ສານປະຊາຊົນ ແຂວງວຽງຈັນ ໄດ້ນໍາເອົາຄະດີຢາເສບຕິດ ຈໍານວນຫຼາຍເລື່ອງຂຶ້ນມາພິຈາລະນາຕັດສິນຄະດີ

0
3245

ໃນວັນທີ 28 ກໍລະກົດ 2022 ຜ່ານມານີ້, ສານປະຊາຊົນ ແຂວງວຽງຈັນ ໄດ້ນໍາເອົາຄະດີຢາເສບຕິດ ຈໍານວນຫຼາຍເລື່ອງຂຶ້ນມາພິຈາລະນາຕັດສິນຄະດີ, ເຊິ່ງລວມມີຜູ້ຖືກຫາທີ່ເຄື່ອນໄຫວຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ຄອບຄອງປະເພດຢາບ້າ ຈໍານວນ 13 ຄົນ. ບັນດາຜູ້ຖືກຫງທີ່ສານປະຊາຊົນ ແຂວງວຽງຈັນ ນໍາມາພິຈາລະນາ ຕັດສິນປະກອບມີ ຄື:

1. ທ້າວ ດອນ ອາຍຸ 32 ປີ, ຢູ່ບ້ານວຽງສະໄຫມ,

2. ທ້າວ ສຸລິວັນ ອາຍຸ 29 ປີຢູ່ບ້ານນໍ້າເປາະ,

3. ທ້າວ ອົ້ນ ອາຍຸ 21 ປີ ຢູ່ບ້ານພູດິນແດງ ທັງ 3 ຢູ່ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວ ໃນ ວັນທີ 22 ມິຖນາ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດຂອງກາງຢາເສບຕິດປະເພດຢາບ້າ ຈໍານວນ 527 ເມັດ; ດັ່ງນັ້ນ, ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວ ດອນ ແລະ ທ້າວ ອົ້ນ ຈໍາເລີຍ ທັງ 2 ຜູ້ລະ 5 ປີ ປັບໃຫມຜູ້ລະ 10.000.000 ກີບ, ສ່ວນ ທ້າວ ສຸລິ ວັນຕັດ ອິດສະຫຼະພາບ 5 ປີ 6 ເດືອນ ປັບໃຫມ 12.000.000 ກີບ,

4. ທ້າວ ຈ່ອຍ ອາຍຸ 32 ປີ ຢູ່ບ້ານໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ, 5. ທ້າວ ຕຸ້ນ ອາຍຸ 21 ປີ ຢູ່ບ້ານໂພນສະຫວາດເມືອງເຟືອງ ແຂວງວຽງຈັນ,

6. ທ້າວ ສືວ່າງ ອາຍຸ 20 ປີ ຢູ່ບ້ານນ້ໍາແຝດ ເມືອງຫມື່ນ ແຂວງວຽງຈັນ ຖືກກັກຕົວໃນວັນທີ 24 ແລະ 27 ພຶດສະພາ 2021ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດຂອງກາງປະເພດຢາບ້າ 3.299 ເມັດ; ສານ

ປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວຈ່ອຍ (ຈໍາເລີຍ 1) ທ້າວ ສຶວ່າງ ່ (ຈໍາເລີຍ 2) ຜູ້ລະ 10 ປີ ປັບໃຫມຜູ້ລະ 100.000.000 ກີບ ແລະ ຕັດອິດສະຫຼະພາບ ທ້າວ ຕຸ້ນ (ຈໍາເລີຍ

3) 5 ປີ ປັບໃຫມ 10.000.000 ກີບ.

7. ທ້າວ ບົວລະພາ ອາຍຸ 27 ປີ ຢູ່ບ້ານໂພນສົມບຸນ ເມືອງໂພນໂຮງ ແຂວງວຽງຈັນ,

8. ທ້າວ ວິກີ ອາຍຸ 27 ປີ ຢູ່ບ້ານນາເລົາ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 27 ມັງກອນ 2011 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບ ຕິດ ປະເພດຢາບ້າ ຈໍານວນ 435 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍທັງ 2 ຜູ້ລະ 6 ປີ, ປັບໃຫມຜູ້ລະ 28.000.000 ກີບ,

9. ທ້າວ ທີ່ ອາຍຸ 35 ປີ ຢູ່ບ້ານໂພນໄຊ ເມືອງເຟືອງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 19 ພຶດ ສະພາ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ຈໍານວນ 154 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງ ຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ, ປັບໃຫມ 10.000.000 ກີບ,

10. ທ້າວ ພູເງິນ ອາຍຸ 20 ປີ ຢູ່ ບ້ານບຸງພ້າວ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 8 ມັງກອນ 2020, ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 57 ເມັດ ສານປະຊາຊົນແຂວງ ວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ, ປັບໃຫມ 10.000.000 ກີບ,

11. ທ້າວ ກ້ອງເມັ່ງວໍ ອາຍຸ 24 ປີ ຢູ່ບ້ານໂພນງາມ ເມືອງຫມື່ນ ແຂວງວຽງຈັນ ຖືກກັກຕົວໃນວັນທີ 12 ສິງຫາ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 1.000 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 8 ປີ, ປັບໃຫມ 64.000.000 ກີບ.

12. ທ້າວ ບຸນສົມຊຶ່ງ ອາຍຸ 35 ປີ ຢູ່ບ້ານສົມສະຫນຸກ ເມືອງຫີນເຫີບ ແຂວງວຽງຈັນ ຖືກກັກຕົວໃນ ວັນທີ 21 ສິງຫາ 2019 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ປະເພດຢາບ້າ ຈໍານວນ 45 ເມັດ, ສານ ປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ ປັບໃຫມ 10.000.000 ກີບ.

13. ທ້າວ ຢົວເຍ້ວ່າງ ອາຍຸ 65 ປີ ຢູ່ບ້ານນໍ້າປຸ່ງ ເມືອງເຟືອງ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 13 ກໍລະກົດ 2021, ໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງ ຈໍານວນ 192 ເມັດ ສານປະຊາຊົນແຂວງ ວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 4 ປີ, ປັບ ໃຫມ່ 8,000.000 ກີບ.

ແຫຼ່ງຂ່າວ: ຄວາມສະຫງົບ Lao Security News

LEAVE A REPLY

Please enter your comment!
Please enter your name here