ການລັກຊັບພົນລະເມືອງ ຍັງເປັນປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນໃນສັງຄົມ!

0
1224

ຮທ ສັນຕິສຸກ ໄຊຍະພູມມິນ ໃນວັນທີ 20 ກໍລະກົດ 2022, ກອງບັນຊາການ ປກສ ເມືອງສີສັດຕະນາກ ຈັດກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ວາງແຜນການວຽກຈຸດສຸມທ້າຍປີ 2022 ຂຶ້ນທີ່ສະໂມສອນປົກຄອງເມືອງສີສັດຕະນາກ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ເດດສົງຄາມ ທຳມະວົງ ຄະນະປະຈຳພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ, ມີ ພັທ ບຸນສົງ ດາລາແສນ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ, ມີບັນດາພະນັກງານ ປກສ ເມືອງສີສັດຕະນາກ, ມີ 9 ຫ້ອງການອ້ອມຂ້າງເມືອງ ແລະ 37 ອົງການປົກຄອງບ້ານ ຈຳນວນ 105 ທ່ານ ຍິງ 9 ທ່ານ ເຂົ້າຮ່ວມ.

ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ຕະຫລອດໄລຍະ 6 ເດືອນຕົ້ນປີ ກອງບັນຊາການ ປກສ ເມືອງສີສັດຕະນາກ ສຸມໃສຂຶ້ນບັນຊີ, ຈັດແບ່ງປະເພດ, ມອບແບ່ງຂັ້ນຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວເປົ້າໝາຍ 231 ຄົນ, ຍິງ 19 ຄົນ.

6 ເດືອນຕົ້ນປີມີຄະດີເກີດຂຶ້ນ 105 ເລື່ອງ, ທຽບໃສ່ 6 ເດືອນຕົ້ນປີ 2021 ແມ່ນຫຼຸດລົງ 13 ເລື່ອງ ເທົ່າກັບ 11,01% ແລະສາມາດແກ້ໄຂໄດ້ 68 ເລື່ອງ ເທົ່າກັບ 64,76% ດຳເນີນ 33 ເລື່ອງ, ກັກຕົວ 45 ຄົນ, ຍິງ 9 ຄົນ ປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນແມ່ນ ລັກຊັບພົນລະເມືອງ ເກີດຂຶ້ນ 93 ເລື່ອງ ໃນນີ້ ລັກລົດຈັກ 78 ເລື່ອງ, ຊິງຊັບ 7 ເລື່ອງ, ປຸ້ນຊັບ 1 ເລື່ອງ, ຍັກຍອກຊັບພົນລະເມືອງ 1 ເລື່ອງ ແລະ ອື່ນໆ.

ສຳລັບທ້າຍປີ 2022, ກອງບັນຊາການ ປກສ ເມືອງສີສັດຕະນາກ

1. ຈະສືບຕໍ່ນຳພາການເມືອງແນວຄິດໃຫ້ ນາຍ ແລະ ພົນຕຳຫຼວດ ຕິດພັນກັບການປັບປຸງກົງຈັກໃຫ້ສອດຄ່ອງ.

2. ສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການສ້າງບ້ານ, ກຸ່ມບ້ານພັດທະນາ, ສ້າງບ້ານປ້ອງກັນຄວາມສະຫງົບສຸກດີ, ບ້ານປອດຄະດີ, ບ້ານປອດຢາເສບຕິດ, ບ້ານວັດທະນາທຳ ແລະ ຄອບຄົວວັດທະນາທຳໃຫ້ມີຄຸນນະພາບ ແລະ ປະກົດຜົນເປັນຈິງ.

3. ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ ຕິດພັນກັບການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ. 4

. ສຸມໃສ່ປັບປຸງພື້ນຖານໂຄ່ງລ່າງ ສ້າງຫ້ອງການກອງຮ້ອຍຈະລາຈອນ ແລະ ປັບປຸງກໍ່ສ້າງຄ້າຍກັກຂັງຊົ່ວຄາວ.

ທ່ານ ເດດສົງຄາມ ທຳມະວົງ ຄະນະປະຈຳພັກ ນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຈັດຕັ້ງປະຕິບັດຜ່ານມາ ມີທັງດ້ານດີ ແລະ ດ້ານຄົງຄ້າງທີ່ຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂ ເພື່ອເຮັດໃຫ້ເມືອງ ສີສັດຕະນາກ ມີສະຖຽນລະພາບທາງດ້ານການເມືອງ ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເຊິ່ງທ່ານໄດ້ເນັ້ນໃຫ້ຖືເອົາວຽກການປາບປາມຢາເສບຕິດ ເປັນໜ້າທີ່ຄວາມຮັບຜິດຊອບໄປຕາມຂະບວນການກົດໝາຍຢ່າງເຂັ້ມງວດ ແລະ ເຮັດໜ້າທີ່, ມີວີໃນ, ມີນ້ຳໃຈເສຍສະລະ ກຽມພ້ອມໃຫ້ຄວາມຊ່ວຍເຫຫຼືອ ແລະ ບໍລິການປະຊາຊົນ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here