ຊົມເຊີຍ! 3 ເດືອນ ມ້ຽງ ຄະດີຢາເສບຕິດໄດ້ 60 ກວ່າເລື່ອງ

0
1252

ໃນໄລຍະ 3 ເດືອນຜ່ານມາ, ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ນໍາພາບັນດາພະນັກງານວິຊາ ສະເພາະຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດເກັບກໍາ ແລະ ມ້າງຄະດີຢາເສບຕິດໄດ້ 60 ກວ່າເລື່ອງ ພ້ອມທັງຢຶດຂອງກາງໄດ້ເປັນຈໍານວນຫຼວງຫຼາຍ.

ພັຕ ໄຊສະຫວາດ ວົງສະຫວັນ ຫົວຫນ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄດ້ລາຍງານ ໃນກອງປະຊຸມສະຫຼຸບຖອດຖອນບົດຮຽນວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ໃນ ວັນທີ 3 ສິງຫາ 2022 ໂດຍການເປັນປະທານຂອງ ພັທ ສອນວິໄລ ຕຸລາທອງ ຮອງຫົວຫນ້າ ກອງ ບັນຊາການ ປກສ ແຂວງ ວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 3 ເດືອນຜ່ານມາ, ເຊິ່ງເລີ່ມແຕ່ເດືອນພຶດສະພາ-ເດືອນກໍລະກົດ 2022; ໃນນັ້ນ, ຜ່ານການດໍາເນີນໄລຍະ 3 ເດືອນຜ່ານມາ ສາມາດເກັບກໍາ ແລະ ມ້າງຄະດີຢາເສບຕິດໄດ້ທັງຫມົດ 61 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 75 ຄົນ ຍິງ 13 ຄົນ ຄື: ຢູ່ ແຂວງ 16 ເລື່ອງ ມີຜູ້ຖືກຫາ 20 ຄົນ ແລະ ຢູ່ບັນດາເມືອງ 45 ເລື່ອງ ມີຜູ້ຖືກຫາ 55 ຄົນ; ພ້ອມດຽວກັນ, ຍັງສາມາດຢຶດຂອງກາງທີ່ພົວພັນກັບຄະດີໄດ້ຫຼາຍລາຍການ ຄື: ເຄື່ອງອັດເມັດຢາບ້າ 2 ເຄື່ອງ, ຢາເສບຕິດ ປະເພດຢາບ້າ 94.348 ເມັດ, ເຮ ໂຣອິນ 2,5 ກຼາມ, ຢາໄອສ໌ 12,9 ກຼາມ, ຢາ ຝີນ 340,7 ກຼາມ, ແປ້ງຝຸ່ນປະສົມສານເສບຕິດ 10,1 ກິໂລກຼາມ, ແກ່ນຝົນ 11 ກິໂລ ກຼາມ, ອາວຸດປືນ CKC 1 ກະ ບອກພ້ອມລູກປືນ 8 ລູກ, ປືນແວັງ 1 ກະບອກ, ປືນລົມ 1 ກະບອກ, ປືນແກັບ 2 ກະບອກ, ລູກປືນເບີ 28 ລູກ, ຫມາກແຕກ 1 ຫນ່ວຍ, ພາຫະນະລົດໃຫຍ່ 2 ຄັນ, ລົດຈັກ 11 ຄັນ, ເງິນກີບ 280.889.000 ກີບ, ເງິນບາດ 256.250 ບາດ, ເງິນໂດລາ 2.208 ໂດລາ, ສາຍ ຄໍຄໍານໍ້າຫນັກ 14,2 ກຼາມ, ໂທ ລະສັບ 36 ເຄື່ອງ ແລະ ເຄື່ອງ ຂອງກາງອື່ນໆອີກຈໍານວນຫນຶ່ງ.

ນອກນັ້ນ, ຍັງສາມາດດໍາເນີນຄະດີສໍາເລັດ 39 ເລື່ອງ, ມີຜູ້ຖືກຫາ 49 ຄົນ, ສະຫຼຸບສໍານວນຄະດີ ສົ່ງໃຫ້ອົງການກ່ຽວຂ້ອງ 25 ເລື່ອງ, ຜູ້ຖືກຫາ 30 ຄົນ, ສຶກສາອົບຮົມ ແລະ ເຂົ້າບໍາບັດ-ດັດສ້າງ 14 ເລື່ອງ, ຜູ້ຖືກຫາ 18 ຄົນ; ຍັງສືບ ຕໍ່ດໍາເນີນມີ 89 ເລື່ອງ, ຜູ້ຖືກຫາ 115 ຄົນ ຍິງ 20 ຄົນ, ສານ ພິຈາລະນາຕັດສິນແລ້ວ 31 ເລື່ອງ, ມີນັກໂທດ 3.873 ຄົນ, ໃນນີ້, ມີ ໂທດປະຫານຊີວິດ 1 ຄົນ, ຕະຫຼອດຊີວິດ 2 ຄົນ, ຕັດອິດສະລະພາບແຕ່ 3 ປີ – 20 ປີ ມີ 35 ຄົນ, ສ່ວນຊັບສິນທີ່ຢິບເປັນຂອງລັດມີ ພາຫະນະລົດໃຫຍ່ 2 ຄັນ, ລົດຈັກ 10 ຄັນ, ໂທລະສັບ 6 ເຄື່ອງ, ເງິນກີບ 295.000 ກີບ. ຄຽງຄູ່ກັນນັ້ນ, ກອງປະຊຸມຍັງໄດ້ຜ່ານເນື້ອໃນຂອງເອກະສານນິຕິກໍາຕ່າງໆທີ່ກ່ຽວພັນວຽກງານປ້ອງກັນຄວາມສະຫງົບອີກ ຈໍານວນຫນຶ່ງ ພ້ອມທັງມີ ການແລກປ່ຽນຄໍາຄິດ-ຄໍາເຫັນຕໍ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການໃນ ສະເພາະຫນ້າ ເພື່ອປັບປຸງຍົກລະດັບມາດຕະການຈັດຕັ້ງປະຕິບັດໄລຍະຕໍ່ໄປໃຫ້ມີປະສິດທິຜົນສູງຂື້ນຕື່ມອີກ.

ຕອນທ້າຍ, ມັທ ສອນວິໄລ ຕຸລາທອງ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ໄລຍະຜ່ານມາ ແລະ ພ້ອມທັງເນັ້ນໃຫ້ຄະນະຊີ້ນໍາ-ບັນຊາແຕ່ລະພາກສ່ວນພ້ອມກັນເອົາໃຈໃສ່ເພີ່ມທະວີ ການນໍາພາ-ຊີ້ນໍາຢ່າງໃກ້ຊິດຕິດແທດກັບວຽກງານຕົວຈິງ, ເພີ່ມທະວີຄວາມຮັບຜິດຊອບຕໍ່ ຫນ້າທີ່ຄວາມ ຮັບຜິດຊອບຢ່າງຕັ້ງຫນ້າ, ສືບຕໍ່ເຄື່ອນໄຫວເກັບກໍາເປົ້າຫມາຍທີ່ເຄື່ອນໄຫວກໍ່ການກະທໍາ ຜິດຢູ່ໃນສັງຄົມໃຫ້ຫມົດໄປເທື່ອລະກ້າວ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here