ໂຮງໝໍແຂວງອັດຕະປື ເປີດນໍາໃຊ້ຕຶກຟອກໄຂ່ຫຼັງ!

0
2057

ໂຮງໝໍແຂວງອັດຕະປື ເປີດນໍາໃຊ້ຕຶກຟອກໄຂ່ຫຼັງ ເພື່ຶອປິ່ນປົວຄົນເຈັບທີ່ເປັນພະຍາດໄຂ່ຫຼັງຊຸດໂຊມ.

ໂຮງໝໍແຂວງອັດຕະປື ໄດ້ຈັດພິທີເປີດການນໍາໃຊ້ຕຶກຟອກໄຂ່ຫຼັງ ເພື່ຶອປິ່ນປົວຄົນເຈັບທີ່ເປັນພະຍາດໄຂ່ຫຼັງຊຸດໂຊມ ຂຶ້ນໃນວັນທີ 4 ສິງຫາ ຜ່ານມາ ຊຶ່ງມີທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ, ມີທ່ານ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທະວີ ຈະເລີນຜົນ ຜູ້ອຳນວຍການໂຮງໝໍແຂວງ ກ່າວວ່າ: ໂຄງການຟອກໄຂ່ຫຼັງ ເພື່ອປິ່ນປົວຄົນເຈັບທີ່ເປັນພະຍາດໄຂ່ຫຼັງຊຸດໂຊມຂອງໂຮງໝໍແຂວງອັດຕະປື ຖືເປັນຄັ້ງປະຫວັດສາດໃນການຍົກລະດັບການປິ່ນປົວພະຍາດໄຂ່ຫຼັງຊຸດໂຊມຢູ່ແຂວງອັດຕະປື ໃຫ້ທຽບທັນກັບບັນດາໂຮງໝໍແຂວງຕ່າງໆໃນທົ່ວປະເທດ, ທັງເປັນການຫຼຸດຜ່ອນການເດີນທາງ ແລະ ປະຢັດຄ່າໃຊ້ຈ່າຍຂອງປະຊາຊົນທີ່ເປັນພະຍາດດັ່ງກ່າວ ຊຶ່ງໂຄງການນີ້ເກີດຂຶ້ນໄດ້ຍ້ອນຄວາມເອົາໃຈໃສ່ຊຸກຍູ້ຊ່ວຍເຫຼືອຈາກການນຳກະຊວງສາທາລະນະສຸກ ກໍຄືການນໍາຂອງແຂວງອັດຕະປື ແລະ ອົງການຮ່ວມມືສາກົນ ສ ເກົາຫຼີ ຫຼື ກອຍກາ ທີ່ໄດ້ຮ່ວມກັນໃຫ້ການສະໜັບສະໜູນທຶນເພື່ອສ້ອມແປງໃນມູນຄ່າ 184 ລ້ານກີບ ພ້ອມອຸປະກອນຮັບໃຊ້ ໂດຍການຈັດຊື້ຜ່ານກົມປິ່ນປົວກະຊວງສາທາລະນະສຸກປະກອບມີ:

ເຄື່ອງຟອກໄຂ່ຫຼັງ 2 ເຄື່ອງ ມູນຄ່າ 63.900 ໂດລາ, ໂດຍແມ່ນບໍລິສັດ ວຽງທອງການຢາ ເປັນຜູ້ຮັບເໝົາຈັດຊື້ ແລະ ສະໜອງ ພ້ອມທັງຕິດຕັ້ງ ທັງຈັດສະໜອງຢາ ແລະ ອຸບປະກອນຮັບໃຊ້ໃນການຟອກໃຫ້ອີກຈຳນວນໜຶ່ງ, ດ້ານບຸກຄະລາກອນໄດ້ຈັດສົ່ງພະນັກງານໄປຝຶກອົບຮົມຢູ່ໂຮງໝໍແຂວງຈຳປາສັກ 2 ຊຸດ ຊຸດລະ 3 ທ່ານ, ທ່ານໝໍ 1 ທ່ານ, ພະຍາບານ 2 ທ່ານ ໃຊ້ເວລາຝຶກອົບຮົມ 3 ເດືອນ.

ໃນພິທີບັນດາແຂກທີ່ເຂົ້າຮ່ວມໄດ້ພ້ອມກັນເປີດປ້າຍ ເພື່ອເປີດການນໍາໃຊ້ຕຶກຟອກໄຂ່ຫຼັງຢ່າງເປັນທາງການ.ຂ່າວ-ພາບ: ມະນີວອນ

LEAVE A REPLY

Please enter your comment!
Please enter your name here