ຈັດພິທີມອບ – ຮັບໃບຢັ້ງຢືນການເຂົ້າເປັນສະມາຊິກ ສໍານັກງານປົກປ້ອງເງິນຝາກ

0
907

ສກຈຮ ຈຳປາສັກ ຈຳກັດ ຈັດພິທີມອບ – ຮັບໃບຢັ້ງຢືນການເຂົ້າເປັນສະມາຊິກ ສໍານັກງານປົກປ້ອງເງິນຝາກ.

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາສັກ ຈຳກັດ (ສກຈຮ ຈຳປາສັກ) ໜຶ່ງໃນສະຖາບັນການເງິນທີ່ໄດ້ຮັບຄວາມໄວ້ວາງໃຈຈາກສັງຄົມ; ຕະຫຼອດໄລຍະ 7 ປີກວ່າແຫ່ງການດໍາເນີນທຸລະກິດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຕໍ່ເນື່ອງ ສາມາດເປີດໜ່ວຍບໍລິການຄວບຄຸມໄປທົ່ວ 4 ແຂວງພາກໃຕ້. ປັດຈຸບັນກໍາລັງວາງແຜນອອກຜະລິດຕະພັນເງິນຝາກປະຢັດຮູບແບບພິເສດທີມີຊື່ວ່າ “ເງິນຝາກປະຢັດ ດອກທະວີ”

ໃນວັນທີ 15 ກໍລະກົດ 2022 ທາງສະຖາບັນໄດ້ຈັດພິທີ ມອບ-ຮັບໃບຢັ້ງຢືນການເຂົ້າເປັນສະມາຊິກ ສໍານັກງານປົກປ້ອງເງິນຝາກ ຍົກລະດັບຄວາມໜ້າເຊື່ອຖືສູ່ສັງຄົມ.

ໂດຍຜູ້ອໍານວຍການສະຖາບັນກໍໄດ້ກ່າວວ່າ: ຕະຫລອດໄລຍະ 7 ປີກວ່າ ຫລັງຈາກໄດ້ຮັບອະນຸຍາດສ້າງຕັ້ງຢ່າງເປັນທາງການຈາກທະນາຄານແຫ່ງ ສປປ ລາວໃນວັນທີ 4 ມີນາ 2015 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈຳປາສັກ ຈຳກັດ ໄດ້ເລີ່ມໃຫ້ບໍລິການຢ່າງເປັນທາງການໃນວັນທີ 10 ມີນາ 2015 ແລະ ໄດ້ເອົາໃຈໃສ່ປະຕິບັດພາລະກິດຂອງຕົນຢ່າງຕັ້ງໜ້າ ໃນການຂະຫຍາຍການບໍລິການທາງການເງິນໄປສູ່ພາກສ່ວນທີ່ບໍ່ສາມາດເຂົ້າເຖິງການບໍລິການຂອງທະນາຄານ ໃຫ້ໄດ້ເຂົ້າເຖິງການບໍລິການການເງິນທີ່ເໝາະສົມ ໂດຍຮັບປະກັນການບໍລິການທີ່ເຂົ້າເຖິງງ່າຍ ແລະ ມີຈັນຍາບັນ ແນໃສ່ບັນລຸວິໄສທັດຂອງການເປັນສະຖາບັນການເງິນຈຸລະພາກທີ່ເຂົ້າໃຈວິຖີຊີວິດຂອງຄົນລາວ, ເຂົ້າເຖິງງ່າຍ ແລະ ມີຈັນຍາບັນ.

ການບໍລິການການເງິນຈຸລະພາກຂອງ ສກຈຮ ຈຳປາສັກ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ ຈົນກວມທັງ 10 ເມືອງຂອງແຂວງ ຈໍາປາສັກ ແລະ ແຂວງອ້ອມຂ້າງກໍໍຄືໄດ້ຮັບການອະນຸຍາດສ້າງຕັ້ງໜ່ວຍບໍລິການ 01 ແຫ່ງຢູ່ແຂວງສາລະວັນ ໃນວັນທີ 26 ມິຖຸນາ 2017, ໄດ້ຮັບການອະນຸຍາດສ້າງຕັ້ງໜ່ວຍບໍລິການແຂວງອັດຕະປືໃນວັນທີ 6 ທັນວາ ປີ 2018 ແລະ ໄດ້ຮັບການອະນຸຍາດສ້າງຕັ້ງໜ່ວຍບໍລິການ ແຂວງເຊກອງ ໃນວັນທີ 6 ມິຖຸນາ ປີ 2019

ໃນການເຄື່ອນໄຫວດຳເນີນທຸລະກິດໃນ 7 ປີຜ່ານມາ ສກຈຮ ຈໍາປາສັກກໍໄດ້ມີການສ້າງລາຍຮັບ ແລະ ກຳໄລເປັນກ້າວໆຈົນມາຮອດທ້າຍປີ 2021 ສກຈຮ ຈປສ ໄດ້ມີ:

  • ຍອດເຫລືອເງິນຝາກເທົ່າກັບ  321,610,071,541.19 ກີບ
  • ຍອດເຫລືອເງິນກູ້ເທົ່າ 334,470,410,600.01 ກີບ
  • ກຳໄລໃນປີເທົ່າກັບ 11,269,274,000.74 ກີບ
  • ໄດ້ແຈ້ງເສຍພັນທະອາກອນໃຫ້ລັດ ຈຳນວນ 2,769,421,380.00 ກີບ

ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າເງິນຝາກກໍຄືຜູ້ຄຸ້ມຄອງ ແລະ ສັງຄົມໂດຍລວມຕໍ່ການເຕີບໃຫຍ່ຂະ ຫຍາຍຕົວໃນການດຳເນີນທຸລະກິດການເງິນຈຸລະພາກ ເວົ້າລວມ, ເວົ້າສະເພາະກໍຄືການຮັບຝາກເງິນຈາກມວນຊົນບໍ່ວ່າຈະເປັນເງິນຝາກປະຢັດ ຫລື ຝາກມີກຳນົດ. ທາງຄະນະສະພາບໍລິຫານກໍຄືຄະນະອຳນວຍການໄດ້ມີຄວາມຕັດສິນໃຈສູງໃນການຍື່ນໜັງສືສະເໜີຂໍເຂົ້າເປັນສະມາຊິກຂອງສຳນັກງານປົກປ້ອງເງິນຝາກໃນວັນທີ 26 ຕຸລາ ປີ 2021 ຫລັງຈາກໄດ້ຜ່ານການຄົ້ນຄວ້າທັງທາງດ້ານນິຕິກໍາ, ເອກະສານລາຍງານກ່ຽວກັບຜົນການດຳເນີນງານໃນປີຜ່ານໆມາຢ່າງລະອຽດແລ້ວທາງສຳນັກງານປົກປ້ອງເງິນຝາກກໍໄດ້ອອກຂໍ້ຕົກລົງຮັບເອົາ ສກຈຮ ຈຳປາສັກ ເຂົ້າເປັນສະມາຊິກໃນວັນທີ 23 ທັນວາ 2021 ເຊິ່ງການຖືກຮັບເຂົ້າເປັນສະມາຊິກຂອງສຳນັກງານປົກປ້ອງເງິນຝາກເປັນສະຖາບັນການເງິນຈຸລະພາກແຫ່ງທໍາອິດໃນພາກໃຕ້. ຖືວ່າເປັນກຽດ ແລະ ສັກສີອັນຍິ່ງໃຫຍ່ຂອງພວກເຮົາເພາະມັນເປັນການຢັ້ງຢືນເຖິງຄວາມເຊື່ອໝັ້ນຂອງຂັ້ນເທິງທີ່ມີຕໍ່ຄວາມໝັັ້ນຄົງ ແລະ ຍືນຍົງຂອງສະຖາບັນການເງິນພວກເຮົາ ແລະ ເປັນການຢັ້ງຢືນຕໍ່ມວນຊົນເຖິງການຍຶດໝັ້ນດຳເນີນພາລະກິດເພື່ອບັນລຸວິໄສທັດຂອງອົງກອນຢ່າງມີຄວາມໂປ່ງໃສ ແລະ ມີຈັນຍາບັນ, ທ່ານ ຜູ້ອໍານວຍການກ່າວ.

ທ່ານ ຍັງກ່າວຕື່ມວ່າ: ໃນຕໍ່ໜ້າ, ສກຈຮ ຈຳປາສັກ ມີແຜນໃນການຂະຫຍາຍການບໍລິການໃຫ້ກວ້າງຂວາງກວ່າເກົ່າ ເພື່ອແນໃສ່ບໍລິການເງິນຝາກລູກຄ້າຢ່າງທົ່ວເຖິງໃນທຸກຂົງເຂດ ເປັນອົງກອນທີ່ສົ່ງເສີມການອອມເງິນໃຫ້ແກ່ມວນຊົນທີ່ມີລາຍໄດ້ໜ້ອຍ ໂດຍອອກແບບຜະລິດຕະພັນເງິນຝາກທີ່ເໝາະສົມກັບຮູບແບບລາຍຮັບເຊັ່ນ: ຜະລິດຕະພັນເງິນຝາກທະວີຊັບທີ່ເປັນຜະລິດຕະພັນເງິນຝາກມີກຳນົດທີ່ມີດອກເບ້ຍສູງສຸດເຖິງ 10,5% ຕໍ່ ປີ ແລະ ສາມາດຝາກເຂົ້າຕື່ມໄດ້ຢ່າງຕໍ່ເນື່ອງຕາມຄວາມຕ້ອງການໃນການອອມເງິນຂອງຜູ້ໃຊ້ບໍລິການ ເຊິ່ງຜະລິດຕະພັນດັ່ງກ່າວນີ້ແມ່ນໄດ້ໃຫ້ບໍລິການມາເປັນເວລາ 3 ປີ ແລ້ວ ແລະ ມີຍອດເຫລືອບັນຊີເທົ່າ ກັບ 5,964 ເຊິ່ງກໍຖືວ່າເປັນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມພໍສົມຄວນ. ນອກຈາກນັ້ນ, ພວກເຮົາກຳລັງວາງແຜນອອກຜະລິດຕະພັນເງິນຝາກປະຢັດຮູບແບບພິເສດທີມີຊື່ວ່າ “ເງິນຝາກປະຢັດ ດອກທະວີ” ທີ່ຈະເພີ່ມອັດຕາດອກເບ້ຍໃຫ້ເມື່ອລູກຄ້າມີການຝາກເງິນຢ່າງສະໝ່ຳສະເໝີໃນທຸກໆເດືອນ ເຊິ່ງຈະເປີດໃຫ້ບໍລິການໃນມໍ່ໆນີ້.

LEAVE A REPLY

Please enter your comment!
Please enter your name here