ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມຄະນະ ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ

0
3201

ປອ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ພ້ອມຄະນະການນໍາຂອງແຂວງ ໄດ້ໃຫ້ ການຕ້ອນຮັບ ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ໃນວັນທີ 4 ສິງຫານີ້ ທີ່ເດີນບີນກົມການເມືອງແຂວງບໍ່ແກ້ວ.

ຈາກນັ້ນ ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມຄະນະບໍລິຫານງານພັກແຂວງ, ຫົວໜ້າ – ຮອງຫົວໜ້າພະແນກ ການ, ສະພາປະຊາຊົນ, ກົມກອງ, ຂະແໜງການ, ອົງການອ້ອມຂ້າງແຂວງ, ຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ພະນັກງານອາວຸໂສບຳນານ ແລະ ນາຍບ້ານ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ພະນະທ່ານ ພັນຄຳ ວິພາວັນ ໄດ້ໂອ້ລົມວ່າ: ໃນຕໍ່ໜ້ານີ້ການເຄື່ອນໄຫວເຮັດວຽກທຸກຢ່າງແມ່ນໄດ້ມອບຄວາມຮັບຜິດຊອບ ລະຫວ່າງ ແຂວງ ກັບ ບັນດາກະຊວງເປັນທີ່ລະອຽດແລ້ວ ຄະນະລັດຖະບານຈະບໍ່ໄດ້ແຕ່ງຕັ້ງມີຄະນະສະເພາະເພື່ອແກ້ໄຂບັນຫາຕ່າງໆທີ່ເກີດຂື້ນຄືຜ່ານໆມາອີກ, ໃຫ້ການນຳຂອງພະແນກການ, ກົມກອງ ແລະ ເມືອງ ຈົ່ງເປັນເຈົ້າການຍົກລະດັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ໃຫ້ເປັນວາ ລະແຫ່ງຊາດ ຕິດພັນກັບການແກ້ໄຂບັນຫາຢາເສບຕິດ, ການແກ້ໄຂການລະບາດຂອງພະຍາດຕິດຕໍ່ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າສາມາດດໍາລົງຊີວິດຢູ່ຮ່ວມກັບພະຍາດໂຄວິດໄດ້, ການທໍາມາຫາກິນຕ້ອງໃຫ້ດຸນດຽງຕາມມາດຕະການດ້ານການແພດໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການປິ່ນປົວຢ່າງທົ່ວເຖິງ, ມາດຕະການດ້ານເສດຖະກິດເຮັດໃຫ້ຜູ້ວ້າງງານຕ້ອງໄດ້ທຳມາຫາກິນກຸ້ມຕົນເອງ,

ໃນເມື່ອເກີດມີຄວາມຫຍຸ້ງຍາກຄະນະການນໍາທຸກຂັ້ນ ຕ້ອງມີຄວາມສາມັກຄີ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ເຄື່ອນໄຫວໄດ້ດີ, ຂຸດຄົ້ນເອົາທ່າແຮງບົມຊ້ອນຂອງແຂວງ ເພື່ອພ້ອມກັນລົງຈັດຕັ້ງປະຕິບັດພັດທະນາໃຫ້ສາມາດນໍາເອົາເງິນຕາຕ່າງປະເທດເຂົ້າມາພັດທະນາບ້ານເມືອງ, ປັບປຸງນິດໄສຂີ້ຄ້ານມັກງ່າຍຍາດແຍງເຄື່ອນໄຫວໄປນໍາດ້ານເສດຖະກິດ, ສືບຕໍ່ເອົາໃຈໃສ່ຊຸກຍູ້, ສົ່ງເສີມການປູກ – ການລ້ຽງ ເພື່ອເປັນສິນຄ້າສ້າງລາຍຮັບແກ່ຄອບຄົວ, ແກ້ໄຂບັນຫາຂາດເຂີນນໍ້າມັນ, ອັດຕາເງິນເຟີ້ໃຫ້ເຂົ້າສູ່ສະພາບປົກກະຕິ, ບໍ່ໃຫ້ປະຊາຊົນນ້ອຍໃຈໃນການໂຈະສະໜາມບິນຫ້ວຍຊາຍ ໃຫ້ພູມໃຈທີ່ໄດ້ສະໜາມບິນສາກົນບໍ່ແກ້ວ, ໃຫ້ທຸກຄົນໃນສັງຄົມມີຄວາມຮັບຮູ້, ເຂົ້າໃຈ ແລະ ເຫັນໃຈໃນການພະຍາຍາມແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນຂອງລັດຖະບານໃນປັດຈຸບັນ ເພື່ອໃຫ້ການສະໜັບສະໜູນ, ຊຸກຍູ້ຊ່ວຍເຫຼືອລັດຖະບານ, ອົງການປົກຄອງແຂວງດຳເນີນການປະຕິບັດ 2 ວາລະແຫ່ງຊາດໃຫ້ໄດ້ຕາມຄາດໝາຍ, ປັບປຸງແຜນການພັດທະນາເສດຖະກິດ – ສັງຄົມຂອງແຂວງໃນສະພາບຈຳກັດ ໃຫ້ເຊື່ອມໂຍງກັບສາກົນດ້ວຍທາງບົກ, ທາງນ້ຳ ແລະ ທາງອາກາດ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ ໃຫ້ຖືກຕ້ອງຕາມມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງໄດ້ກຳນົດເປັນແຕ່ລະໄລຍະ.

ມາໃນຕອນແລງພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວແມ່ນໄດ້ພົບປະກັບຄະນະເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໂດຍມີ ທ່ານ ຈ່າວເວີຍ ປະທານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ພ້ອມທັງຮັບຟັງການລາຍສະພາບການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ພະນະທ່ານ ນາຍົກ ໄດ້ເວົ້າວ່າ: ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແມ່ນການພັດທະນາແບບຄົບວົງຈອນ ສະນັ້ນ ຕ້ອງສ້າງໃຫ້ມີນິຕິກໍາຄຸ້ມຄອງໂດຍສະເພາະພາຍໃນ. ຈາກນັ້ນ ທ່ານ ພະນະທ່ານນາຍົກ ພ້ອມດ້ວຍຄະນະ ແມ່ນໄດ້ເດີນທາງທ່ຽວຊົມຊຸກຍູ້ການປູກໝາກພຸກຂອງບໍໍລີສັດ ຕິ່ງຕາລີ່ ຢູ່ເຂດທົ່ງພ້າວຫ້າວ ດ່ານຖີ່ນ, ທ່ຽວຊົມຟາມລຽ້ງງົວຢູ່ປາກຮາວໃຕ້, ການລ້ຽງປາໃນຮົ່ມ ແລະ ຈຸດການກໍສ້າງສວນສາທາລະນະໜອງຖານ ໃນນັ້ນ ພະນະທ່ານ ນາຍົກ ແມ່ນໄດ້ຮັບຟັງການລາຍງານສະພາບຄວາມຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ ຈາກນັ້ນ ພະນະທ່ານ ນາຍົກ ລັດຖະມົນຕີແຫ່ງ ສ ປປລາວ ພະນະທ່ານ ພັນຄຳ ວິພາວັນ ແມ່ນໄດ້ໃຫ້ທິດຊີ້ນໍາ, ແກ້ຂໍ້ຂ້ອງໃຈ ພ້ອມກັນສ້າງເສດຖະກິດ, ການຜະລິດສົ່ງອອກໃຫ້ຫຼາຍ ເພື່ອໃຫ້ແຂວງບໍ່ແກ້ວມີທ່າແຮງທາງດ້ານເສດຖະກິດທີ່ເຂັ້ມແຂງ, ພື້ນຖານໂຄງລ່າງໃຫ້ມີການພັດທະນາເທື່ອລະກ້າວ. ມາໃນຕອນເຊົ້າຂອງວັນທີ 5 ສິງຫາ 2022 ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສ ປປ ລາວ ພ້ອມຄະນະ ແມ່ນສຳເລັດການເຮັດວຽກຢູ່ແຂວງບໍ່ແກ້ວ ແລະ ກັບຄືນສູ່ນະຄອນ ຫວຼງວຽງຈັນດ້ວຍຄວາມສະຫວັດດີພາບ.

ຂ່າວ-ພາບ: ຄໍາໄຕ ສີສະຫວ່າງ – ຄຳໄຊ ລີໄຊມົວຕູ້

LEAVE A REPLY

Please enter your comment!
Please enter your name here