ບັນຫາການຂາຍເຄື່ອງໃສ່ບາດໃຫ້ນັກທ່ອງທ່ຽວຢູ່ຫຼວງພະບາງ

0
1811

ອີງຕາມການລາຍງານຂອງ Lao National Radio ໃຫ້ຮູ້ວ່າ: ການຂາຍເຄື່ອງໃສ່ບາດໃຫ້ກັບນັກທ່ອງ ທ່ຽວຢູ່ ນະຄອນ ຫຼວງພະບາງ ໄລຍະຜ່ານມາຍັງມີຜູ້ປະກອບການສວຍໂອກາດລະເມີດລະບຽບ ເວລາທີ່ບໍ່ມີເຈົ້າໜ້າທີ່ໄປຕິດຕາມກວດກາ ເພື່ອເຮັດໃຫ້ການຂາຍເຄື່ອງໃສ່ບາດໃຫ້ກັບນັກທ່ອງທ່ຽວຢູ່ ນະຄອນ ຫຼວງພະບາງ ມີຄວາມເປັນລະບຽບ-ຮຽບຮ້ອຍ ໃນໄລຍະຜ່ານມາອົງການປົກຄອງນະຄອນ ຫຼວງພະບາງ ໄດ້ອອກລະບຽບການຄຸ້ມຄອງຢ່າງຫັດກຸມ ທັງໄດ້ແຕ່ງຕັ້ງຄະນະກຳມະການແຕ່ລະພາກສ່ວນ ຮັບຜິດຊອບຢ່າງລະອຽດ ຮັບປະກັນບໍ່ໃຫ້ເກີຫາສຽງທີ່ບໍ່ດີຕາມມາ ທັງສ້າງສີ່ງຈູງໃຈໃຫ້ກັບນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວຫຼວງພະບາງນັບມື້ນັບຫຼາຍຂື້ນ. ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ:

ການໃສ່ບາດຍາມເຊົ້າ ເປັນປະເພນີທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກສືບທອດກັນມາຫຼາຍເຊັ່ນຄົນ ແລະພາຍຫຼັງ ຫຼວງພະບາງ ໄດ້ຮັບການຮັບຮອງໃຫ້ເປັນເມືອງມໍລະດົກຂອງໂລກ ກິດຈະກຳການໃສ່ບາດຍາມເຊົ້າ ໄດ້ກາຍເປັນສີ່ງດືງດູດເອົານັກທ່ອງ ທ່ຽວ ເຂົ້າມາທ່ອງທ່ຽວ ແລະຮ່ວມກິດ ຈະກຳການໃສ່ບາດ ທີ່ນະຄອນ ຫຼວງພະບາງ ໄດ້ເປັນຢ່າງດີ ສະເພາະໄລຍະລັດ ຖະບານ ໄດ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ສັງເກດເຫັນວ່ານັກທ່ອງທ່ຽວຈາກປະເທດເພື່ອບ້ານ ໂດຍສະເພາະປະເທດໄທ ໄດ້ເຂົ້າມາທ່ອງທ່ຽວຫຼາຍຂື້ນ ແລະໄດ້ມີຫາງສຽງຈົ່ມວ່າ ກ່ຽວກັບປະກົດການຫຍໍ້ທໍ້ ເວລາທີ່ໄດ້ຮ່ວມກິດຈະກຳເຮັດບຸນໃສ່ບາດ, ຕໍ່ກັບບັນຫາທີ່ເກີດຂື້ນ ຮອງເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ບັນຫາຫາງສຽງຈົ່ມວ່າ ກ່ຽວກັບການເຮັດບຸນໃສ່ບາດຂອງນັກທ່ອງທ່ຽວ ແມ່ນເປັນປະກົດການທີ່ເກີດຂື້ນ ໃນໄລຍະທີ່ຄະນະຮັບຜິດຊອບມີການລະເຫຼີງ ຕໍ່ການລົງຕິດຕາມກວດກາ ຈື່ງເຮັດໃຫ້ຜູ້ປະກອບການ ຫຼື ແມ່ຄ້າຜູ້ຂາຍເຂົ້າໃສ່ບາດ ສວຍໂອກາດລະເມີດລະບຽບການທີ່ວາງໄວ້, ເຊີ່ງບັນຫານີ້ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາໂດຍດ່ວນ ທັງໄດ້ອອກລະບຽບການຄືນໃໝ່ ເພື່ອໃຫ້ຫັດກຸມຂື້ນກວ່າເກົ່າ.

ໂອກາດນີ້ ທ່ານ ວິໄລທອງ ມະນີວອນ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການຂາຍເຂົ້າໃສ່ບາດ ຈົ່ງເອົາໃຈໃສ່ປະຕິບັດລະບຽບການໃຫ້ເຂັ້ມງວດ ສຳລັບພະນັກງານນຳທ່ຽວ ຕ້ອງເປັນເຈົ້າການແນະນຳ ແລະອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ເພື່ອບໍ່ໃຫ້ເກີດບັນຫາປະກາດການຫຍໍ້ທໍ້ ກ່ຽວກັບການຂາຍເຂົ້າໃສ່ບາດຂື້ນອີກຄັ້ງໃໝ່.

ທ່ານ ວິໄລທອງ ມະນີວອນ ໃຫ້ຮູ້ອີກວ່າ: ສຳລັບກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ ທີ່ໄດ້ປັບປຸງໃໝ່ ແມ່ນປ່ຽນແທນສະບັບທີ່ໄດ້ອອກໃນປີ 2019 ໂດຍລະບຸແຈ້ງຂື້ນຕື່ມກ່ຽວກັບການບໍລິ ການ ແລະການໃຫ້ບໍລິການ ການຂາຍເຄື່ອງໃສ່ບາດ, ການສັນຈອນຕາມເສັ້ນ ທາງ ໄລຍະການໃສ່ບາດ ທັງໄດ້ລະບຸແຈ້ງກ່ຽວກັບຂໍ້ຫ້າມ ແລະມາດຕະການຕໍ່ຜູ້ລະເມີດ ເພື່ອເຮັດໃຫ້ການບໍລິການຂາຍເຄື່ອງໃສ່ບາດ ແລະການເຮັດບຸນໃສ່ບາດ ຢູ່ນະຄອນຫຼວງພະບາງ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂື້ນ.

LEAVE A REPLY

Please enter your comment!
Please enter your name here