ເພື່ອສົ່ງເສີມການເດີນທາງ,​ ການບໍລິການດ້ານການທ່ອງທ່ຽວພາຍໃນ

0
1570

ເປີດ​ຄືນ​ ສາຍການບິນ ປາກເຊ​ -​ ໂຮ່ຈິມິນ -​ ປາກເຊ

ວັນທີ 19 ກໍລະກົດ 2022,​ ລັດວິສາຫະກິດການບິນລາວ ສາຂາ​ແຂວງຈໍາປາສັກ​ ໄດ້ຈັດພິທີຕ້ອນຮັບຜູ້ໂດຍສານສາຍຕ່າງປະເທດ ເສັ້ນທາງ ປາກເຊ​ -​ ໂຮ່ຈິມິນ​ – ປາກເຊ​.​ ​ເຂົ້າຮ່ວມ​ພິທີ ມີ​ ທ່ານ​ ສູນທະລັກ ນາມຜົນ ຫົວໜ້າ​ລັດວິສາຫະກິດການບິນລາວ ສາຂາແຂວງຈໍາປາສັກ,​ ທ່ານ​ ສົມພະໄທ ເກດມາລາ ຫົວໜ້າ​ຂະແໜງ​ທ່ອງທ່ຽວ​ ພະແນກ​ຖະແຫຼ່ງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ ແຂວງ​ ພ້ອມດ້ວຍພະນັກງານວິຊາການ ພ້ອມດ້ວຍເຈົ້າໜ້າທີ່ລັດວິສາຫະກິດການບິນລາວ​ ແລະ​ ໜ່ວຍງານທີ່ກ່ຽວຂ້ອງ​ ເຂົ້າຮ່ວມ.​

ລັດວິສາຫະກິດ ການບິນລາວ ໄດ້ເລີ່ມເປີດຄືນ ສາຍຕ່າງປະເທດ ທີ່ເດີນທາງເຂົ້າ​ – ອອກ ສະໜາມບິນສາກົນ ປາກເຊ ໂດຍສະເພາະ ເສັ້ນທາງ ປາກເຊ​ – ນະຄອນຫຼວງໂຮ່ຈິມິນ​ ສສ​ ຫວຽດນາມ​ – ປາກເຊ ເຊິ່ງຈະເປີດບໍລິການທຸກໆວັນຄານ ແລະ ວັນເສົາ,​ ລາຄາ ເລີ່ມຕົ້ນ​ ຢູ່ທີ່ 117 ໂດລາສະຫະລັດ/ຄົນ.​ ພ້ອມນີ້​ລັດວິສາຫະກິດການບິນລາວ ຍັງໄດ້ເປີດບໍລິການເດີນທາງ ເຂົ້າ​ – ອອກ​ ພາຍໃນປະເທດ ຄື: ເສັ້ນທາງ ປາກເຊ – ວຽງຈັນ – ປາກເຊ ເຊິ່ງບິນທຸກວັນ ອອກເວລາ 9:50 ໂມງ,​ ດ້ວຍເຮືອບິນ ແອຣ໌ບັດ.​

ທັງນີ້​ ​ກໍເພື່ອເປັນການໂຄສະນາ ແລະ​ ສົ່ງເສີມການເດີນທາງ,​ ການບໍລິການດ້ານການທ່ອງທ່ຽວພາຍໃນແຂວງຈໍາປາສັກໃຫ້ມີບັນຍາກາດ ແລະ​ ສີສັນ ພາຍຫຼັງທີ່ຜ່ານສະພາບການແຜ່ລະບາດ ຂອງພະຍາດໂຄວິດ​ 19. ຈອງປີ້ໄດ້ແລ້ວມື້ນີ້​ ທີ່ www.laoairlines.com ແລະ ແອັບ Lao Airlines, ຫ້ອງຂາຍປີ້ເຮືອບິນການບິນລາວ ແລະ ຕົວແທນຈໍາໜ່າຍປີ້ເຮືອບິນ.​

ສອບຖາມຂໍ້ມູນເພີ່ມເຕີມໂທ 031 212 252,​ 031 251 921, ວອສແອັບ +856 20 59 642 555

ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່ 𝐂𝐡𝐚𝐦𝐩𝐚𝐦𝐚𝐢 𝐍𝐞𝐰𝐬𝐩𝐚𝐩𝐞𝐫

LEAVE A REPLY

Please enter your comment!
Please enter your name here