ຄ້າຂາຍຢາເສບຕິດ ແລະ ຢາໄອສ໌ ທັງຕິດຄຸກ ແລະ ຖືກປັບໃຫມ

0
6388

ນາງ ທິບພາພອນ ຫຼື ເປະ ອາຍຸ 33 ປີ ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຄື່ອນໄຫວຄ້າຂາຍຢາເສບຕິດ ແລະ ຢາໄອສ໌ ຖືກຄະນະສານອາຍາ ສານປະຊາຊົນນະຄອນ ຫຼວງວຽງຈັນ ຕັດສິນລົງໂທດຕັດອິດສະລະພາບ ຈໍາຄຸກ 5 ປີ ພ້ອມທັງປັບໃຫມ 10.000.000 ກີບ.

ຕາງຫນ້າອົງການໄອຍະການນະຄອນຫຼວງວຽງຈັນ ໄດ້ຜ່ານຄໍາຖະແຫຼງສໍານວນຄະດີໃຫ້ຮູ້ວ່າ: ນາງ ທິບ ພະພອນ ເຄີຍຖືກສານຕັດສິນລົງໂທດ ໃນຂໍ້ຫາການຄ້າຂາຍຢາເສບຕິດມາແລ້ວ 1 ຄັ້ງ, ເຊິ່ງສານໄດ້ຕັດສິນ ລົງໂທດ 8 ປີ, ມາຮອດໄລຍະເດືອນກັນຍາ 2019 ຜູ້ກ່ຽວປະຕິບັດໂທດຫມົດ ຈຶ່ງຖືກປ່ອຍຕົວອອກມາ; ຈາກນັ້ນ, ກໍໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດຕື່ມອີກ, ເຊິ່ງຢາບ້າທີ່ນໍາມາຂາຍແຕ່ລະຄັ້ງແມ່ນຊື້ນໍາໄວ ລຸ້ນບໍ່ຮູ້ຊື່ທີ່ຂາຍຢູ່ຮ້ານເກມເຂດບ້ານບໍ່ໂອ, ຜ່ານມາເຄີຍຊື້ຫຼາຍຄັ້ງໆລະ 200 ເມັດ, ເມື່ອໄດ້ຢາບ້າເເລ້ວກໍ ນໍາໄປຂາຍຕໍ່ໃຫ້ກັບ ທ້າວ ຕ້ອມ ອາຍຸ 30 ປີ (ບໍ່ຮູ້ທີ່ຢູ່) ແລະ ໄດ້ຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມຢາເສບຕິດຄັ້ງ ລະ10 ເມັດ; ສ່ວນສະຖານທີ່ຊື້-ຂາຍຢາບ້າແມ່ນຢູ່ຕໍ່ຫນ້າໂຮງງານຂ້າສັດເຂດບ້ານດອນດູ່.

ວັນທີ 13 ທັນວາ 2020, ເວລາ 20:00 ໂມງ ນາງ ທິບພະພອນ ໄດ້ໄປຊື້ຢາບ້ານໍາໄວຫນຸ່ມບໍ່ຮູ້ຊື້ ຢູ່ ຮ້ານເກມເຂດບ້ານບໍ່ໂອ ຈໍານວນ 30 ເມັດ ເເລະ ຢາໄອສ໌ 1 ຖົງນ້ອຍ ແລ້ວກໍນໍາຢາບ້າມາເສບເອງຈໍານວນ 4 ເມັດ, ສ່ວນຢາບ້າ ແລະ ຢາໄອສ໌ ທີ່ເຫຼືອຜູ້ກ່ຽວແມ່ນໄດ້ເອົາຊກເຊື່ອງໄວ້ໃນຫ້ອງນອນ ແລະ ມື້ຕໍ່ມາ, ຜູ້ກ່ຽວຈຶ່ງຖືກເຈົ້າຫນ້າທີ່ ຈັບຕົວ ແລະ ທໍາການກວດຄົ້ນຫ້ອງນອນພົບຂອງກາງຢາບ້າຈໍານວນ 26 ເມັດ ເເລະ ຢາໄອສ 1 ຖົງນ້ອຍ ໄປດໍາເນີນຄະດີ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນ, ຫຼັກຖານ ແລະ ເອກກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງ ລະອຽດ, ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ ມີຫຼັກຖານຮັດກຸມທີ່ຫນັກແຫນ້ນ ແລະ ພຽງພໍ ຢັ້ງຢືນວ່າ: ການກະທໍາຂອງຈໍາເລີຍ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ ແລະ ຢາໄອສ໌) ທີ່ແຕະຕ້ອງເຖິງສະຖຽນລະພາບທາງດ້ານເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີ ຄວາມສະຫງົບ ຕາມປະມວນກົດຫມາຍອາຍາ ມາດຕາ 315, ເຊິ່ງມັນສະແດງອອກຕາມບົດບັນທຶກຄໍາໃຫ້ ການຂອງຈໍາເລີຍ ທີ່ກ່າວມາຂ້າງເທິງນັ້ນ.

ນອກນັ້ນ, ຍັງເຫັນ ວ່າການກະທໍາຂອງ ນາງ ທິບພາພອນ ຫຼື ເປະ (ຈໍາເລີຍ) ເປັນການກະທໍາຜິດໂດຍວ່າ ຈໍາເລີຍ ຈົງໃຈເຄື່ອນ ໄຫວຄ້າຂາຍຢາເສບຕິດ (ຢາບ້າ ແລະ ຢາໄອສ໌) ທັງໆທີ່ຈໍາ ເລີຍກໍຮູ້ດີວ່າ ຢາເສບຕິດກົດຫມາຍຫ້າມຜະລິດ, ປຸງແຕ່ງ, ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາຫນ່າຍ, ນໍາເຂົ້າ, ສົ່ງອອກ ແລະ ຂົນສົ່ງໂດຍເດັດຂາດ. ພ້ອມນັ້ນ, ເຫັນວ່າ ຈໍາເລີຍ ມີສະຕິສໍາປະຊັນຍະສົມບຸນດີ, ບໍ່ເປັນບ້າ ເສຍຈິດ ແລະ ມີອາຍຸກະສຽນທາງອາຍາແລ້ວ ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານອາຍາສານ ປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງເຫັນຄວນຕັດສິນລົງໂທດຕັດອິດສະລະພາບຈໍາຄຸກຈໍາເລີຍ 5 ປີ ແລະ ປັບໃຫມ 10.000.000 ກີບ.

ຂ່າວ ແລະ ຮູບພາບ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here