ມ້າງຄະດີລັກຊັບຂອງພົນລະເມືອງ ໄດ້ 2 ເລື່ອງ ຈັບຕົວຜູ້ຮ່ວມຂະບວນ ການ ດຽວກັນໄດ້ 10 ຄົນ

0
3632

ຕາມການລາຍງານຂອງ ຄວາມສະຫງົບ ໃຫ້ຮູ້ວ່າ: ເຈົ້າຫນ້າທີ່ພະແນກຕໍາຫຼວດ ຫນ່ວຍງານສືບສວນ-ສອບສວນຄະດີອາຍາ ກອງບັນຊາການ ປກສ ເມືອງ ທ່າແຂກ ແຂວງຄໍາມ່ວນ ມ້າງຄະດີລັກຊັບຂອງພົນລະເມືອງ ໄດ້ 2 ເລື່ອງ ຈັບຕົວຜູ້ຮ່ວມຂະບວນ ການ ດຽວກັນໄດ້ 10 ຄົນ ຍິງ 1 ຄົນ ແລະ ສາມາດເກັບກູ້ລົດຈັກ ຄືນມາໄດ້ 15 ຄັນ ເພື່ອມອບຄືນ ໃຫ້ເຈົ້າຂອງ ເດີມ.

ພັຕ ຄໍາພວງ ເພຍຄໍາ ຮອງຫົວຫນ້າພະແນກຕໍາຫຼວດ ປກສ ເມືອງທ່າແຂກ ໃຫ້ຮູ້ໃນວັນທີ 18 ກໍລະ ກົດ 2022 ວ່າ: ລົດຈັກຈໍານວນດັ່ງກ່າວ, ເຈົ້າຫນ້າຕໍາຫຼວດວິຊາສະເພາະ ປກສ ເມືອງ ແມ່ນເກັບກູ້ຄືນມາ ໄດ້ຈາກຄະດີລັກຊັບຂອງພົນລະ ເມືອງ 2 ເລື່ອງ ທີ່ມ້າງໄດ້ໃນໄລ ຍະ 3 ເດືອນຜ່ານມາ, ໃນນີ້, ຄະດີ ເລື່ອງທີ 1: ເຈົ້າຫນ້າທີ່ສາມາດກັກຜູ້ຖືກຫາໄດ້ 4 ຄົນ ຍິງ 1 ຄົນ ໃນວັນ ທີ 28 ພຶດສະພາ 2022, ພ້ອມ ທັງ ເກັບກູ້ລົດຈັກທີ່ພວກກ່ຽວລັກໄປນັ້ນຄືນມາໄດ້ຈໍານວນ 8 ຄັນ; ຜ່ານການສອບສວນ ຈຶ່ງຮູ້ວ່າຜູ້ຖືກ ຫາຊື່ ທ້າວ ວິໄລກອນ ຫຼື ເລ້ ອາຍຸ 28 ປີ ຢູ່ບ້ານໂພນພີມ ເມືອງແຂກ, ນາງ ຕ່າຍ ແສງທອງ ອາຍຸ 25 ປີ, ປະຊາຊົນຢູ່ບ້ານສຸກສະຫວັນ ເມືອງທ່າແຂກ, ທ້າວ ນ້ອຍ ຫຼື ຖັງ ອາຍຸ 44 ປີ, ຢູ່ບ້ານໂພນພິມ ເມືອງທ່າ ແຂກ ແລະ ທ້າວຕຸ່ນ ອາຍຸ 21 ປີ, ຢູ່ບ້ານໂພນພິມ ເມືອງທ່າແຂກ.

ຄະດີເລື່ອງທີ 2: ຈັບຕົວຜູ້ຖືກ ຫາໄດ້ 6 ຄົນ, ເກັບກູ້ລົດຈັກຄືນມາ ໄດ້ ຈໍານວນ 7 ຄັນ, ຜູ້ຖືກຫາຊື່ ທ້າວ ນ໋ອດ ຫຼື ແກ້ວ ອາຍຸ 24 ປີ ຢູ່ບ້ານຄອນສົງ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ທ້າວ ສອນເພັດ ຫຼື ເຕີ່ງ ອາຍຸ 22 ປີ, ຢູ່ບ້ານແກ້ງເຫຼັກ ເມືອງຍົມມະລາດ, ທ້າວ ເຈມ ຫຼື ເລັກ ອາຍຸ 19 ປີ, ຢູ່ບ້ານປາກຸງ ເມືອງ ຍົມມະລາດ, ທ້າວ ໄຫມ ອາຍຸ 19 ປີ, ຢູ່ບ້ານແກ້ງເຫຼັກ ເມືອງຍົມມະລາດ, ທ້າວ ສາຍຍັນ ອາຍຸ 18 ປີ ຢູ່ ບ້ານແກ້ງຫຼັກ ເມືອງຍົມ ມະລາດ ແລະ ທ້າວ ເບັ້ນ ອາຍຸ 16 ປີ ຢູ່ບ້ານແກ້ງເຫຼັກ ເມືອງຍົມມະລາດ ແຂວງ ຄໍາມວນ.

ເຈົ້າຫນ້າທີ່ຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ, ຍັງສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການມາ ດໍາເນີນຄະດີຕາມລະບຽບກົດຫມາຍ, ສ່ວນຂອງກາງລົດຈັກຈໍານວນທີ່ເກັບກູ້ຄືນມາໄດ້ແມ່ນຈະໄດ້ມອບຄືນ ໃຫ້ເຈົ້າຂອງເດີມ ແລະ ສ່ວນຂອງກາງທີ່ຍັງເກັບກູ້ບໍ່ທັນໄດ້ເຈົ້າຫນ້າທີ່ຈະເລັ່ງສອບສວນ ແລະ ເກັບກູ້ຂອງ ກາງຄືນມາ ເພື່ອມອບຄືນໃຫ້ເຈົ້າຂອງເດີມ.

ຮູບຂ່າວ:

LEAVE A REPLY

Please enter your comment!
Please enter your name here