ກອງປະຊຸມສານບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ – ຫວຽດນາມ – ກໍາປູເຈຍ ຄັ້ງທີ VI

0
554

ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມສານບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ 3 ປະເທດ ລາວ – ຫວຽດນາມ – ກໍາປູເຈຍ ຄັ້ງທີ VI ຂຶ້ນໃນວັນທີ 10-11 ສິງຫາ 2022 ທີ່ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຮວາ ບິງ ປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ທ່ານ ຈີບ ເກ່ງ ຮອງປະທານສານສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍ ຄະນະຜູ້ແທນທັງສາມພາກສ່ວນເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ກອງປະຊຸມສານບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ຂອງ 3 ປະເທດ ລາວ-ຫວຽດ-ກຳປູເຈຍ ຄັ້ງນີ້ ແມ່ນຖືວ່າມີຄວາມໝາຍ ຄວາມສຳຄັນທີ່ສຸດ ຂອງອົງການຕຸລາການ ທັງ 3 ປະເທດ ໃນການປຶກສາຫາລື, ແລກປ່ຽນບົດຮຽນ, ຮ່ວມມືກັນຕ້ານອາຊະຍາກຳຂ້າມຊາດ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທາງດ້ານກົດໝາຍ ພ້ອມທັງເປັນການຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຊຶ່ງເວົ້າໄດ້ວ່າ ອົງການຕຸລາການ ກໍເປັນປັດໄຈຫຼັກອັນໜຶ່ງໃນການແກ້ໄຂບັນຫາດັ່ງກ່າວ ສະນັ້ນ, ນອກຈາກການປັບປຸງ ແລະ ຍົກສູງປະສິດທິພາບຂອງກົນໄກພາຍໃນແລ້ວ, ການກະທົບຂອງກົນໄກພາຍນອກ ກໍເປັນສິ່ງສຳຄັນທີ່ສຸດເຊັ່ນດຽວໃຫ້ແກ່ການແກ້ໄຂບັນຫາຕ່າງໆມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ແລະ ກອງປະຊຸມຄັ້ງນີ້ ກໍເປັນການສະແດງໃຫ້ເຫັນເຖິງຄວາມຕັດສິນໃຈສູງ, ສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມສາມັກຄີອັນສະໜິດແໜ້ນ ຂອງອົງການຕຸລາການ ທັງ 3 ປະເທດ ໃນການຮ່ວມມືກັນໃນທຸກດ້ານ ເພື່ອຕອບໂຕ້ຄືນບັນດາອາຊະຍາກຳຂ້າມຊາດ ທີ່ນັບມື້ມີການພັດທະນາຫຼາຍຮູບແບບ ແລະ ວິທີການທີ່ສະຫຼັບສັບຊ້ອນຂຶ້ນກວ່າເກົ່າ ຈາກການໃຊ້ປະໂຫຍດຂອງຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກໂນໂລຊີ ລວມໄປເຖິງການທີ່ 3 ປະເທດ ພວກເຮົາມີຊາຍແດນຕິດຈອດກັນ ແລະ ທັງເປັນປະຊາຄົມອາຊຽນ ທີ່ມີການເປີດເສລີທາງການເດີນທາງ ແລະ ການຂະຫຍາຍຕົວຂອງການທ່ອງທ່ຽວ ໃນຂະນະທີ່ປະສິດທິພາບການບັງຄັບໃຊ້ກົດໝາຍຂອງແຕ່ລະປະເທດ ມີຄວາມແຕກຕ່າງກັນ.

ສະນັ້ນ, ມັນຈຶ່ງຮຽກຮ້ອງໃຫ້ອົງການຕຸລາການຂອງພວກເຮົາ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ມີການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ຕະຫຼອດເວລາ.

ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໃນການປຶກສາຫາລື, ແລກປ່ຽນບົດຮຽນ, ຕີລາຄາຄືນ ຜົນສຳເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນການປະຕິບັດຕົວຈິງຜ່ານມາ ເພື່ອຮ່ວມກັນຄົ້ນຄວ້າ, ຊອກຫາທິດທາງ, ວິທີການ ເພື່ອແກ້ໄຂຂໍ້ຄົງຄ້າງ ແລະ ຫຍຸ້ງຍາກ; ພ້ອມກັນ ກໍສືບຕໍ່ພັດທະນາຂໍ້ສະດວກ ແລະ ວາງແຜນການ ໃນການສືບຕໍ່ຮ່ວມມືກັນ ເພື່ອຕ້ານ ແລະ ສະກັດກັ້ນໄພອັນຕະລາຍຕ່າງໆ ຈາກອາຊະຍາກຳຂ້າມຊາດ ໃຫ້ທັນສະພາບການ, ທຸກຮູບແບບ ແລະ ບັນຫາທ້າທາຍຕ່າງໆຂອງຍຸກສະໄໝ. ເພື່ອເຮັດໃຫ້ພາກພື້ນຂອງ 3 ປະເທດພວກເຮົາ ມີຄວາມສະຫງົບສຸກ, ປອດໄພ ແລະ ປະຊາຊົນ ມີຄວາມຮັ່ງມີ, ຜາສຸກ ແລະ ຍຸຕິທຳ.ທ່ານ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ:

ສາມປະເທດຂອງພວກເຮົາ ໄດ້ມີສາຍພົວພັນມິດຕະພາບມາແຕ່ດົນນານ, ພັກ, ລັດ ແລະ ປະຊາຊົນ ສາມປະເທດ ໄດ້ເພີ່ມພູນນໍ້າໃຈສາມັກຄີ, ມິດຕະພາບຖານເພື່ອນມິດບ້ານໃກ້ເຮືອນຄຽງທີ່ດີ ຊຶ່ງເປັນມູນເຊື້ອ ແລະ ການຮ່ວມມືທີ່ມີມາກ່ອນ, ສາມປະເທດພວກເຮົາມີແຜ່ນດິນ, ພູຜາປ່າໄມ້ ຕິດຈອດກັນ ແລະ ນໍາໃຊ້ແມ່ນໍ້າລໍາເຊຮ່ວມກັນ, ປະຊາຊົນພວກເຮົາໄດ້ໄປມາຫາສູ່, ຄ້າຂາຍຮ່ວມກັນ, ມີຮີດຄອງປະເພນີອັນດີງາມຫຼາຍອັນຄ້າຍຄືກັນ.

