ຊົມເຊີຍ! ສຳເລັດການຝຶກຊ້ອມວຽກກູ້ຊີບ-ກູ້ໄພ ພິບັດທຳມະຊາດ ປະຈຳປີ 2022

0
801

ລາວ-ຫວຽດນາມ ສຳເລັດການຝຶກຊ້ອມວຽກກູ້ຊີບ-ກູ້ ໄພພິບັດທຳມະຊາດ ປະຈຳປີ 2022

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ທ້າຍເດືອນກໍລະກົດ ຜ່ານມາ, ສອງກຳລັງປ້ອງກັນຊາດ ລາວ-ຫວຽດນາມ ໄດ້ສຳເລັດບັ້ນອົບຮົມ-ຫັດແອບວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດ ທີ່ສະໜາມຫັດແອບບ້ານໄຊສີ ເມືອງໄຊເສດຖາ ແຂວງອັດຕະປື ໂດຍການເຂົ້າຮ່ວມຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ທ່ານ ເລ່ ງັອກ ປະທານຄະນະກຳມະການປະຊາຊົນແຂວງ, ຮອງຫົວໜ້າຜູ້ປະຈຳການ ຄະນະຊີ້ນຳການຝຶກຊ້ອມແຂວງກອມຕູມ, ມີບັນດາຫົວໜ້າຄະນະຊີ້ນຳພາກສະໜາມ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ບັ້ນອົບຮົມ-ຫັດແອບໃນຄັ້ງນີ້, ໃນເບື້ອງຕົ້ນ ໄດ້ເຕົ້າໂຮມບັນດາກຳລັງທັງສອງຝ່າຍ ເຊິ່ງປະກອບມີປະຊາຊົນ ພາຍໃນບ້ານເຂົ້າຮ່ວມ ເພື່ອທຳຄວາມເຂົ້າໃຈກ່ຽວກັບ ຂັ້ນຕອນການຮັບມື ກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ. ພ້ອມນີ້, ຄະນະຮັບຜິດຊອບທັງສອງຝ່າຍ ຈຶ່ງໄດ້ມີການຈຳລອງສະຖານະການໄພພິບັດ ເຊິ່ງປະກອບມີ: ເຮືອນຈຳລອງ ແລະ ລົມພາຍຸທຽມ, ພ້ອມທັງສະແດງຂັ້ນຕອນ, ວິທີຮັບມື ໂດຍກຳລັງທັງສອງຝ່າຍໄດ້ສາທິດການອົບພະຍົບ-ເຄື່ອນຍ້າຍຊີວິດ ແລະ ຊັບສິນທີ່ມີຄ່າ ຂອງປະຊາຊົນໄປສູ່ເຂດປອດໄພ, ໂດຍປະສານສົມທົບກັບພະນັກງານແພດ-ໝໍພາກສະໜາມ ເພື່ອທໍາການປະຖົມພະຍາບານຜູ້ບາດເຈັບ ໃຫ້ມີຄວາມປອດໄພຈາກສະພາບການດັ່ງກ່າວ.ຜ່ານການຈັດຕັ້ງປະຕິບັດ ພາຍໃຕ້ສະຖານະການອັນຮີບດ່ວນນັ້ນ ເຫັນໄດ້ວ່າ: ແບບແຜນວິທີການເຮັດວຽກ ຂອງສອງກໍາລັງອ້າຍ-ນ້ອງລາວ-ຫວຽດນາມ, ຫວຽດນາມ- ລາວ ໂດຍສະເພາະສອງກອງບັນຊາການທະຫານແຂວງອັດຕະປື ກັບກອງບັນຊາການທະຫານແຂວງກອມຕູມ ສສ ຫວຽດນາມ ໄດ້ດໍາເນີນໄປຢ່າງຟົດຟື້ນ ແລະ ມີຄວາມສາ ມັກຄີຢ່າງເລິກເຊິ່ງ, ປະຕິບັດ ແລະ ຟັງຄຳສັ່ງ ຂອງຜູ້ບັນຊາຢ່າງໜັກແໜ້ນ, ຮັບປະກັນຄວາມປອດໄພຂອງພໍ່ ແມ່ປະຊາຊົນໄດ້ດີຂຶ້ນ ເຊິ່ງໝາກຜົນຈາກການຝຶກອົບຮົມຄັ້ງນີ້ ເຊື່ອໄດ້ວ່າ ຖ້າຫາກເກີດໄພພິບັດ ທີ່ບໍ່ຄາດຫວັງກໍ່ຈະສາມາດຮັບມືໄດ້ຕາມສະພາບເງື່ອນໄຂຕົວຈິງ.ພາຍຫລັງສຳເລັດການຝຶກອົບຮົມ, ບັນດາຄະນະຊີ້ນຳທັງສອງຝ່າຍ, ພ້ອມດ້ວຍຄະ ນະພັກອຳນາດການປົກຄອງບ້ານກໍໄດ້ ພ້ອມກັນປຶກສາຫາລື ແລະ ຖອດຖອນບົດຮຽນ ທີ່ໄດ້ຈາກການຈັດຕັ້ງປະຕິບັດໃນຄັ້ງນີ້.

ພ້ອມນັ້ນ, ຄະນະຊີ້ນຳທັງສອງຝ່າຍ ຍັງໄດ້ຮຽກຮ້ອງໃຫ້ຄະນະບ້ານ ແລະ ປະຊາຊົນ ເປັນເຈົ້າການຍົກສູງໃນການຕິດຕາມກວດກາ ສະພາບພູມີປະເທດຢ່າງຮອບດ້ານ, ຫາກເກີດມີລົມພະຍຸ-ຝົນຕົກໜັກ ກໍໃຫ້ປະເມີນສະພາບຮີບດ່ວນ, ພ້ອມທັງລາຍງານຕໍ່ຂັ້ນເທິງ ເພື່ອຈະໄດ້ພ້ອມກັນຮີບຮ້ອນແກ້ໄຂໃຫ້ທັນກັບສະພາບການ ເຊິ່ງທັງໝົດນີ້ກໍ ຍ້ອນຄວາມຫ່ວງໄຍຂອງພັກ, ລັດຖະບານຂອງສອງປະເທດ ທີ່ມີຕໍ່ປະຊາຊົນ.

ຂ່າວ: ແສງຫລ້າ ກຸວົງສາ

LEAVE A REPLY

Please enter your comment!
Please enter your name here