ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມພື້ນທີ່ການຜະລິດຂອງປະຊາຊົນ

0
1140

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມພື້ນທີ່ການຜະລິດຂອງປະຊາຊົນ ບ້ານໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ເມືອງ ປາກລາຍ ແຂວງໄຊຍະບູລີ ໃນວັນທີ 3 ສິງຫາ 2022 ນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມຂົງເຂດການຜະລິດເປັນສິນຄ້າຂອງປະຊາຊົນ ບ້ານໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ນໍາພາລົງສູ່ພື້ນທີ່ການຜະລິດໂດຍມີ:

ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ທ່ານ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງ ປາກລາຍ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງ ປາກລາຍ ແລະ ປະຊາຊົນຜູ້ປູກພືດເປັນສິນຄ້າເຂດບ້ານ ໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ການຢ້ຽມຢາມພື້ນທີ່ການຜະລິດເປັນສິນຄ້າຂອງປະຊາຊົນຄັ້ງນີ້ ແມ່ນໄດ້ເຂົ້າເບິ່ງສວນປູກມັນຕົ້ນ ແລະ ສວນສາລີ, ພ້ອມດຽວກັນກໍ່ໄດ້ເຂົ້າເບິ່ງການລ້ຽມງົວແບບເປັນກຸ່ມ, ເປັນຟາມ ຕິດພັນກັບການປູກຫຍ້າຂອງປະຊາຊົນບ້ານດັ່ງກ່າວ, ຈາກນັ້ນກໍ່ໄດ້ເຂົ້າຢ້ຽມຊົມໂຮງງານຜະລິດແປ້ງມັນຕົ້ນຂອງ ບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ແລະ ເບິ່ງ ໂຮງງານຜະລິດປຸຍຊີຜະພາບ ຂອງບໍລິສັດຈີນຊຸຸຍ ທີ່ຕັ້ງຢູ່ ບ້ານນໍ້າຊົ້ງ ເມືອງປາກລາຍ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here