ນະຄອນ ໄກສອນ ພົມວິຫານ ທຳລາຍສິນຄ້າໝົດອາຍຸ

0
510

ແຫຼງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູວ່າ: ເມື່ອບໍ່ດົນມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນ ໄກສອນ ພົມວິຫານ ຈັດພິທີມອບສົ່ງສິນຄ້າເສື່ອມຄຸນນະພາບ, ໝົດອາຍຸການນໍາໃຊ້ ເພື່ອນໍາໄປທໍາລາຍຖິ້ມ ທີ່ສະໜາມຂີ້ເຫຍື້ອບ້ານຊອກ ຈໍານວນ 56 ລາຍການ, ມູນຄ່າລວມ 155 ລ້ານກວ່າກີບ. ທັງນີ້ ກໍເພື່ອເຮັດໃຫ້ຜູ້ຂາຍ ແລະ ຜູ້ຊື້ ເຫັນໄດ້ຄວາມສຳຄັນໃນການຄັດເລືອກ ເອົາສິນຄ້າທີ່ມີຄຸນນະພາບມາຈຳໜ່າຍ, ຊົມໃຊ້ ແລະ ບໍລິໂພກ ສິນຄ້າທີ່ໄດ້ຕາມມາດຕະຖານ, ທັງຮັບປະກັນທາງດ້ານສຸຂະພາບຂອງຕົນເອງ ແລະ ຄົນໃນຄອບຄົວ ໂດຍມີ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາສີເພັດ ໄຊຍະວົງ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້ານະຄອນ ໄກສອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ຫ້ອງການອຸດສາຫະກຳ ແລະການຄ້າ ກໍຄື ເຈົ້າໜ້າທີ່ກວດກາການຄ້າ ໄດ້ເອົາໃຈໃສ່ລົງຕິດຕາມ ກວດກາສິນຄ້າທີ່ລະເມີດ ຕໍ່ກົດລະບຽບຄຸ້ມຄອງການຄ້າ ເປັນຕົ້ນ ສິນຄ້າເສື່ອມຄຸນ, ສິນຄ້າໝົດອາຍຸການນໍາໃຊ້, ສິນຄ້າຫ້າມຈຳໜ່າຍ, ສິນຄ້າທີ່ມີສານປົນເປື້ອນ ແລະ ສິນຄ້າບໍ່ໄດ້ມາດຕະຖານ ຕາມຫ້າງຮ້ານ, ຮ້ານສະດວກຊື້, ຕະຫລາດ, ສ້າງເກັບມ້ຽນ ແລະ ສະຖານທີ່ບໍລິການຕ່າງໆ ໃນເທສະບານນະຄອນ ໄກສອນ ພົມວິຫານ.ຜ່ານການລົງເຄື່ອນໄຫວຕົວຈິງ ສາມາດລົງກວດກາສິນຄ້າຮ້ານສະດວກຊື້ໄດ້ 23 ຮ້ານ, ຮ້ານຂາຍຍ່ອຍໄດ້ 75 ຮ້ານ, ຮ້ານຂາຍອາຫານສົດ ແລະ ອາຫານທະເລ ໄດ້ 7 ຮ້ານ, ສາງແຊເຢັນ 6 ສາງ, ຄຣິນິກເສີມຄວາມງາມ 6 ແຫ່ງ, ຮ້ານນວດສະປາ 9 ຮ້ານ ແລະ ສາມາດກວດຢຶດ-ອາຍັດສິນຄ້າໄດ້ ປະເພດສິນຄ້າເສື່ອມຄຸນນະພາບ(ເສຍຄຸນ) ຈໍານວນ 56 ລາຍການ, ມູນຄ່າລວມ 155 ລ້ານກວ່າກີບ ແລະ ໄດ້ນໍາມາທຳລາຍຖິ້ມໃນຄັ້ງນີ້.ຂ່າວ-ພາບ: ນະຄອນ ໄກສອນ ພົມວິຫານ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here