ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງວຽງໄຊ ແຂວງຫົວພັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີບຸກຄົນບໍ່ດີເຄື່ອນໄຫວ ຄ້າ – ຂາຍຢາເສບຕິດ ຢູ່ຂອບເຂດ ບ້ານຫ້ວຍຫຍ້າ ເມືອງວຽງໄຊ ແຂວງຫົວພັນ , ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງວຽງໄຊ ຈິ່ງໄດ້ນຳເອົາກຳລັງ, ລົງຕິດຕາມກວດກາ ເກັບກຳຂໍ້ມູນເຫັນວ່າມີມູນຄວາມຈິງແທ້, ດັ່ງນັ້ນຕົກມາຮອດຕອນທ່ຽງເວລາ 12 : 30 ນາທີ ຂອງວັນທີ່ 22 ກໍລະກົດ 2022 ນີ້ ຈິ່ງໄດ້ນຳກຳລັງ ໄປສົມທົບກັບ ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານທີ່ກ່ຽວຄ້ອງ ເຂົ້າກວດຄົ້ນ ເຄຫາສະຖານ ເຮືອນຂອງ ນາງ ເກຍຫ່ວາງ ອາຍຸ 47 ປີ ອາຊີບ ປະຊາຊົນ,ສັນຊາດລາວ, ຊົນເຜົ່າມົ້ງ ຢູ່ບ້ານຫ້ວຍຫຍ້າ ເມືອງວຽງໄຊ ແຂວງຫົວພັນ.
![](https://tholakhong.com/wp-content/uploads/2022/07/bdbd.jpeg)
ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ປກສ ເມືອງວຽງໄຊ ໄດ້ພົບເຫັນ ຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 04 ແຟັກ ແລະ 228 ເມັດ ເທົ່າກັບ 24,228 ເມັດ , ເຮໂຣອິນ 01 ຫໍ່ , ຢາຝິ່ນ 01 ຫໍ່ ແລະ ເງິນກີບທະນາຄານ 1,300,000 ກີບ ທີ່ຊຸກເຊື້ອງໄວ້ໃນຕູ້ ແລະ ຖົງຟາຍຂອງຜູ້ກ່ຽວຈາກນັ້ນເຈົ້າໜ້າທີ່ ປກສ ເມືອງວຽງໄຊ ຈິ່ງໄດ້ຈັບຕົວຜູ້ກ່ຽວພ້ອມເຄື່ອງຂອງກາງ ມາສືບສວນ – ສອບສວນ ຜ່ານການສືບສວນ – ສອບສວນ ຂັ້ນເບື້ອງຕົ້ນຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາເສບຕິດຈຳນວນດັ່ງກ່າວແມ່ນຂອງຕົນແທ້ ເຊິ່ງໄດ້ຊື້ນຳບຸກຄົນບໍ່ຮູ້ຊື່ ຈຸດປະສົງກໍ່ເພື່ອນຳເອົາຢາເສບຕິດຈຳນວນດັ່ງກ່າວນັ້ນມາ ຂາຍຍ່ອຍ, ສ່ວນເປົ້າໝາຍດັ່ງກ່າວນີ້ ເຈົ້າໜ້າທີ່ ປກສ ເມືອງວຽງໄຊ ໄດ້ນຳສົ່ງໃຫ້ພະແນກສະກັດກັ້ນ – ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ເພື່ອດຳເນີນ ການສືບສວນ – ສອບສວນ, ສືບຕໍ່ຫາກຸ່ມແກງຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.
ຂ່າວ ປກສ ແຂວງຫົວພັນ