ຮສສ ຂຶ້ນທະບຽນແຮງງານລາວ ຢູ່ເຂດເສດຖະກິດພິເສດສາມຫຼຽມຄໍາ

0
1556

ຮສສ ຂຶ້ນທະບຽນແຮງງານລາວ ຢູ່ເຂດເສດຖະກິດພິເສດສາມຫຼຽມຄໍາ ໄດ້ 1.267 ຄົນ.

ຕາມການລາຍງານຈາກ ທ່ານ ອຸດອນ ມະນີບຸນ ຮອງຫົວຫນ້າກົມຄຸ້ມຄອງແຮງງານ, ຫົວໜ້າຄະນະຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃຫ້ຮູ້ວ່າ: ພາຍຫລັງມີພິທີເປີດການຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ຢ່າງເປັນທາງການ ໃນວັນທີ 1 ສິງຫາ 2022, ໜ່ວຍງານຂຶ້ນທະບຽນກໍໄດ້ເຮັດວຽກຮ່ວມກັບ ຄະນະຄຸ້ມ ຄອງເຂດເສດຖະກິດພິເສດ ແລະ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ເພື່ອປຶກສາຫາລື ແລະ ວາງແຜນການເຄື່ອນໄຫວວຽກງານຕົວຈິງ ໂດຍກໍານົດໃຫ້ເລີ່ມຈາກການຂຶ້ນທະບຽນໃຫ້ແກ່ແຮງງານລາວກ່ອນ, ຈາກນັ້ນ ຈຶ່ງຂຶ້ນທະບຽນແຮງງານຈີນ, ມຽນມາ ແລະ ສັນຊາດອື່ນຕາມລໍາດັບ ແລະ ມາຮອດ ວັນທີ 18 ສິງຫາ ສາມາດຂຶ້ນທະບຽນແຮງງານລາວໄດ້ 1.267 ຄົນ.

ທ່ານ ອຸດອນ ມະນີບຸນ ໄດ້ໃຫ້ຮູ້ອີກວ່າ: ຈາກການຈັດຕັ້ງການຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ໄລຍະສອງອາທິດຜ່ານມາ ເຫັນວ່າມີທັງຂໍ້ສະດວກ, ຂ້ຫຍຸ້ງຍາກ ທີ່ຕ້ອງໄດ້ພ້ບັນຫາທີ່ພ້ອມກັນຈະໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ຂະຫຍາຍເວລາຂອງໜວ່ຍງານຂຶ້ນທະບຽນເພີ່ມອີກເຂົ້າວຽກ-ເລີກວຽກ ພ້ອມກັນ, ເຮັດວຽກວັນຈັນ-ເສົາ, ພັກວັນອາທິດ, ເລີ່ມເຮັດວຽກເວລາ 8:00-17:00 ໂມງ, ກໍລະນີມື້ໃດຫາກມີຜູ້ອອກແຮງງານມາຫລາຍ; ເພີ່ມປ່ອງບໍລິການ ຈາກ 2 ປ່ອງ ເປັນ 4 ປ່ອງ ເພື່ອໃຫ້ອໍານວຍຄວາມສະດວກໃຫ້ແກ່ຜູ້ມາຂຶ້ນທະບຽນໃຫ້ໄວ, ໃຫ້ສາມາດຂຶ້ນທະບຽນແຮງງານໃຫ້ໄດ້ຢ່າງໜ້ອຍປະມານ 400-500 ຄົນ/ວັນ;

ການຈັດເກັບຄ່າບໍລິການ ແມ່ນໄດ້ເອກະພາບກັນເກັບຄ່າຂຶ້ນທະບຽນແຮງງານ 150.000 ກີບຕໍ່ຄົນ ຫລື 70 ຢວນຕໍ່ຄົນ, (ສ່ວນຜູ້ອອກແຮງງານລາວແມ່ນເກັບເຄິ່ງຄ່າຄື 75.000 ກີບຕໍ່ຄົນ ຫລື 35 ຢວນຕໍ່ຄົນ) ແລະ ຄ່າບໍລິການກວດສຸຂະພາບປະຈໍາປີແມ່ນ 250.000 ກີບຕໍ່ຄົນ ຫລື 130 ຢວນຕໍ່ຄົນ.

ໂອກາດນີ້, ຄະນະໜວ່ຍງານການຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຍັງໄດ້ຮຽກຮ້ອງ ໃຫ້ບັນດາຫົວໜ່ວຍແຮງງານ, ຜູ້ປະກອບການໃຫ້ຄວາມຮ່ວມມືຢ່າງເຕັມສ່ວນໃນການລະດົມເອົາຜູ້ອອກແຮງງານ ຢູ່ແຕ່ລະຫົວໜ່ວຍແຮງງານໃນແຕ່ລະຕຶກອອກມາຂຶ້ນທະບຽນໃຫ້ທັນຕາມແຜນທີ່ໄດ້ກຳນົດໄວ້.

ຂ່າວ: ຮສສ

LEAVE A REPLY

Please enter your comment!
Please enter your name here