ເປີດການນໍາໃຊ້ລະບົບຖານຂໍ້ມູນຂ່າວສານຄຸ້ມຄອງການສຶກສາ ແລະ ກິລາ

0
976

ໃນວັນທີ 25 ກໍລະກົດ ຜ່ານມານີ້ທີ່ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງການສຶກສາ ແລະ ກິລາ ຂອງ ສປປ ລາວ (LESMIS) ຢ່າງເປັນທາງການ ຊຶ່ງເປັນລະບົບດີຈີຕອນ ທີ່ຈະຊ່ວຍອຳນວຍຄວາມສະດວກໃນການເຂົ້າເຖິງຂໍ້ມູນດ້ານການສຶກສາ, ວິທະຍາສາດ ແລະ ກິລາ ໃນ ສປປ ລາວ ຢ່າງວ່ອງໄວ ເພື່ອຊ່ວຍສະໜັບສະໜູນການຕິດຕາມ, ປະເມີນຜົນ ແລະ ກຳນົດນະໂຍບາຍຕ່າງໆຂອງຂະແໜງການ. ໃຫ້ກຽດເປັນປະທານໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານນາງ ອີນາ ມາກຊີອູລີໂອເນເຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ແລະ ທ່ານນາງ ປີອາ ເຣເບລໂລ ບີຣໂຕ ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ.ທ່ານ ພຸດ ສິມມາລາວົງ ຍັງໄດ້ສະແດງຄວາມຂອບໃຈຕໍ່ ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ທີ່ໄດ້ໃຫ້ການສະໜັບສະໜູນໃນການພັດທະນາລະບົບ LESMIS ພາຍໃຕ້ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ (PSES) ອີກດ້ວຍ.

ຂໍ້ມູນທີ່ມີຄຸນນະພາບນັ້ນມີຄວາມສຳຄັນຫຼາຍ ເເລະ ຈະຊ່ວຍໃຫ້ເຂົ້າໃຈເຖິງຄວາມຕ້ອງການດ້ານການຮຽນຂອງເດັກນ້ອຍຫຼາຍຂຶ້ນ. ລະບົບ LESMIS ຈະເຮັດໜ້າທີ່ເປັນລະບົບຄຸ້ມຄອງຂໍ້ມູນສູນກາງທີ່ຈະຊ່ວຍສະໜອງການເຂົ້າເຖິງຂໍ້ມູນການສຶກສາທັງໝົດໃນ ສປປ ລາວ ຊຶ່ງຂໍ້ມູນເຫຼົ່ານີ້ ເເມ່ນມີຄວາມສໍາຄັນເປັນພິເສດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ກ່ອນການພັດທະນາລະບົບ LESMIS, ກະຊວງສຶກສາທິການ ແລະ ກິລາ ໄດ້ນຳໃຊ້ລະບົບຄຸ້ມຄອງຂໍ້ມູນຫຼາຍໆແບບ ຊຶ່ງແຕ່ລະລະບົບເເມ່ນມີຂໍ້ມູນສຳຄັນກ່ຽວກັບການສຶກສາໃນ ສປປ ລາວ ເເລະ ຄຸ້ມຄອງໂດຍພາກສ່ວນຕ່າງໆ.

ແຕ່ຍ້ອນການນຳໃຊ້ລະບົບຄຸ້ມຄອງຂໍ້ມູນຫຼາຍໆອັນ ຈຶ່ງເຮັດໃຫ້ເກີດມີຄວາມຫຍຸ້ງຍາກໃນການນໍາໃຊ້ຂໍ້ມູນເຫຼົ່ານີ້ຢ່າງເຕັມປະສິດຕິພາບ ແລະ ບາງຄັ້ງກໍເຮັດໃຫ້ເກີດມີຄວາມຊໍ້າຊ້ອນໃນການເກັບກໍາຂໍ້ມູນນັບຕັ້ງແຕ່ຂັ້ນເມືອງຈົນເຖິງຂັ້ນໂຮງຮຽນ. ດັ່ງນັ້ນ, LESMIS ຈະຊ່ວຍແກ້ໄຂສິ່ງທ້າທາຍໃນດ້ານນີ້ ແລະ ຍັງຈະເປັນລະບົບທີ່ສາມາດເຂົ້າເຖິງໄດ້ຜ່ານທາງອອນລາຍ ແລະ ໃນຮູບເເບບ ແອັບ, ໂດຍຂັ້ນສູນກາງ ຫຼື ຂັ້ນທ້ອງຖິ່ນ ແລະ ໂຮງຮຽນ.ທ່ານນາງ ອີນາ ມາກຊີອູລີໂອເນເຕ ກ່າວວ່າ: ລະບົບ LESMIS ຖືກອອກແບບມາເພື່ອເປັນລະບົບຄຸ້ມຄອງຂໍ້ມູນສູນກາງສໍາລັບຂະແໜງການ ແລະ ຈະປັບປຸງການຄຸ້ມຄອງຂໍ້ມູນການສຶກສາໂດຍລວມໃນ ສປປ ລາວ ທ່ານຍັງໄດ້ກ່າວອີກວ່າ:

ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນເເກ່ ກະຊວງສຶກສາທິການ ແລະ ກິລາ ໃນການບັນລຸເປົ້າໝາຍທີ່ກໍານົດໄວ້ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ (ESSDP) ເຊັ່ນດຽວກັນ. ທ່ານ ປີອາ ເຣເບລໂລ ບີຣໂຕ ກ່າວວ່າ: ລະບົບ LESMIS ຍັງຈະສືບຕໍ່ຜັນຂະຫຍາຍ ນັບຈາກນີ້ເປັນຕົ້ນໄປ ເເລະ ຍັງຈະມີລະບົບຂໍ້ມູນຂ່າວສານການສຶກສາອື່ນໆເພີ່ມຕື່ມ ທີ່ຈະຖືກປະກອບເຂົ້າໃນລະບົບ LESMIS ພາຍໃຕ້ການຊີ້ນໍາຂອງ ກະຊວງສຶກສາທິການ ແລະ ກິລາ. ຄຽງຄູ່ກັນນີ້, ອົງການອຸຍນີເຊັບ ຍັງຄົງໃຫ້ຄໍາໝັ້ນສັນຍາທີ່ຈະສືບຕໍ່ສະໜັບສະໜູນ ພ້ອມກັບຄູ່ຮ່ວມງານຂອງພວກເຮົາ, ອົງການອຸຍນີເຊັບ ຈະສືບຕໍ່ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການດຳເນີນວຽກງານຂອງ LESMIS ແລະ ການສ້າງຄວາມສາມາດຂອງພະນັກງານເພື່ອໃຫ້ສາມາດ ນຳໃຊ້ລະບົບດັ່ງກ່າວໄດ້ຢ່າງເຕັມທີ່.ເພື່ອສະໜັບສະໜູນການເປີດການນຳໃຊ້ລະບົບ LESMIS ແລະ ວຽກງານອື່ນໆ, ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ຍັງໄດ້ມອບອຸປະກອນ ICT ໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ຊຶ່ງອຸປະກອນເຫຼົ່ານີ້ແມ່ນໄດ້ຖືກຈັດຊື້ພາຍໃຕ້ ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ (PSES).

ອຸປະກອນດັ່ງກ່າວປະກອບມີ ຄອມພີວເຕີໂນດບຸກ 333 ເຄື່ອງ, ແທັບເລັດ 1.668 ໜ່ວຍ ແລະ ໂທລະທັດພ້ອມຊຸດຈານຮັບສັນຍານ 456 ຊຸດ. ອຸປະກອນດັ່ງກ່າວຍັງຈະຊ່ວຍສະໜັບສະໜູນ ກະຊວງ ໃນການຍົກລະດັບທັກສະດ້ານດີຈີຕອນ ໃນຂົງເຂດວຽກງານທີ່ສຳຄັນອື່ນໆ ພາຍໃຕ້ PSES, ລວມເຖິງວຽກງານປະກັນຄຸນນະພາບການສຶກສາ ແລະ ການເຜີຍແຜ່ ຖານຂໍ້ມູນການຮຽນ-ການສອນອອນລາຍຂອງ ກະຊວງສຶກສາທິການ ແລະ ກິລາ ຄັງປັນຍາລາວ ລວມມູນຄ່າ 899.000 ໂດລາ.ນອກຈາກນັ້ນ, ຍັງໄດ້ມີການມອບຊຸດອຸປະກອນ ICT ອີກຈຳນວນໜຶ່ງເພີ່ມຕື່ມໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ຊຶ່ງສະໜອງໃຫ້ໂດຍຜ່ານການສະໜັບສະໜູນຂອງ ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE), ເພື່ອປະກອບສ່ວນເຂົ້າໃນວຽກງານການຕອບໂຕ້ ພະຍາດໂຄວິດ-19 ຂອງຂະແໜງການສຶກສາ. ອຸປະກອນຊຸດນີ້ປະກອບມີ ຄອມພີວເຕີໂນດບຸກ 200 ເຄື່ອງ, ໂປເຈັກເຕີເຄື່ອນທີ່ 200 ເຄື່ອງ, ແທັບເລັດ 450 ໜ່ວຍ ແລະ ໂທລະທັດ 300 ຊຸດ. ລວມມູນຄ່າ 364.724 ໂດລາ.ຂໍ້ມູນຈາກ: ອົງການອຸຍນີເຊັບ

LEAVE A REPLY

Please enter your comment!
Please enter your name here