ມອບເຄື່ອງ CT Scanner ໃຫ້ໂຮງໝໍມິດຕະພາບ

0
2428

ໃນວັນທີ 23 ສີງຫາ 2022, ໄດ້ຈັດພິທີມອບເຄື່ອງ CT Scanner ໃຫ້ໂຮງໝໍມິດຕະພາບ

ເລີ່ມແຕ່ທ້າຍປີ 2019 ໄດ້ມີການແຜ່ລະບາດ ແລະ ຂະຫຍາຍຕົວເປັນວົງກວ້າງ ຢູ່ໃນພາກພື້ນ ແລະ ທົ່ວໂລກ ໂດຍສະເພາະຢູ່ ສປປ ລາວ ກໍ່ໄດ້ຮັບຜົນກະທົບດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ປະຊາຊົນລາວຕິດເຊື້ອພະຍາດ ແລະ ເສຍຊີວິດ ມີຄົນເຈັບມາກວດ ແລະ ນອນປິ່ວປົວຢູ່ໂຮງໝໍໃນແຕ່ລະມື້ເປັນຈຳນວນຫລວງຫລາຍ ເຮັດໃຫ້ການຮອງຮັບຂອງບັນດາໂຮງໝໍ ໄດ້ນຳໃຊ້ສະຖານທີ່ລັດຖະການ, ໂຮງຮຽນ ເປັນບ່ອນຈຳກັດບໍລິເວນ ແລະ ປິ່ນປົວຄົນເຈັບທີ່ເປັນພະຍາດໂຄວິດ-19.

ມາຮອດປະຈຸບັນ ເຫັນໄດ້ວ່າທ່າອ່ຽງຂອງການເກີດລະບາດ ແມ່ນຫລຸດລົງ ແຕ່ກໍ່ຍັງບໍ່ໝົດໄປເທື່ອ ສະນັ້ນ ພວກເຮົາທຸກຄົນ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ການໃສ່ຜ້າອັດປາກອັດດັງ, ລ້າງມືດ້ວຍສະບູ, ເຈວ ຫລື ເຫຼົ້າ 70 ແລະ ສືບຕໍ່ສັກວັກຊີນປ້ອງກັນໂຄວິດ-19 ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ໃນຂອບເຂດທົ່ວປະເທດ,

ຍ້ອນເຫັນຄວາມສຳຄັນດັ່ງກ່າວ ເພື່ອຕອບສະໜອງການບໍລິການຂອງໂຮງໝໍໃຫ້ດີຂື້ນ ກະຊວງສາທາລະນະສຸກ ພາຍໃຕ້ການສະໜັບສະໜູນທຶນ ຈາກທະນາຄານພັດທະນາອາຊີ ADB ຈຶ່ງໄດ້ພິຈາລະນາອະນຸມັດໃຫ້ມີການຈັດຊື້ເຄື່ອງສ່ອງ CT Scanner ຈຳນວນ 1 ຊຸດ ພ້ອມດ້ວຍອຸປະກອນຄົບຊຸດ ລວມມູນຄ່າ 648,880 ໂດລາສະຫາລັດ ທັງນີ້ກໍ່ເພື່ອໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ໃນການບົ່ງມະຕິ ແລະ ປິ່ນປົວໃຫ້ມີປະສິດທິຜົນ, ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ອຳນວຍການໂຮງໝໍມິດຕະພາບ, ຫ້ອງການກະຊວງ, ກົມ ແລະ ແຂກທີ່ຖືກເຊີນກໍ່ໄດ້ເຂົ້າຮ່ວມ.

ແຫຼ່ງຂ່າວ: ສູນຂ່າວສານການແພດສຸຂະສຶກສາ

LEAVE A REPLY

Please enter your comment!
Please enter your name here