ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ

0
2917

ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ

ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງວຽງ​ຈັນ ໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອແກ້ໄຂ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ ໂດຍ​ສະ​ເພາະ​ແມ່ນບັນຫາບັນຫາຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ການປຸ້ນຈີ້ ຊິງຊັບ ຊຶ່ງການແກ້ໄຂບັນຫາດັ່ງກ່າວ ​ແມ່ນຫັນເອົານິຕິກໍາຂອງລັດຖະບານ, ຂັ້ນກະຊວງ ມາຈັດຕັ້ງຜັນຂະຫຍາຍຢູ່ທ້ອງຖິ່ນຕາມຈຸດພິເສດຂອງຕົນ ເປັນຕົ້ນແມ່ນປະຕິບັດວຽກງານຈຸດສຸມ 3 ຫຼຸດ 3 ເພີ່ມ.

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2022 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນເປີດເຜີຍຕໍ່ສື່ມວນຊົນໃນວັນທີ 21 ກໍລະກົດ ນີ້ວ່າ: ໃນໄລຍະ 6 ເດືອນຜ່ານມາ ນະ​ຄອນຫຼວງວຽງ​ຈັນ ໄດ້ປະສານກັບກະຊວງກ່ຽວຂ້ອງ, ​ພ້ອມ​ທັງ​ຊີ້ນໍາອົງການປົກຄອງເມືອງ, ບ້ານ ໃຫ້ການຮ່ວມມື ອໍານວຍຄວາມສະດວກໃຫ້ພະນັກງານຮາກຖານ, ກຳລັງວິຊາສະເພາະ ລົງໂຄສະນາເຜີຍແຜ່ ສຶກສາອົບຮົມ ສ້າງຄວາມຮັບຮູ້ ເຂົ້າໃຈຕໍ່ກົດໝາຍ, ລະບຽບການຢູ່ແຕ່ລະຮາກຖານບ້ານ, ໂດຍກໍາລັງປ້ອງກັນຄວາມສະຫງົບລົງເຮັດໂດຍກົງໃນການເຜີຍແຜ່, ເຮັດໄປຄູ່ກັນ ກັບການອອກຂ່າວໂຄສະນາຜ່ານສື່ຕ່າງໆ ໃຫ້ສັງຄົມເຫັນໄດ້ຜົນກະທົບດ້ານຫຍໍ້ທໍ້ທີ່ເກີດຈາກການລະເມີດລະບຽບກົດໝາຍຕ່າງໆ, ຜົນຮ້າຍຂອງຢາເສບຕິດ, ເຮັດວຽກງານສຶກສາອົບຮົມທາງລວງກວ້າງ ແລະ ລວງເລິກເປັນແຕ່ລະເປົ້າໝາຍ ເຊັ່ນ:

ເປົ້າໝາຍຜູ້ມີປະຫວັດກະທໍາຜິດ, ເປົ້າໝາຍ ຜູ້ພົວພັນສິ່ງເສບຕິດ ແລະ ເປົ້າໝາຍອື່ນໆຕາມຫຼັກວິຊາສະເພາະຂອງ ປກສ, ທັງໝົດແມ່ນ ເພື່ອສ້າງສະຕິເປັນເຈົ້າການຂອງສັງຄົມ ໃນການເຂົ້າຮ່ວມແກ້ໄຂ ຢ່າງເປັນຂະບວນ. ນອກ​ຈາກ​ນີ້ ຍັງກວດກາຕິດຕາມ ດໍາເນີນມາດຕະການຕໍ່ຜູ້ລະເມີດ ເຂັ້ມງວດຂຶ້ນ, ມີການປັບໃໝ, ດໍາເນີນຄະດີ ຕໍ່ແຕ່ລະເປົ້າໝາຍ ຊຶ່ງເຫັນວ່າມີຫຼາຍສົມຄວນ ເຊັ່ນ: ສະເພາະບັນຫາຢາເສບຕິດ ໃນ 6 ເດືອນຕົ້ນປີ ແກ້ໄຂໄດ້ 364 ເລື່ອງ, ກັກຕົວ 560 ຄົນ, ຍິງ 83 ຄົນ, ສາມາດຢຶດຂອງກາງໄດ້ ປະ​ເພດຢາບ້າ 3.768.696 ເມັດ, ຢາໄອສ 37 ກິໂລ ກັບ 215,7 ກຣາມ ແລະ 72 ຖົງນ້ອຍ, ລົດຈັກ 26 ຄັນ, ລົດໃຫຍ່ 7 ຄັນ, ປືນສັ້ນ 13 ກະບອກ, ພ້ອມລູກປືນ 139 ລູກ, ປືນແກັບ 2 ກະບອກ; ຄະດີພວມດໍາເນີນຢູ່ຂັ້ນເຈົ້າໜ້າທີ່ ມີທັງໝົດ 846 ເລື່ອງ, ສົ່ງໄອຍະການ 400 ເລື່ອງ ຍັງສືບຕໍ່ດໍາເນີນ 446 ເລື່ອງ ມີຜູ້ຖືກຫາ 641ຄົນ ຍິງ 91 ຄົນ.

