ຕ້ອງມີໃບຢັ້ງຢືນປອດສານເສບຕິດ!

0
633

 ເລື່ອງ: ການປະກອບເອກະສານຂອງພະນັກງານລັດຖະກອນ, ນັກຮຽນ-ນັກສຶກສາ ທີ່ຈະເຂົ້າເຮັດວຽກ ຫຼື ໄປຮຽນຕໍ່ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອງໄດ້ມີໃບຢັ້ງຢືນປອດສານເສບຕິດ.

– ອີງຕາມ ຄໍາສັ່ງຂອງທ່ານເຈົ້າແຂວງໆ ບໍ່ແກ້ວ ເລກທີ 21/ຈຂ.ບກ, ລົງວັນທີ 11 ມັງກອນ 2010 ວ່າດ້ວຍການເພິ່ມທະວີຄວບຄຸມ, ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດ. – ອີງຕາມ ແຜນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. –

ອີງຕາມ ຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງໆບໍ່ແກ້ວ ເລກທີ 210/ຈຂ.ບກ, ລົງວັນທີ 24 ມີນາ 2010 ວ່າດ້ວຍທີ່ຕັ້ງ, ພາລະບົດບາດ ແລະ ການເຄື່ອນໄຫວຂອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ.

ເພື່ອປະຕິບັດຕາມແຜນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຮັດ ໃຫ້ກົມກອງອ້ອມຂ້າງແຂວງ, ສອງກອງກໍາລັງ, ສະຖາບັນການສຶກສາ ປອດຈາກສິ່ງເສບຕິດ ແລະ ເຮັດໃຫ້ບັນຫາ ການແຜ່ລະບາດຂອງສິ່ງເສບຕິດຫຼຸດຫນ້ອຍຖອຍລົງຈົນຫມົດໄປ ຈາກສັງຄົມ.

ຫ້ອງວ່າການແຂວງບໍ່ແກ້ວ ຂໍຖືເປັນກຽດຢ່າງສູງແຈ້ງການມາຍັງບັນດາທ່ານ ເພື່ອຮັບຊາບ: ກ່ຽວກັບ ການ ຮັບເອົາບຸກຄະລາກອນເຂົ້າເຮັດວຽກ ແລະ ຜູ້ທີ່ຈະປະກອບເອກະສານເຂົ້າເຮັດວຽກ ຫຼື ໄປຮຽນຕໍ່ວິຊາສະເພາະ ຢູ່ ພາຍໃນ ແລະ ຕ່າງປະເທດ ຕ້ອງໄດ້ຜ່ານການກວດຫາສານເສບຕິດ ເພື່ອອອກໃບຢັ້ງຢືນປອດສານເສບຕິດ ຈາກພະ ແນກກວດກາ ແລະ ຄວບຄຸມຢາເສບຕິດ, ກອງບັນຊາການ ປກສ ແຂວງບໍ່ແກ້ວ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການນີ້ດ້ວຍ.

.

LEAVE A REPLY

Please enter your comment!
Please enter your name here