ສະຫຼຸບປິດການແຂ່ງຂັນ ກິລາ (ARMY GAMES 2022)

0
1436

ໃນວັນທີ 21 ສິງຫາ 2022ນີ, ຄະນະກຳມະການຈັດການແຂ່ງຂັນ ກິລາການທະຫານສາກົນ ຂອງເຫຼົ່າຮົບຊ່າງແສງ ໄດ້ຈັດພິທີສະຫຼຸບປິດການແຂ່ງຂັນ ກິລາ (ARMY GAMES 2022) ຢູ່ທີ່ກອງພົນນ້ອຍຊ່າງແສງ 73420 ຂອງເມືອງໂວນກາກຼາດ, ແຫ່ງສະຫະພັນລັດເຊຍ (ໃນຮູບແບບຊ່າງແສງ ) ໂດຍການເຂົ້າຮ່ວມເປັນປະທານ ທ່ານ ພັນເອກ ກຮູກະລົບ ອັນເດຮ ອາເລັກເຊວິດ ຮອງຫົວໜ້າກົມຊ່າງແສງ ສະຫະພັນລັດເຊຍ. ສວນທິມນັກກິລາເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ມີສະຫາຍ ພັນເອກ ບຸນທະວີ ໂພໄຊ ຮອງຫົວໜ້າກົມຊ່າງແສງ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ.

ມີບັນດາ ຄະນະຮັບຜິດຊອບຊີ້ນຳທິມນັກກິລາ,ອານຸກຳມການ ພ້ອມດ້ວຍ ນັກກິລາແຕ່ລະປະເທດເຂົ້າຮ່ວມ.

ສະຫາຍ ພັນໂທ ອານຸສັກ ພົມວົງສາ ຮອງຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວໃຫ້ຮູ້ວ່າ: ສຳລັບເຂົ້າຮ່ວມແຂ່ງຂັນກິລາ ການທະຫານສາກົນ (ARMY GAME 2022 ) (ໃນຮູບແບບຊ່າງແສງ ) ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ປະກອບມີ 5 ປະເທດ ເຂົ້າຮ່ວມຄື: ຣັດເຊຍ, ລາວ, ອຸສເບກີສະຖານ, ເບລາຣຸດ ແລະ ອາຣເມເນຍ.

ສຳລັບທິມນັກກິລາເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວເຮົາແມ່ນຈົກສະຫຼາກໄດ້ ເບີ 2 ປະກອບມີ ລົດດຸດ, ລົດຂຸດຂຸມຄອງ,ລົດສ້າງສີ່ງກີດຂວາງແຕກ,ລົດສ້າງສີ່ງກີດຂວາງບໍ່ແຕກ,ລົດທຳລາຍສະໜາມມີນ ,ລົດລອຍນ້ຳ ແລະ ລົດສ້າງສະໜາມມີນ ມີຈຳນວນພົນນັກກກິລາເຂົ້າຮ່ວມຈຳນວນ21ສະຫາຍ ເຊິ່ງໄດ້ເລີ່ມການຝຶກຊ້ອມມາແຕ່ວັນ 8 – 21 ສິງຫາ 2022 ແມ່ນໄດ້ຈັດການແຂ່ງຂັນ ພ້ອມທັງຫຼຸບຜົນການແຂ່ງຂັນ ເຊິ່ງຜົນການແຂ່ງຂັນ ທີ l ສະຫະພັນລັດເຊຍ,ທີ່ ll ເບລາຣຸດ ແລະ ທີ lll ກອງທັບປະຊາຊົນລາວ.

ການເຂົ້າຮ່ວມແຂ່ງຂັນກິລາການທະຫານສາກົນ (ARMY GAME 2022) ແມ່ນມີຄວາມໝາຍ-ຄວາມສຳຄັນທີ່ສຸດ ທັງເປັນການ ສ້າງສາຍພົວພັນ ມິດຕະພາບ ຮັດແໜ້ນຄວາມສາມັກຄີກັບບັນດາປະເທດ ທີ່ເຂົ້າຮ່ວມໂດຍສະເພາະ ແມ່ນເພື່ອຍົກສູງສາຍພົວພັນ ມິດຕະພາບ ລະຫວ່າງ ກອງທັບ ປະຊາຊົນລາວ ກັບ ກອງທັບ ສ.ລັດເຊຍ ແລະ ປະເທດເພື່ອນມິດ ທັງເປັນການ ຖອດຖອນບົດຮຽນ ໃນວຽກງານວີຊາສະເພາະ ເຫຼົ່າຮົບຊ່າງແສງ ໃຫ້ນັບມື້ ເຕີບໃຫ່ຍ, ເຂັ້ມແຂງ ທັນສະໄໝເທື້ອລະກ້າວ.

ຂ່າວ: ເກນ ວິໄລສານ

LEAVE A REPLY

Please enter your comment!
Please enter your name here