6 ເດືອນຕົ້ນປີ ຕມ ດ່ານສາກົນຂົວມິດຕະພາບ 3 ມີຄົນເຂົ້າ-ອອກ 66.082 ຄົນ

0
895

ທ່ານ ພັຕ ສຸກທອງ ວົງສາ ຫົວໜ້າ ຕມ ປະຈໍາດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ວ່າ: ພາຍທີ່ລັດຖະບານໄດ້ເປີດປະເທດເຕັມຮູບແບບໃນວັນທີ 9 ພຶດສະພາ 2022 ທາງຄະນະດ່ານ ຕມ ພວກເຮົາໄດ້ມີຄວາມພ້ອມ ແລະ ໄດ້ປຶກສາຫາລືເປັນເອກະພາບກັນເພື່ອຈັດຕັ້ງສ້າງແຜນວຽກວິຊາສະເພາະຄື: ໄດ້ຈັດວາງບຸກຄະລາກອນເຂົ້າໃນແຕ່ລະໜ່ວຍງານເພື່ອຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນຕົ້ນແມ່ນການຈໍ້າແຈ້ງເອກະສານ, ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອໍານວຍຄວາມສະດວກໃນການເຂົ້າ-ອອກເມືອງຂອງຄົນ ແລະ ພາຫະນະ, ໄດ້ກວດກາເຄື່ອງມືອີເລັກໂຕຣນິກຄອມພີວເຕີໃຫ້ຮັບປະກັນໃຊ້ງານໄດ້ປົກກະຕິເພື່ອອໍານວຍຄວາມສະດວກໃນການເຂົ້າ-ອອກເມືອງຢ່າງວ່ອງໄວ ແລະ ທັນເວ ລາ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ ແລະ ອ້ອມຂ້າງບໍລິເວນດ່ານໃຫ້ມີຄວາມສະຫງົບປອດໄພຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ.

ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າໃນໄລຍະ 6 ເດືອນຕົ້ນປີຜ່ານມາສາມາດຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອໍານວຍຄວາມສະດວກຂອງຄົນ, ພາຫະນະເຂົ້າ-ອອກເມືອງຢ່າງຖືກຕ້ອງຕາມຂັ້ນຕອນ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້ພາຍໃນ 6 ເດືອນມີຄົນເຂົ້າ-ອອກຜ່ານດ່ານຈໍານວນທັງໝົດ 66.082 ຄົນ ຍິງ 2.443 ຄົນ, ເດັກ 291 ຄົນ, ກວດກາພາຫະນະເຂົ້າ-ອອກໄດ້ທັງໝົດ 59.958 ຄັນ.

ທ່ານ ພັຕ ສຸກທອງ ວົງສາ ໄດ້ກ່າວຕື່ມອີກວ່າ: ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2022 ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານກວດຄົນເຂົ້າ-ອອກເມືອງຕາມຄໍາແນະນໍາ, ຕາມແຈ້ງການຂອງຂັ້ນເທິງ ແລະ ຕາມແຜນທີ່ໄດ້ກໍານົດໄວ້, ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານດ້ວຍຫຼາຍຮູບຫຼາຍວິທີການ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນບຸກຄະລາກອນເຂົ້າໃນວຽກງານກວດຄົນເຂົ້າ-ອອກເມືອງພ້ອມທັງຂຶ້ນແຜນເປີດຝຶກອົບຮົມວຽກງານກວດຄົນເຂົ້າ-ອອກເມືອງໃຫ້ເຈົ້າໜ້າທີ່ ຕມ ປະຈໍາດ່ານ .

ທ່ານ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ນັກທຸລະກິດຕະຫຼອດຮອດປະຊາຊົນລາວ, ຊາວຕ່າງດ້າວ ແລະ ຕ່າງປະເທດຜູ້ທີ່ຈະເດີນທາງເຂົ້າ-ອອກຜ່ານດ່ານສາກົນຂົວມິດຕະພາບ 3 ແຫ່ງນີ້, ໃຫ້ກວດກາເອກະສານເດີນທາງຂອງທ່ານໃຫ້ຄົບສາກ່ອນເປັນຕົ້ນແມ່ນໜັງສືຜ່ານແດນ, ປຶ້ມຜ່ານແດນ, ເອກະສານລົດ, ບັດສັກວັກຊິນ ແລະ ອື່ນໆພ້ອມທັງເອົາໃຈໃສ່ປະຕິບັດຕາມລະບຽບການເຂົ້າ-ອອກເມືອງ ແລະ ມາດຕະການຂອງຂັ້ນເທິງວາງອອກແຕ່ລະໄລຍະຢ່າງເຂັ້ມງວດ.

ແຫຼ່ງຂ່າວ: ປະຊາຊົນ (ຂ່າວ-ພາບ: ແດງສະຫວັດ ແສນພານິດ)

LEAVE A REPLY

Please enter your comment!
Please enter your name here