ຮ່ວມໃຈກັນສ້ອມເເປງຂົວຂ້າມຫ້ວຍໂຄນບ້ານນາພ້າວ

0
1900

ໃນວັນທີ 28 ກໍລະກົດ ທີ່ຜ່ານມາ, ທ່ານ ບຸນທົງ ເເກ້ວສີຍາ ຫົວໜ້າຫ້ອງການ ຍຸຕິທໍາ ເມືອງໄຊບົວທອງ ແຂວງຄຳມ່ວນ ໄດ້ເຄື່ອນໄຫວລົງຊຸກຍູ້ຂະບວນການສ້ອມເເປງຂົວຂ້າມຫ້ວຍໂຄນຢູ່ທີ່ບ້ານນາພ້າວທີ່ເປ່ເພ, ໂດຍມີ ທ່ານ ບຸນຫຼາຍ ສຸມະນີ ວິຊາການ ຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ, ມີການຈັດຕັ້ງຂັ້ນບ້ານ, ເຖົ້າເເກ່ເເນວໂຮມຕະຫຼອດຮອດ ພໍ່ເເມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມດ້ວຍຄວາມສາມັກຄີ ເເລະ ຄວາມຮັບຜິດຊອບສູງ, ເຊິ່ງຂົວຂ້າມຫ້ວຍໂຄນບ້ານນາພ້າວນີ້ ເເມ່ນໄດ້ເປ່ເພມາໃນຊ່ວງໄລຍະເວລາໜຶ່ງເເລ້ວ.

ດັ່ງນັ້ນ, ການນໍາຂັ້ນເມືອງ ເເລະ ພໍ່ເເມ່ປະຊາຊົນບ້ານນາພ້າວຈຶ່ງເຫັນໄດ້ຄວາມຫຍຸ້ງຍາກໃນການໄປ-ມາ ຈຶ່ງໄດ້ຄົ້ນຄວ້າຊອກຫາໄມ້ຂາງ, ໄມ້ແປ້ນປູຂົວໃໝ່ ເຊິ່ງການສ້າງຂະບວນການດັ່ງກ່າວເເມ່ນນໍາໃຊ້ເເຮງງານຂອງຊາວ ເພື່ອເປັນການພັດທະນາພື້ນຖານໂຄງລ່າງຂອງບ້ານກໍ່ຄືເມືອງໄຊບົວທອງ ເຮັດໃຫ້ການສັນຈອນໄປ-ມາ, ແລກປ່ຽນຊື້-ຂາຍສິນຄ້າ ຂອງພໍ່ແມ່ປະຊາຊົນ ໃຫ້ສະດວກສະບາຍ, ພ້ອມດຽວກັນນີ້ການນໍາເມືອງໃຊ້ບົວທອງ ກໍ່ຍັງໄດ້ມອບເງິນຈໍານວນ 3 ລ້ານກີບເພື່ອເປັນທຶນຮອນສົມທົບໃນການສ້ອມແປງຂົວດັ່ງກ່າວ.

ແຫຼ່ງຂ່າວ: Media Laos

LEAVE A REPLY

Please enter your comment!
Please enter your name here