ຄະນະນຳອາວຸໂສ ຣາສະອານາຈັກໄທ ມາທ່ອງທ່ຽວ ຢູ່ແຂວງສາລະວັນ

0
933

ຄະນະນຳຂອງແຂວງສາລະວັນ ຕ້ອນຮັບຄະນະນຳອາວຸໂສ ຣາຊະອານາຈັກໄທ (ປະເທດໄທ) ທັດສະນະ ແລະ ທ່ອງທ່ຽວຢູ່ແຂວງສາລະວັນ ສປປ ລາວ, ໂດຍການຕ້ອນຮັບຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ຕາງໜ້າໃຫ້ອົງການປົກຄອງແຂວງ ພ້ອມຄະນະ, ນຳພາໂດຍ: ທ່ານ ໄພໂລດ ພິມມະສານ ອາດີດຮອງປາລັດ ກະຊວງມະຫາດໄທ ປະທານພະນັກງານອາວຸໂສບຳນານ ແຫ່ງປະເທດໄທ ພ້ອມຄະນະ ຢູ່ທີ່ສະໂມສອນຂອງແຂວງ ໃນຄັ້ງວັນທີ 30 ກໍລະກົດ 2022.ການມາທັດສະນະຄັ້ງນີ້, ທັງສອງຝ່າຍ ກໍ່ໄດ້ກ່າວສະແດງຄວາມຍິນດີ ແລະ ການຕ້ອນຮັບການມາເບີ່ງວຽກ, ທ່ອງທ່ຽວ ເຊີ່ງກັນ ແລະ ກັນ, ກ່າວສະແດງໃຫ້ເຫັນເຖີງການພົວພັນ, ສາຍສຳພັນມິດຕະພາບ, ເພື່ອນບ້ານທີ່ດີ ໂດຍສະເພາະແຂວງສາລະວັນ ສປປ ລາວ ກັບ ຈັງຫວັດອຸບົນຣາຊະທານີ ປະເທດໄທ ທີ່ມີສາຍສຳພັນມິດຕະພາບອັນແໜ້ນແກ່ນ, ການພົວພັນຮ່ວມມືດ້ານວຽກງານຕ່າງໆຫຼາຍດ້ານ, ການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເປັນຕົ້ນ:

ການຮ່ວມມືຮັກສາຄວາມສະຫງົບເຂດຊາຍແດນ ລາວ-ໄທ, ການຄ້າ-ການລົງທຶນ, ດ້ານການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ ແລະ ການຊ່ວຍເຫຼືອອຸປະກອນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19,ເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆໃຫ້ນັບມື້ຂະຫວາຍກວ້າງຂຶ້ນເລື້ອຍໆ. ປະເທດລາວ ແລະ ປະເທດໄທ ມີສາຍສຳພັນທີ່ດີ, ດ້ານພາສາປາກເວົ້າ, ວັດທະນະທຳ ແລະ ຮີດຄອງປະເພນີ ຄ້າຍຄື ຫຼາຍດ້ານ ແລະ ມີການແລກປ່ຽນບົດຮຽນ, ປະສົບການ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ອີກດ້ານໜຶ່ງ ກໍ່ເພີ່ມທະວີການຮ່ວມມືດ້ານການຄ້າ-ການລົງທຶນ, ອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂໃຫ້ກັບນັກທຸລະກິດ, ນັກລົງທຶນຂອງປະເທດໄທ ມາສຶກສາສຳຫຼວດຄວາເປັນໄປໄດ້ ມາລົງທຶນຢູ່ແຂວງສາລະວັນ ໃນຂົງເຂດວຽກງານຕ່າງໆ.ເນື່ອງໃນໂອກາດດັ່ງກ່າວ, ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ ໄດ້ຕ້ອນຮັບຄະນະນຳອາວຸໂສຣາຊະອານາຈັກໄທ ຢູ່ທີ່ແຫຼ່ງທ່ອງທ່ຽວຕາດເລາະ ພ້ອມດ້ວຍຄະນະ ແລະ ໄດ້ນຳພາທ່ຽວຊົມໃນຂອບເຂດບໍລິເວນດັ່ງກ່າວ,ທັງໄດ້ລາຍງານກ່ຽວກັບສະພາບການທ່ອງທ່ຽວຂອງແຂວງ, ການພັດທະນາ ແລະ ແຫຼ່ງທ່ອງທ່ຽວ ທີ່ເປັນທ່າແຮງສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ເປັນທີີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວຈາກປະເທດໄທ.

ແຫຼ່ງຂ່າວ: Media Laos

LEAVE A REPLY

Please enter your comment!
Please enter your name here