນຕົ້ນ.

ຂ່າວ: News.XBL

LEAVE A REPLY

Please enter your comment!
Please enter your name here