6 ເດືອນຕົ້ນປີ! ເຊກອງມ້າງຄະດີໄດ້ 46 ຄະດີ

0
4353

ອີງຕາມການລາຍງານຂອງ ຄວາມສະຫງົບໃຫ້ຮູ້ວ່າ: ແຂວງເຊກອງ ເປັນແຂວງໜຶ່ງທີ່ກໍາລັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໂດຍເລັ່ງໃສ່ຜັນຂະຫຍາຍບັນດາເນື້ອໃນຈິດໃຈຂອງວາລະດັ່ງກ່າວ ຕິດພັນກັບການສະ ກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ບັນຫາການຄ້າ-ຂາຍ, ຂົນສົ່ງ, ລັກລອບປູກສິ່ງເສບຕິດທີ່ ຜິດກົດຫມາຍໄດ້ຮັບການແກ້ໄຂຖືກຕ້ອງຕາມຫຼັກການວິຊາສະເພາະ ຈົນເຮັດໃຫ້ບັນຫາຢາເສບຕິດຢູ່ ພາຍໃນແຂວງຫຼຸດຫນ້ອຍຖອຍລົງເທື່ອລະກ້າວ.

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ກ່າວຕໍ່ກອງປະຊຸມ 6 ເດືອນຕົ້ນປີ 2022 ຂອງລັດຖະບານ ຊຸດທີ IX ທີ່ຈັດຂຶ້ນໃນເດືອນກໍລະກົດ ຜ່ານມາ ວ່າ: ໃນ 6 ເດືອນຜ່ານມາ, ອົງການປົກຄອງແຂວງ ໄດ້ ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນລະບົບຕໍ່ເນື່ອງ, ເພີ່ມທະວີການ ປະຕິບັດພາລະບົດບາດ, ກຽມພ້ອມສູ້ຮົບ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຕາມຂອບເຂດຊາຍແດນ ແລະ ເຂດເຊື່ອມຕໍ່, ຍົກສູງຄວາມເປັນເຈົ້າການສະກັດກັ້ນປະກົດການ ຫຍໍ້ທໍ້ໃນສັງຄົມ ເປັນຕົ້ນການປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂບັນຫາຢາເສບຕິດ.

ຜ່ານການຈັດຕັ້ງປະຕິບັດເຫັນວ່າໃນ 6 ເດືອນຕົ້ນປີ 2022, ເຈົ້າຫນ້າທີ່ວິຊາສະເພາະ ສາມາດເລີກຮື້ ແລະ ມ້າງລາຍຄະດີຄ້າຂາຍຢາເສບຕິດໄດ້ທັງ ຫມົດ 46 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ 54 ຄົນ ຍິງ 3 ຄົນ: ໃນ ນີ້, ເປົ້າຫມາຍຄ້າຂາຍລາຍໃຫຍ່ 2 ຄົນ, ລາຍກາງ ແລະ ຍ່ອຍ 52 ຄົນ ຍິງ 3 ຄົນ, ຢຶດຂອງກາງປະເພດຢາ ບ້າໄດ້ຈໍານວນ 68.615 ເມັດ, ລົດໃຫຍ່ຮຸນໄດ 1 ຄົນ, ລົດຈັກ 24 ຄັນ, ໂທລະສັບ 35 ຫນ່ວຍ, ປືນ ດັດແປງ 4 ກະບອກ ( ປືນແກັບ 2 ກະບອກ ), ເງິນກີບ 14.000.0000 ກີບ.

ນອກຈາກການແກ້ໄຂແລ້ວ, ການນໍາແຂວງເຊກອງ ຍັງໄດ້ແນະນໍາໃຫ້ກໍາລັງປ້ອງກັນຄວາມສະຫງົບ ແຂວງ ລົງເຄື່ອນໄຫວເຜີຍແຜ່ວງລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດໃຫ້ເປັນປົກກະຕິ ໂດຍເລັ່ງ ໃສ່ບັນດາອົງການຈັດຕັ້ງຂອງລັດ ແລະ ເອກະຊົນໃຫ້ສໍາເລັດ ແລ້ວຫັນລົງໄປສູ່ບັນດາສະຖາບັນການສຶກສາ ໂດຍສະເພາະແມ່ນວິທະຍາໄລ ແລະ ໂຮງຮຽນ ທັງພາກລັດ ແລະ ເອກະຊົນ, ບັນດາໂຄງຈັກ-ໂຮງງານ, ບັນດາກຸ່ມບ້ານ ແລະ ບັນດາຊຸມ ຊົນທີ່ເຫັນວ່າມີຄວາມສ່ຽງໃນການຄ້າ-ຂາຍ ແລະ ມົ້ວສຸມສິ່ງເສບຕິດ, ເຊິ່ງການລົງເຜີຍແຜ່ວາລະດັ່ງກ່າວນີ້ ກໍເພື່ອເຮັດໃຫ້ພະນັກງານລັດຖະກອນ, ພໍ່ ແມ່ປະຊາຊົນ, ຊາວຄ້າຂາຍ,

ນັກຮຽນ ແລະ ນັກສຶກສາ ສາມາດຮັບຮູ້ເຖິງໄພອັນຕະລາຍຂອງສິ່ງເສບຕິດ ແລະ ໂທດທີ່ຈະໄດ້ຮັບຕາມມາ ເມື່ອໄປຫຍຸ້ງກ່ຽວ ແລະ ພົວພັນກັບສິ່ງເສບຕິດ, ເມື່ອກຸມ ຄົນດັ່ງກ່າວຮັບຮູ້ ແລະ ເຂົ້າໃຈ ເຊື່ອວ່າບັນຫາ ຄ້າ-ຂາຍ ແລະ ມົ້ວສຸມຢາເສບຕິດຢູ່ພາຍໃນແຂວງກໍຈະຄ່ອຍໆຫຼຸດລົງ.

ສະນັ້ນ, ເພື່ອຮັບປະກັນໃຫ້ ບັນຫາຢາເສບຕິດຢູ່ພາຍໃນແຂວງເຊກອງ ຫຼຸດຫນ້ອຍຖອຍລົງ ແລະ ຄ່ອຍ ໆຫມົດໄປເທື່ອລະກ້າວ ການນໍາແຂວງເຊກອງ ຈະສືບຕໍ່ນໍາພາກໍາລັງປະກອບອາວຸດປະຕິບັດແນວທາງ

ປ້ອງກັນຊາດ-ປ້ອງກັນຄວາມສະຫົງບທົ່ວປວງຊົນຮອບດ້ານຂອງພັກ ຍົກສູງຄວາມຮັບຜິດ ຊອບການ ເມືອງ ແລະ ວິຊາສະເພາະຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມທະວີຄວາມຈົ່ງຮັກພັກດີ, ຄວາມເສຍສະຫຼະໃນການຮັບໃຊ້ປະເທດຊາດ ແລະ ປະຊາຊົນ; ສືບຕໍ່ເອົາໃຈໃສ່ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ຄ້າ ຂາຍເຖື່ອນ, ສາສະຫນາ, ປຸ້ນຈີ້ຊິງ ຊັບ, ຂີ້ລັກງັດແງະ ແລະບັນຫາອື່ນໆ.

LEAVE A REPLY

Please enter your comment!
Please enter your name here