ຈັບ 1 ຄົນ ຂະຫຍາຍຜົນໄດ້ອີກ 4

0
1032

ຈັບ 1 ຄົນ ຂະຫຍາຍຜົນໄດ້ອີກ 4 ຜູ້ຖືກສົງໃສ ມີຂອງກາງຫຼາຍລາຍການ

ຂ່າວ ຮອ ນ. ອ່າງ ວັນທີ 26-28 ກໍລະກົດ 2022, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນວ ສົມທົບກັບ ພາກສ່ວນກ່ຽວຂ້ອງ ເຂົ້າຈັບຜູ້ຖືກສົງໃສຄ້າຂາຍຢາເສບຕິດ 1 ຄົນ, ຫຼັງສອບສວນຂະຫຍາຍຜົນຊັດທອດຫາພວກຮ່ວມຂະບວນການ 4 ຜູ້ຖືກສົງໃສ, ມີຂອງກາງ 73.865 ເມັດ, ລົດຈັກ 05 ຄັນ ,ບັນຊີ ເງິນຝາກຢູ່ທະນາຄານ 48.500.000 ກີບ, 15 ໂດລາ, ເງິນໄທ 520 ບາດ, ໂທລະສັບ 05 ເຄື່ອງ, ສາຍແຂນ 01 ເສັ້ນ, ສາຍຄໍ 01 ເສັ້ນ, ແຫວນ 01 ວົງ, ສາຍຄໍສີຂາວ 01 ເສັ້ນ ແລະ ກີ້ ສີຂາວ 01 ອັນ, ມາດໍາເນີນຄະດີ ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ໃຫ້ຮູ້ວ່າ:

ວັນທີ 26 ກໍລະກົດ 2022, ໄດ້ສົມທົບກັບ ປກສ ກຸ່ມ ສີວິໄລ ແລະ ບ້ານ ເຂົ້າຈັບຕົວຜູ້ຖືກສົງໃສຄ້າຂາຍຢາເສບຕິດ 01 ຄົນ ທ້າວ ໂອສາ ອາຍຸ 38 ປີ ກໍາມະກອນ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ພ້ອມຂອງກາງຢາບ້າ 30 ເມັດ ແລະ ໂທລະສັບ 01 ເຄື່ອງ, ຜົນສອບສວນ ຊັດທອດຫາພັກພວກທ້າວ ສີລິສະຫວັນ ຫຼື ນີ ອາຍຸ 36 ປີ ອາຊີບ ກໍາມະກອນ ຢູ່ບ້ານສະພັງເມິກ ເມືອງໄຊທານີ ຕໍ່ມາເວລາ 09:00 ໂມງ ຈິງໄດ້ເຂົ້າຈັບຕົວ ທ້າວ ສີລິສະຫັວນ ມີຂອງກາງຢາບ້າ 08 ຖົງ ຫຼື 1.600 ເມັດ, ໂທລະສັບ 02 ເຄື່ອງ, ລົດຈັກ ສີດໍາ 01 ຄັນ, ພ້ອມນີ້ ສອບສວນເບື້ອງຕົ້ນ ຊັດທອດຫາ ທ້າວ ບັນດາສັກ ອາຍຸ 34 ປີ ຢູ່ບ້ານພູຄໍາ ເມືອງໄຊທານີ ເປັນຜູ້ກະທໍາຜິດ ຈິ່ງໄດ້ນໍາຈັບຕົວພ້ອມຂອງກາງຢາບ້າ 155 ເມັດ, ລົດຈັກຄິກໄອ ສີຂາວ ບໍ່ມີປ້າຍທະບຽນ 01 ຄັນ,ໂທລະສັບ 01 ເຄື່ອງ, ເປີດກວ້າງຮັບສາລະພາບວ່າ:

ມີພັກພວກຮ່ວມຄ້າຂາຍຢາເສບຕິດອີກ 2 ຄົນຊື່ ນາງ ສີ ອາຍຸ 38 ປີ ຢູ່ບ້ານພູຄໍາ ເມືອງໄຊທານີ ແລະ ທ້າວ ຊາຍ ອາຍຸ 40 ປີ ກໍາມະກອນ ຢູ່ບ້ານພູຄໍາ ເມືອງໄຊທານີ, ຫຼັງມີຂໍ້ມູນຫຼັກຖານ ກໍສືບຄົ້ນໄລ່ຊອກໄລຈັບ ນາງ ສີ ພ້ອມຂອງກາງ ຢາບ້າ 80 ເມັດ, ສາຍແຂນ 01 ເສັ້ນ, ກີ້ສາຍຄໍ 01 ອັນ, ແຫວນ 01 ວົງ, ສາຍຄໍສີຂາວ ແລະ ກີ້ 01 ອັນ, ເງິນ 15 ໂດລາ, ເງິນໄທ 520 ບາດ ແລະ ເງິນຝາກຢູ່ທະນາຄານ 48.500.000 ກີບ, ລົດຈັກ ເວັບ 100 ສີແດງດໍາ 01 ຄັນ, ລົດຄິກໄອ ສີຂາວ ບໍ່ມີປ້າຍທະບຽນ 1 ຄັນ, ລົດຊີບີອາ ສີຂາວດໍາ ບໍ່ມີປ້າຍທະບຽນ 01 ຄັນ ແລະ ທ້າວ ຊາຍ ມີຂອງກາງຢາບ້າ 72.000 ເມັດ, ໂທລະສັບ 01 ໜ່ວຍ, ລົດຈິບ ສີຂາວ 01 ຄັນ. ຕໍ່ກັບຄະດີນີ້ ກອງບັນຊາການ ປກສ ເມືອງໄຊທານີກຳລັງເລັ່ງສືບສວນ-ສອບສວນ ປະຕິບັດຕາມກົດໝາຍ.

ແຫຼ່ງຂ່າວ ແລະ ພາບຈາກ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here