ການແກ້ໄຂສະພາບຄວາມແອອັດ, ບັນຫາອຸບັດເຫດຕາມທ້ອງຖະໜົນ ແມ່ນໄດ້ດໍາເນີນ 3 ວຽກງານຄຽງຄູ່ກັນ,

ໜຶ່ງ: ແກ້ໄຂ ດ້ານເຕັກນິກເສັ້ນທາງແມ່ນໄດ້ມີການຈັດສັນກໍານົດເສັ້ນທາງຂຶ້ນທາງລ່ອງຄືນໃໝ່, ການຈັດສັນກໍານົດສະຖານທີ່ຈອດລົດ, ການປັບປຸງທາງຮ່ອມທາງຊອຍທີ່ຊ່ວຍລະບາຍລົດ;

ສອງ: ດໍາເນີນມາດຕະການກວດກາ ປົກກະຕິ ແລະ ສຸມໃສ່ກວດກາ ການລະເມີດກົດຈໍລະຈອນ ເຊັ່ນ: ກໍລະນີຈອດລົດ ບໍ່ຖືກກັບເສັ້ນ, ປ້າຍກໍານົດ, ກວດກາປະລິມານທາດເຫຼົ້າໃນຜູ້ຂັບຂີ່ພາຫະນະ, ສ້າງສະຕິເຄົາລົບກົດຈໍລະຈອນ, ເພີ່ມກໍາລັງເຈົ້າໜ້າທີ່ ເຂົ້າປະຈໍາການ ແລະ ແນະນໍາຕາມຈຸດທາງຄົບທາງແຍກໃນເວລາຊົ່ວໂມງເລັ່ງດ່ວນ;

ສາມ: ແມ່ນການເຜີຍແຜ່ ໂຄສະນາໃຫ້ຄວາມຮູ້ ກົດໝາຍທາງຫຼວງ, ກົດຈໍລະຈອນ ສ້າງສະຕິຕື່ນຕົວເຂົ້າຮ່ວມຂອງສັງຄົມ. ທ່ານໃຫ້ຮູ້ຕື່ມວ່າ: ກ່ຽວກັບວຽກງານປ້ອງກັນສະກັດກັ້ນ ແລະ ແກ້ໄຂອາຊະຍາກໍາປຸ້ນຊັບ, ຊີງຊັບ ໃນຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ ອັນຫຼັກໆ ກໍແມ່ນໄດ້ເອົາໃຈໃສ່ເຮັດວຽກງານໂຄສະນາຕ້ານອາຊະຍາກໍາໃນສັງຄົມຜ່ານສື່ຕ່າງໆ ແລະ ລົງ​ເຜີຍ​ແຜ່​ຢູ່ຮາກຖານບ້ານເພື່ອໂຄສະນາຍົກສູງສະຕິລະວັງຕົວໃຫ້ແກ່ພົນລະເມືອງຢູ່ຮາກຖານຢ່າງກວ້າງຂວາງ.

ລະດົມໃຫ້ອໍານາດການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນຂັ້ນບ້ານ, ໃຫ້ຂໍ້ມູນຂຶ້ນບັນຊີເປົ້າ ໝາຍປຸ້ນ, ຊີງຊັບ ຢູ່ແຕ່ລະພື້ນທີ່, ໃຫ້ຂໍ້ມູນແກ່ເຈົ້າໜ້າທີ່ ທີ່ເຮັດວຽກງານສືບຂ່າວອາຍາ-ຕິດຕາມ, ພ້ອມທັງ ໃຫ້ແຕ່ລະຄົວເຮືອນໄດ້ມີສ່ວນຮ່ວມ ບົນພື້ນຖານການປະສານສົມທົບຢ່າງກົມກຽວກັບ ວິຊາສະເພາະ ຂອງກະຊວງປ້ອງກັນຄວາມສະຫງົບ; ​ປກ​ສ ນະ​ຄອນຫຼວງ, ປກສ ເມືອງ, ປກສ ກຸ່ມ ແລະ ອໍານາດການປົກຄອງບ້ານ.

(ຂ່າວ-ພາບ:ສຳນານ)

LEAVE A REPLY

Please enter your comment!
Please enter your name here