ຊ່ວຍເຫລືອສຸກເສີນ ປະຊາຊົນບ້ານໂນແກ້ວ ທີ່ຖືກນໍ້າຖ້ວມ

0
613

ປະຊາຊົນບ້ານໂນແກ້ວ ທີ່ຖືກນໍ້າຖ້ວມໄດ້ຮັບການຊ່ວຍເຫລືອສຸກເສີນ.

ເນື່ອງຈາກໃນຕົ້ນເດືອນສິງຫາ 2022 ນີ້ ໄດ້ມີຝົນຕົກແຮງເປັນບໍລິເວນກວ້າງ ໃນທົ່ວປະເທດ ເຊິ່ງໄດ້ເຮັດໃຫ້ຫລາຍທ້ອງຖິ່ນໄດ້ຮັບຜົນກະທົບ, ສະເພາະ ນະຄອນຫລວງວຽງຈັນ ກໍໄດ້ຮັບຜົນກະທົບຈາກສະພາບຝົນຕົກໜັກໃນວັນທີ 8 ສິງຫາ ເຮັດໃຫ້ນ້ຳຖ້ວມເສັ້ນທາງໃນຫລາຍຈຸດ ໂດຍສະເພາະເຮືອນຊານພໍ່ແມ່ປະຊາຊົນເຂດບ້ານໂນນແກ້ວ ເມືອງສີໂຄດຕະບອງ ຈຳນວນ 35 ຄອບຄົວ ໄດ້ຮັບຜົນກະທົບນ້ຳຖ້ວມເຊັ່ນດຽວກັນ.

ຕໍ່ກັບບັນຫາດັ່ງກ່າວໃນວັນທີ 09 ສິງຫາ 2022 ນີ້ ອົງການກາແດງແຫ່ງຊາດລາວ ກໍໄດ້ສົມທົບກັບອຳນາດການປົກຄອງແຕ່ລະຂັ້ນ ເພື່ອໃຫ້ການຊ່ວຍເຫລືອສຸກເສີນຢ່າງເລັງດ່ວນ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.

ເຄື່ອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້ ມີຈຳນວນ 35 ຊຸດ ເຊິ່ງປະກອບມີເຂົ້າສານໜຽວ, ນ້ຳດື່ມ,ປາກະປ໋ອງ, ນ້ຳມັນພືດ, ແຟັບຊັກເຄື່ອງ, ສະບູກ້ອນ, ຢາສີຟັນ, ແປງສີຟັນ, ເກືອ ແລະ ອື່ນໆ ລວມມູນຄ່າທັງໝົດ 14 ລ້ານກວ່າກີບ ໂດຍເປັນກຽດກ່າວມອບຂອງທ່ານ ດຣ ກາວິພອນ ສຸດທິ ຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວ, ຮັບໂດຍພໍ່ແມ່ປະຊາຊົນບ້ານໂນນແກ້ວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄຳຫລ້າ ກຸມພົນພັກດີ ນາຍບ້ານໂນນແກ້ວ ຕະຫລອດຮອດພະນັກງານຈາກອົງການກາແດງລາວ ແລະ ອົງການຈັດຕັ້ງບ້ານເຂົ້າຮ່ວມ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here