ເຈົ້າແຂວງໄຊຍະບູລີ ມອບເງິນໃຫ້ເມືອງຊຽງຮ່ອນ

0
821

ເຈົ້າແຂວງໄຊຍະບູລີ ມອບເງິນໃຫ້ເມືອງຊຽງຮ່ອນນໍາໄປຟື້ນຟູພື້ນຖານໂຄງລ່າງ ທີ່ຖືກນໍ້າຖ້ວມ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນໂອກາດທີ່ ລົງຕິດຕາມສະພາບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງຊຽງຮ່ອນ ໃນວັນທີ 14 ສິງຫາ 2022 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ຍັງໄດ້ມອບເງິນຈໍານວນ 100 ລ້ານກີບ ໃຫ້ການນໍາຂອງເມືອງ ເພື່ອນໍາໄປຟື້ນຟູບູລະນະພື້ນຖານໂຄງລ່າງຕ່າງໆທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທໍາມະຊາດ. ພ້ອມທັງເນັ້ນໃຫ້ອົງການປົກຄອງເມືອງຈົ່ງເອົາໃຈ ໃສ່ຟື້ນຟູສະພາບຈິດໃຈປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ແລະ ຟື້ນຟູອາຄານສະຖານທີ່ຕ່າງໆໃຫ້ຜູ້ປະສົບໄພ ໃຫ້ສາມາດກັບມາໃຊ້ຊີວິດຢ່າງເປັນປົກກະຕິ.

ໂອກາດນີ້, ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ໄດ້ລາຍງານໃຫ້ຮູ້ວ່າ: ອຸທົກກະໄພຄັ້ງນີ້ ໄດ້ສ້າງຄວາມເສຍຫາຍໃຫ້ປາຊາຊົນ ຈໍານວນ 244 ຄອບຄົວ, ເຮືອນເສຍຫາຍ 4 ຫລັງ, ເຮືອນຖືກນໍ້າພັດໄຫລສູນຫາຍ 1 ຫລັງ, ໂຮງຮຽນ 1 ຫລັງ, ເນື້ອທີ່ທໍາການຜະລິດເສຍຫາຍ 600 ກວ່າເຮັກຕາ, ເນື້ອທີ່ສວນຢາງພາລາ 2,5 ເຮັກຕາ,ມີງົວຕາຍ 21 ໂຕ, ໄກ່ ແລະ ເປັດ 790 ໂຕ, ລົດໄຖນາເສຍຫາຍ 2 ຄັນ, ລົດຈັກ 13 ຄັນ, ໜອງປາ 43 ໜອງ, ເຂົ້າເປືອກເສຍຫາຍ 789 ເປົາ, ເຂົ້າສານເສຍຫາຍ 231 ເປົາ, ຊົນລະປະທານຫລາຍແຫ່ງໄດ້ຮັບຜົນເສຍຫາຍ, ດິນເຈື່ອນທັບຖົມທາງ, ນໍ້າເຊາະເສັ້ນທາງ ລະຫວ່າເມືອງ ຊຽງຮ່ອນ-ເມືອງເງິນ ຖືກຕັດຂາດ, ຊັບສິນ, ເຄື່ອງໃຊ້ໃນຄົວເຮືອນຂອງປະຊາຊົນເສຍຫາຍເປັນຈຳນວນຫລວງຫລາຍ ເຊິ່ງຍັງບໍ່ສາມາດປະເມີນມູນຄ່າເສຍຫາຍພ້ອມກັນນີ້, ທ່ານເຈົ້າແຂວງ ພ້ອມດ້ວຍການນຳຂັ້ນເມືອງ ຍັງໄດ້ລົງຕິດຕາມສະພາບຜົນກະທົບຈາກນໍ້າຖ້ວມຢູ່ ບ້ານປົ່ງ, ບ້ານາອອນ ແລະ ບ້ານທາດ ອີກດ້ວຍ.

ແຫຼ່ງຂ່າວ: ປະເທດລາວ Pathedlao

LEAVE A REPLY

Please enter your comment!
Please enter your name here