ຕົ້ນເດືອນກັນຍານີ້ ບຸນຊ່ວງເຮືອແຂວງສາລະວັນ

0
2030

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມືອງສາລະວັນ ຈະຈັດບຸນ ຊ່ວງເຮືອ ປະຈຳປີ 2022 ເລີ່ມແຕ່ວັນທີ 1-10 ກັນຍາ ທີ່ຈະມາເຖິງ ເພື່ອເປັນການສືບສານ, ອະນຸລັກຮັກສາປະເພນີອັນດີງາມຂອງຊາດ-ຂອງທ້ອງຖິ່ນ, ທັງເປັນການສົ່ງຜະລິດຕະພັນສິນຄ້າໂອດ໋ອບຂອງເມືອງ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງຮ່ວມທ່ຽວຊົມຫລາຍຂຶ້ນ, ສ້າງເງື່ອນໄຂໃນການແລກປ່ຽນ, ຊື້-ຂາຍສິນຄ້າປະເພດຕ່າງໆຂອງພໍ່ແມ່ປະຊາຊົນ, ຜູ້ປະກອບທັງພາຍໃນ ມີບັນຍາກາດຟົດຟື້ນ.

ທ່ານ ໜູຄຳ ສີສະຫວັດ ຮອງເຈົ້າເມືອງສາລະວັນ, ປະທານຄະນະກໍາມະການຈັດ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ເມືອງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ເມື່ອບໍ່ນີ້ວ່າ:

ປັດຈຸບັນ, ການຈັດງານດັ່ງກ່າວແມ່ນໄດ້ກະກຽມພ້ອມຫລາຍດ້ານ ເປັນຕົ້ນ ດ້ານເນື້ອໃນລາຍການ, ແຕ່ງຕັ້ງບັນດາອະນຸກຳມະການດ້ານຕ່າງໆ ແລະ ກຳນົດວັນເວລາ, ຈັດສັນສະຖານທີ່ຈັດງານບຸນຊ່ວງເຮືອ ປະຈຳປີ 2022, ພ້ອມທັງ ຈະໄດ້ຈັດງານວາງສະແດງສິນຄ້າໂອດັອບຂອງ ເມືອງສາລະວັນ, ການວາງສະແດງ, ຈໍາໜ່າຍຜະລິດຕະພັນ ສິນຄ້າພາຍໃນ ແລະ ກິດຈະກຳອື່ນໆຈໍນວນໜຶ່ງ. ການແຂ່ງຂັນເຮືອຊ່ວງປີ້ນີ້ ແມ່ນໄດ້ກຳນົດເອົາ 2 ວັນ ຄື: ວັນທີ 9 ກັນຍາ 2022, ການແຂ່ງຂັນແບບເປີດກວ້າງຈາກພະແນກການ, ກົມກອງ, ບ້ານຕ່າງເມືອງ ແລະ ຕ່າງແຂວງຄາດຄະເນຈະມີເຮືອເຂົ້າຮ່ວມແຂ່ງຂັນ 38 ລຳ, ປະກອບມີປະເພດເຮືອໃຫຍ່ 30-35 ສີພາຍ, ກາງ 25-29 ສີພາຍ, ປະເພດເຮືອນ້ອຍ 12 ສີພາຍ.

ສໍາລັບວັນທີ 10 ກັນຍາ ເປັນມື້ແຂ່ງຂັນເຮືອຊ່ວງພາຍໃນເມືອງ ເຊິ່ງຈະມີເຮືອຈາກບ້ານຕ່າງໆ, ກົມກອງອ້ອມຂ້າງເມືອງ. ນອກຈາກນັ້ນ, ກໍໄດ້ຈັດສັນສະຖານທີ່ຕ່າງໆພາຍໃນງານ ເພື່ອຄວາມສະດວກສະບາຍ ແລະ ບໍ່ແອອັດ ເປັນຕົ້ນ ຈຸດຂາຍເຄື່ອງຕ່າງໆຂອງພໍ່ຄ້າຊາວຂາຍ, ສະຖານທີ່ຝາກລົດ, ຈັດສັນທາງຍ່າງ ແລະ ອື່ນໆ, ທັງໄດ້ແຕ່ງຕັ້ງອະນຸກຳມະການປ້ອງກັນຄວາມສະຫງົບ, ຮັກສາເວນຍາມໃນແຕ່ລະຈຸດ ເພື່ອຕິດຕາມສະພາບການຕ່າງໆ ໂດຍສະເພາະການຂັບຂີ່ພາຫະນະ, ການກິນດື່ມ, ມ່ວນຊື່ນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.

ທ່ານ ໜູຄຳ ສີສະຫວັດ ຍັງໃຫ້ຮູ້ອີກວ່າ: ເທສະການບຸນຊ່ວງເຮືອ ເມືອງສາລະວັນ ທຸກໆປີຈະໄດ້ຈັດຂຶ້ນໃນລະຫວ່າງມື້ຂຶ້ນ 14-15 ຄ່ຳເດືອນ 10 ລາວ ຫລື ກົງກັບບຸນຫໍ່ເຂົ້າສະຫລາກ ແຕ່ລະປີແມ່ນມີບັນຍາກາດຄືຶກຄື້ນ, ມ່ວນຊື່ນ ແລະ ມີເຮືອຊ່ວງຈາກຕ່າງແຂວງ, ຕ່າງເມືອງ ແລະ ຫລາຍບ້ານ ເຂົ້າຮ່ວມແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນ ແລະ ໄລຍະ 3 ປີຜ່ານມານີ້, ຍ້ອນສະພາບດິນຟ້າອາກາດຝົນຕົກຕໍ່ເນື່ອງ ເກີດໄພນ້ຳຖ້ວມ ແລະ ອີກ 2 ປີຕໍ່ມາ ແມ່ນຢູ່ໃນໄລຍະເຝົ້າລະວັງ ແລະ ປ້ອງກັນການແພ່ລະບາດພະຍາດໂຄວິດ-19 ຈຶ່ງບໍ່ສາມາດຈັດງານດັ່ງກ່າວໄດ້ ແລະ ປະຕິບັດຕາມຮີດຄອງປະເພນີ ເທົ່ານັ້ນ.

ແຫຼ່ງຂ່າວ: ສື່ມວນຊົນ ສາລະວັນ ແລະ ຂປລ

LEAVE A REPLY

Please enter your comment!
Please enter your name here