ກອງປະຊຸມສໍາມະນາ ທິດທາງ ເພື່ອຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ, ຄ່າຄອງຊີບສູງ

0
2927

ສໍາມະນາ ທິດທາງ ປຸກລະດົມຂົນຂວາຍ ປະຊາຊົນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ໃນວັນທີ 2 ສິງຫາ ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບ ທິດທາງ ແລະ ວິທີການປຸກລະດົມຂົນຂວາຍ ປະຊາຊົນ ຊັ້ນຄົນຕ່າງໆ ເພື່ອຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ຄ່າຄອງຊີບສູງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງ, ທ່ານ ສົມດີ ດວງດີ ອະດີດຮອງນາຍົກລັດຖະມົນຕີ, ມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ກໍາມະການສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາຕ່າງໆ, ຜູ້ຕາງໜ້າຈາກທະນາຄານ ແຫ່ງ ສປປ ລາວ ລວມທັງຄະນະປະຈໍາແນວລາວສ້າງຊາດແຂວງໃນຂອບເຂດທົ່ວປະເທດ ເຂົ້າຮ່ວມດ້ວຍລະ ບົບປົກກະຕິ ແລະ ທາງໄກ.

ເພື່ອປະຕິບັດຕາມແຜນວຽກ 6 ເດືອນທ້າຍປີ ຂອງຄະນະປະຈໍາ ສນຊ ແລະ ອີງໃສ່ສະພາບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ການຊີ້ນໍາຂອງກົມການເມືອງ ໃນການແກ້ໄຂສະພາບແນວຄິດຈິດໃຈຂອງປະຊາຊົນຊັ້ນຄົນຕ່າງໆ ອັນເນື່ອງຈາກມີຜົນກະທົບຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ-ເງິນຕາ, ການຂາດແຄນນໍ້າມັນ ແລະ ຄ່າຄອງຊີບສູງ.

ການສໍາມະນາໃນຄັ້ງນີ້, ປະກອບມີ 4 ຫົວຂໍ້ສໍາຄັນຄື: ປະສົບປະການ ແລະ ທິດທາງການແກ້ໄຂບັນຫານໍ້າມັນຢູ່ ສປປ ລາວ ໄລຍະສະເພາະໜ້າ ແລະ ຍາວນານ; ທິດທາງ ແລະ ວິທີການແກ້ໄຂເງິນເຟີ້, ການຂາດແຄນເງິນຕາ ແລະ ວິທີການປຸກລະດົມປະຊາຊົນຊັ້ນຄົນຕ່າງໆ ຜ່ານຜ່າຄວາມຫຍຸ້ງຍາກດ້ານເງິນຕາ; ວິທີການປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ ຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ຄ່າຄອງຊີບສູງ ຂອງສູນກາງແນວລາວສ້າງຊາດ ແລະ ຄວາມເຂົ້າໃຈຂອງຄະນະທີ່ປຶກສາເສດຖະກິດ ສນຊ ກ່ຽວກັບທິດທາງ ແລະ ວິທີການຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ຄ່າຄອງຊີບສູງ ຂອງປະຊາຊົນຊັ້ນຄົນຕ່າງໆ.

ທ່ານປະທານ ສນຊ ໄດ້ໃຫ້ຮູ້ວ່າ: ປະເທດເຮົາປັດຈຸບັນມີຄວາມຫຍຸ້ງຍາກ 4 ບັນຫາຄື: ນໍ້າມັນບໍ່ພໍຮັບໃຊ້; ອັດຕາເງິນເຟີສູງ; ຂາດເງິນຕາຕ່າງປະເທດ ແລະ ຄ່າຄອງຊີບສູງ ທັງໝົດນີ້ແມ່ນສົ່ງຜົນກະທົບຕໍ່ການຜະລິດທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ຕໍ່ກັບຜົນກະທົບດັ່ງກ່າວນັ້ນ, ສູນກາງແນວລາວສ້າງຊາດ ມີທິດທາງ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ ຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ຄ່າຄອງຊີບສູງ ໃນຖານະເປັນອົງການແນວໂຮມໃນໄລຍະພົບຄວາມຫຍຸ້ງຍາກໄດ້ປະຕິບັດ 2 ພາລະບົດບາດສໍາຄັນຄື: ປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ ຈັດຕັ້ງປະຕິບັດແຜນນະໂຍບາຍ ແຜນວຽກ, ແຜນງານ, ໂຄງການຕ່າງໆຂອງລັດ ຢູ່ສູນກາງ ແລະ ທ້ອງຖິ່ນ, ເຕົ້າໂຮມກໍາລັງແຮງຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນ; ຕ້ອງໄດ້ປຸກລະດົມຂະບວນການແຂ່ງຂັນ ສິນຄ້າລາວຜະລິດລາວໃຊ້ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ກໍາມະການສູນກາງແນວລາວສ້າງຊາດເປັນແບບຢ່າງທາງດ້ານທຸລະກິດຂອງຕົນໃຫ້ປະສົບຜົນສໍາເລັດ ແລະ ສຸມໃສ່ບາງໂຄງການໃໝ່ຂອງກໍາມະການສູນກາງແນວລາວສ້າງຊາດ ທັງໝົດນັ້ນ ເພື່ອຄະນະປະຈໍາ ສນຊ ຈະໄດ້ນໍາເປັນທິດທາງ, ວິທີການ ໃນການປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆ, ເພື່ອພ້ອມກັນຈັດຕັ້ງປະຕິບັດແຜນນະໂຍບາຍຂອງພັກ-ລັດ ໃຫ້ສອດຄ່ອງ ແລະ ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here