ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນ ຮອງລັດຖະມົນຕີ ກະຊວງ ປກສ

0
4988

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບ ເພີ່ມອີກ 1 ທ່ານ, ໂດຍປັດຈຸບັນ ກະຊວງ ປກສ ມີ ຮອງລັດຖະມົນຕີ 4 ທ່ານ, ເປັນກຽດ ເຂົ້າຮ່ວມໂດຍ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມ ສະຫງົບ, ມີບັນດາຄະນະກົມໃຫຍ່, ກົມ, ກອງ, ວິທະຍາຄານ ແລະ ປກສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໃນວັນທີ 19 ສິງຫາ 2022.

ທ່ານ ດວງຕາ ຈູມພາວັນ ຜູ້ຊ່ວຍຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດຂອງ ທ່ານນາຍົກ ລັດຖະມົນຕີ ສະບັບເລກທີ 217/ນຍ ລົງວັນ 2 ສິງຫາ 2022 ວ່າດ້ວຍ ການແຕ່ງຕັ້ງ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ທັງເປັນ ຫົວຫນ້າກົມໃຫຍ່ຕໍາຫຼວດ.

ໃນໂອກາດນີ້, ພົຕ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເຊື່ອຫມັ້ນວ່າ: ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນກໍາລັງແຮງສໍາຄັນໃນການຊີ້ນໍາ-ນໍາພາວຽກງານຂອງກໍາລັງ ປກສ ໃຫ້ມີຜົນສໍາເລັດ ທັງເປັນພະນັກງານການນໍາຂອງກໍາລັງປ້ອງກັນຄວາມສະຫງົບທີ່ມີຄວາມຮູ້ຄວາມສາມາດ, ມີຄວາມບຸກບືນຫ້າວຫັນຕໍ່ຫນ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຊ່ວຍເຮັດໃຫ້ ກະຊວງປ້ອງກັນຄວາມສະຫງົບ ມີຄວາມຫນັກແຫນ້ນ, ມີຄວາມເຂັ້ມແຂງ, ມີຄວາມປອດໄພ, ມີຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ ແລະ ແນວທາງນະໂຍບາຍຂອງພັກ-ລັດ.

ແຫຼ່ງຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here