ແຜ່ນດິນໄຫວເປັນບໍລິເວນກວ້າງຢູ່ ແຂວງຫລວງນໍ້າທາ ແລະ ບໍ່ແກ້ວ

0
1394

ເກີດແຜ່ນດິນໄຫວເປັນບໍລິເວນກວ້າງຢູ່ ແຂວງຫລວງນໍ້າທາ ແລະ ບໍ່ແກ້ວ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຄັ້ງວັນທີ 21 ກໍລະກົດ 2022 ຈາກສູນຂໍ້ມູນຂ່າວສານ ແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ເຊິ່ງໄດ້ພົບສັນຍານ ການເກີດແຜ່ນດິນໄຫວທີ່ປະເທດເພື່ອນບ້ານ ເຊັ່ນ: ມຽນມາ ຈໍານວນ 50 ກວ່າຄັ້ງ ມີຄວາມຮູ້ສຶກໄດ້ເປັນບໍລິເວນກວ້າງລາຍລະອຽດຂອງການເກີດ ແຜ່ນດິນໄຫວທີ່ຮູ້ສຶກໄດ້ ຄືດັ່ງນີ້:

1. ແຜ່ນດິນໄຫວ ວັນທີ 21 ກໍລະກົດ 2022 ເວລາ 23:40 ໂມງ ຄືການເຕືອນ (Before shock) ຂະໜາດ 5.1 ຣີກເຕີ ຄວາມເລິກ 4 ກິໂລ ແມັດ (ກມ) ທາງຕາເວັນຕົກສ່ຽງເໜືອ ຂອງແຂວງບໍ່ແກ້ວ ປະມານ 63 ກມ ແລະ ຫລວງນໍ້າທາ ປະມານ 83 ກມ ເກີດຂຶ້ນກ່ອນຮູ້ສຶກໄດ້ ເປັນບໍລິເວນກວ້າງ.

2. ແຜ່ນດິນໄຫວ ວັນທີ 22 ກໍລະກົດ 2022 ເວລາ 00:07 ໂມງ ຄືເຫດການແຜ່ນດິນໄຫວຂະໜາດໃຫຍ່ (Main shock) ຂະໜາດ 6.4 ຣີກເຕີ ຄວາມເລິກ 3 ກມ ທາງທິດຕາເວັນຕົກສ່ຽງເໜືອ ຂອງແຂວງບໍ່ແກ້ວ ປະມານ 67 ກມ ແລະ ຫລວງນໍ້າທາ ປະມານ 76 ກມ ຮູ້ສຶກໄດ້ ເຖິງຄວາມຮຸນແຮງໃນຫລາຍພື້ນທີ່.

3. ແຜ່ນດິນໄຫວ ວັນທີ 22 ກໍລະກົດ 2022 ເວລາ 05:22 ໂມງ ຄືເຫດການແຜ່ນດິນໄຫວຕາມມາ (After shock) ທີ່ມີຂະໜາດໜ້ອຍກວ່າ 5.3 ຣີກເຕີ ຄວາມເລິກ 3 ກມ ທາງທິດຕາເວັນຕົກສ່ຽງເໜືອ ຂອງແຂວງ ບໍ່ແກ້ວ ປະມານ 62 ກມ ແລະ ຫລວງນໍ້າທາ ປະມານ 82 ກມ ຮູ້ສຶກໄດ້ໃນ ຫລາຍພື້ນທີ່.

ສາເຫດແຜ່ນດິນໄຫວຂະໜາດກາງ ຫາ ໃຫຍ່ ເກີດໂດຍ ທໍາມະຊາດ ສາມາດສ້າງຄວາມເສຍຫາຍໄດ້.

LEAVE A REPLY

Please enter your comment!
Please enter your name here