ຊີ້ນໍາໃຫ້ອໍານາດການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕິດຕາມເຝົ້າ ລະວັງຢ່າງໃກ້ຊິດ

0
1324

ຈາກສະພາບຝົນຕົກຫນັກຕິດຕໍ່ກັນຫຼາຍວັນຜ່ານມາ ເຮັດໃຫ້ຫຼາຍຈຸດຢູ່ນະຄອນຫຼວງວຽງຈັນ (ນວ) ເກີດໃຫ້ມີນ້ໍາຖ້ວມອັ່ງ-ຂັງເປັນບໍລິເວນກ້ວາງ ໂດຍສະເພາະ ບັນດາບ້ານທີ່ຢູ່ເຂດພື້ນທີ່ຄ້ອຍຕໍ່າຢູ່ລຽບຕາມຖະຫນົນ13 ເໜືອ ແລະ ເຂດອື່ນໆໃນເຂດເມືອງສີໂຄດຕະບອງ ໄດ້ຮັບຜົນກະທົບຈາກນ້ໍາຖ້ວມຂັງດັ່ງກ່າວ ເນື່ອງຈາກການລະບາຍນ້ໍາບໍ່ທັນຈາກຈຸດຕ່າງໆ ສົ່ງຜົນເຮັດໃຫ້ນ້ໍາຍື່ງຂຶ້ນຖ້ວມບ້ານເຮືອນປະຊາຊົນ ແລະ ຖະໜົນຫົນທາງຢູ່ຫຼາຍຈຸດເຂດເມືອງດັ່ງກ່າວ ອັນໄດ້ສ້າງຄວາມລໍາບາກໃຫ້ການດໍາລົງຊີວິດຂອງປະຊາຊົນໃນການສັນຈອນໄປ-ມາ ແລະ ອື່ນໆ.

ວັນທີ 8 ສິງຫາ 2012, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງຕິດຕາມກວດກາ ເພື່ອເລັ່ງ ແກ້ໄຂສະພາບການດັ່ງກ່າວຢູ່ເມືອງສີໂຄດຕະບອງ ນວ ຖືກຕ້ອນຮັບໂດຍທ່ານ ທະວີໄຊ ເຜົ່າຊົມພູ ເຈົ້າເມືອງສີໂຄດຕະບອງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

ການລົງຕິດຕາມຄັ້ງນີ້ ທ່ານເຈົ້າຄອງໄດ້ຕິດຕາມກວດກາເບີ່ງຈຸດພື້ນທີ່ມີນໍ້າຖ້ວມອັ່ງ-ຂັງຫຼາຍທີ່ສຸດ ໂດຍສະເພາະຈຸດນໍ້າຖ້ວມ-ຂັງບໍລິເວນບ້ານລຽບຖະຫນົນ 13 ເຫນືອ ຈຸດບ້ານຫນອງຫນ້ຽວ-ຫນອງແຕ່ງ ເຂດຕະຫຼາດລາວອົດຊີ ແລະ ຈຸດຫນອງ, ບ້ານໂນນແກ້ວ ຈາກນັ້ນ ໄດ້ຕິດຕາມ ເບິ່ງຈຸດຄອງລະບາຍນ້ໍາເຂດບ້ານຫຼັກຫີນ ສືບຕໍ່ຕິດຕາມປະຕູນ້ໍາ ຫ້ວຍນ້ໍາບ້ານຫນອງດາ-ເກົ້າລ້ຽວ ແລະ ປະຕູນ້ໍາລະບາຍນໍ້າຫ້ວຍມູນ ເຊິ່ງປັດຈຸບັນ ທົ່ວເມືອງສີໂຄດຕະບອງມີນ້ໍາຖ້ວມ-ຂັງທັງຫມົດ 29 ຈຸດ ໃນຈໍານວນ 25 ບ້ານ ມີທັງຫມົດ 839 ຄອບຄົວ ທີ່ຖືກຜົນກະທົບດັ່ງກ່າວ ເຊິ່ງໃນແຕ່ລະຈຸດ ມາຮອດຕອນບ່າຍຂອງວັນທີ 8 ສິງຫາ 2022 ສະພາບນ້ໍາແມ່ນໄດ້ຫຼຸດລົງພຽງເລັກຫນ້ອຍ ແລະ ບາງຈຸດຍັງຄົງທີ່ ສາເຫດ ອັນເນື່ອງມາຈາກປະລິມານນ້ໍາຝົນໄດ້ເພີ່ມຂຶ້ນ ເຮັດໃຫ້ການລະບາຍນ້ໍາສູ່ຫ້ວຍນ້ໍາ ແລະ ຮ່ອງທໍາມະຊາດບໍ່ສະດວກ ມີການອຸດຕັນແລວທາງ.

ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຊີ້ນໍາໃຫ້ອໍານາດການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕິດຕາມເຝົ້າ ລະວັງຢ່າງໃກ້ຊິດ ເບື້ອງຕົ້ນ ທ່ານເຈົ້າຄອງໄດ້ຊີ້ນໍາໃຫ້ແກ້ໄຂລວງຮ່ອງລະບາຍນ້ໍາອອກ ຈຸດທີ່ມີການອຸດຕັນທາງນໍ້າໄຫຼລົງສູ່ຮ່ອງທໍາມະຊາດ ເພື່ອລະບາຍນໍ້າອອກບໍ່ມີໃຫ້ນໍ້າສູງຂຶ້ນຕື່ມ ໂດຍສະເພາະ ເລັ່ງໃສ່ຈຸດຖະຫນົນສາຍຫຼັກເຂດບ້ານສີໄຄ ຈຸດບ້ານຫນອງຫນ້ຽວ-ຫນອງແຕ່ງເຂດ ຕະຫຼາດລາວອົດຊີ ແລະ ຈຸດຫນອງ, ບ້ານໂນນແກ້ວ ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ໂດຍມອບອົງການປົກຄອງເມືອງ ແລະ ພະແນກການກ່ຽວຂ້ອງ ປະສານສົມທົບກັນແກ້ໄຂຢ່າງຮີບດ່ວນ ພ້ອມນັ້ນ ຍັງໄດ້ຊີ້ນໍາໃຫ້ແຕ່ລະພາກສ່ວນກໍານົດແຜນການແກ້ໄຂໃຫ້ລະອຽດ ທັງໃນ ໄລຍະສັ້ນ ແລະ ໄລະຍະຍາວ ຊີ້ນໍາໃຫ້ກວດຄືນບັນຫາການຖົມດິນທີ່ປິດແລວງທາງນໍ້າໄຫຼ ແກ້ໄຂຈຸດທີ່ມີຄວາມສ່ຽງທີ່ອາດເກີດເພີ່ມຂຶ້ນໃນ ຈຸດຕ່າງໆ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນໃຫ້ຫຼຸດລົງ.

ແຫຼ່ງຂ່າວ ແລະ ຮູບພາບ: ວຽງຈັນໃໝ່

LEAVE A REPLY

Please enter your comment!
Please enter your name here