ສິ່ງດັ່ງກ່າວໄດ້ເປັນເງື່ອນໄຂທີ່ດີ ໃຫ້ແກ່ການພົວພັນຮ່ວມມື ຊຶ່ງກັນ ແລະ ກັນ, ແຕ່ໄປຄຽງຄູ່ກັນນັ້ນ ກໍປາສະຈາກບໍ່ໄດ້ກ່ຽວກັບປະກົດການຫຍໍ້ທໍ້ ທີ່ກຸ່ມຄົນບໍ່ດີສວຍໃຊ້ກາລະໂອກາດດັ່ງກ່າວ ກໍ່ຄວາມບໍ່ສະຫງົບຕ່າງໆຂຶ້ນ ຕາມຊາຍແດນລະຫວ່າງປະເທດ ຫຼື ເຂົ້າປະເທດໂດຍບໍ່ຖືກຕ້ອງຕາມກົດໝາຍ ເຊັ່ນ: ການຕັດໄມ້ທໍາລາຍປ່າ, ລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ການຄ້າມະນຸດ, ການຄ້າໂສເພນີ, ການສົ່ງຄົນເຂົ້າ ຫຼື ຄົນອອກປະເທດຢ່າງຜິດກົດໝາຍ, ການລັກ, ການຍາດຊີງຊັບຂອງພົນລະເມືອງ, ການຊື້-ຂາຍຊັບຂອງພົນລະເມືອງຢ່າງຜິດກົດຫມາຍ, ການຂາຍສິນຄ້າທີ່ເກືອດຫ້າມ, ການຄ້າຂາຍຢາເສບຕິດ, ການລະເມີດລະບຽບພາສີອາກອນ ແລະ ອື່ນໆ.

ໃນຍຸກແຫ່ງການເຊື່ອມໂຍງເສດຖະກິດອາຊຽນເວົ້າສະເພາະ, ການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນລະຫວ່າງ ສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ ມີການຂະຫຍາຍຕົວນັບມື້ນັບສູງຂຶ້ນ, ສະພາບການຂອງໂລກ ແລະ ພາກພື້ນທີ່ກໍາລັງມີການຜັນແປ ຊຶ່ງບໍ່ສາມາດປະເມີນຜົນໄດ້ກ່ຽວກັບການກໍ່ການຮ້າຍສາກົນ ແລະ ການກະທໍາຜິດຂ້າມແດນທຸກປະເພດ ໂດຍມີອົງການຈັດຕັ້ງ ທີ່ກໍາລັງດໍາເນີນຢ່າງສັບສົນນັ້ນ.

ໃນເງື່ອນໄຂດັ່ງກ່າວໄດ້ຮຽກຮ້ອງໃຫ້ພວກເຮົາ ຈໍາເປັນຕ້ອງເພີ່ມທະວີການພົວພັນຮ່ວມມືລະຫວ່າງປະເທດ ເວົ້າລວມ, ເວົ້າສະເພາະບັນດາສານແຂວງທີ່ມີຊາຍແດນຕິດຈອດກັນ ມີໜ້າທີ່ ແລະ ຄວາມຮັບຜິດຊອບນັບມື້ນັບສູງ, ການຮ່ວມມືຢ່າງໃກ້ຊິດລະຫວ່າງສານສາມປະເທດ ເພື່ອສະໜອງຂໍ້ມູນຂ່າວສານ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ແມ່ນມີຄວາມຈໍາເປັນຢ່າງພາວະວິໄສ ເພື່ອເປັນການປັບປຸງ, ພັດທະນາກົນໄກ, ເສີມສ້າງຄວາມເຂັ້ມແຂງຂອງອົງການຕຸລາການ ລວມທັງເປັນການພັດທະນາສັກກະຍະພາບບຸກຄະລາກອນພາຍໃນອົງກອນໃຫ້ເຮັດວຽກຮ່ວມກັນຢ່າງມີປະສິດທິພາບ ແລະ ມີການຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ທາງດ້ານກົດໝາຍ ເພື່ອເຮັດໜ້າທີ່ຕົ້ນຕໍໃນການຕັດສິນ, ພິພາກສາລົງໂທດ ບັນດາບຸກຄົນ ຫຼື ນິຕິບຸກຄົນ ກໍຄືອົງກອນອາຊະຍາກອນເຫຼົ່ານັ້ນ ບົນຫຼັກການຄວາມສະເໝີພາບ, ສອດ ຄ່ອງກັບຫຼັກມະນຸດສະທຳຖືກຕ້ອງຕາມກົດໝາຍພາຍໃນ ແລະ ສົນທິສັນຍາໃນການຮ່ວມມືກັນດ້ານຍຸຕິທຳ ທີ່ໄດ້ລົງນາມເຊັນສັນຍາຮ່ວມກັນ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here