ສືບຕໍ່ຕິດຕາມ ກວດກາ ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ແຂວງອຸດົມໄຊ

0
1228

ໃນວັນທີ 28 ສິງຫາ 2022 ສະຫາຍ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ລົງຕິດຕາມ ກວດກາ ສະພາບຄວາມເສຍຫາຍຈາກນໍ້າຖ້ວມ ຄັ້ງວັນທີ 26 ສິງຫາ 2022 ຕາມເສັ້ນທາງເມືອງໄຊ ຫາ ເມືອງຫຼາ ແຂວງອຸດົມໄຊ ແລະ ໄດ້ລົງຊຸກຍູ້ຊີ້ນຳຂະບວນການຊາວໜຸ່ມຕະລຸມບອນແຂວງອຸດົມໄຊ ທີ່ມາຈາກຮາກຖານຊາວໜຸ່ມອ້ອມຂ້າງແຂວງ 17 ໜ່ວຍຮາກຖານ ແລະ ຮຮ ຫະຫານທ້ອງຖິ່ນ ມີຈໍານວນ 111 ສະຫາຍ ທີ່ໄດ້ລົງຊ່ວຍເຫຼືອປະຊາຊົນ ຢູ່ບ້ານໂພນໄຊ. ເຊີ່ງນຳພາໂດຍ ສະຫາຍ ສົມດີ ເຕັງເບຼຍຈື ເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ ພ້ອມດ້ວຍ ຄະນະບໍລິຫານງານຊາວໜຸ່ມແຂວງ.

ເຈົ້າແຂວງອຸດົມໄຊ ລົງສືບຕໍ່ຕິດຕາມ ກວດກາ ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ແຂວງອຸດົມໄຊ

ແສງອາທິດ ໃນວັນທີ 28 ສິງຫາ 2022 ສະຫາຍບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ລົງ ຕິດຕາມ ກວດກາ ສະພາບຄວາມເສຍຫາຍຈາກນໍ້າຖ້ວມ ຄັ້ງວັນທີ 26 ສິງຫາ 2022 ຕາມເສັ້ນທາງເມືອງໄຊ ຫາ ເມືອງຫຼາ ແຂວງອຸດົມໄຊ ແລະ ໄດ້ລົງຊຸກຍູ້ຊີ້ນຳຂະບວນການຊາວໜຸ່ມຕະລຸມບອນແຂວງອຸດົມໄຊ ທີ່ມາຈາກຮາກຖານຊາວໜຸ່ມອ້ອມຂ້າງແຂວງ 17 ໜ່ວຍຮາກຖານ ແລະ ຮຮ ຫະຫານທ້ອງຖິ່ນ ມີຈໍານວນ 111 ສະຫາຍ ທີ່ໄດ້ລົງຊ່ວຍເຫຼືອປະຊາຊົນ ຢູ່ບ້ານໂພນໄຊ. ເຊີ່ງນຳພາໂດຍ ສະຫາຍ ສົມດີ ເຕັງເບຼຍຈື ເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ ພ້ອມດ້ວຍ ຄະນະບໍລິຫານງານຊາວໜຸ່ມແຂວງ.

ການລົງເຄື່ອນໄຫວຊ່ວຍເຫຼືອປະຊາຊົນໃນຄັ້ງນີ້ ຍັງມີສະຫາຍ ປອ ສຸລິຍາ ສຸພິທັກ ຫົວໜ້າພະແນກ ການເງີນແຂວງ ພ້ອມດ້ວຍພະນັກງານ ໄດ້ລົງສົມທົບໃນການມອບເຄື່ອງບໍລິໂພກທີ່ຈຳເປັນຈຳນວນໜຶ່ງໃຫ້ແກ່ຄອບຄົວທີ່ຖືກນໍ້າພັດເຮືອນໄຫຼຈຳນວນ 12 ຄອບຄົວ. ໂດຍສືບຕໍ່ປະຕິບັດຕາມທິດຊີ້ນຳຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ມູນຄ່າ 2.500.000 ກີບ. ເຊີ່ງການລົງຊ່ວຍເຫຼືອປະຊາຊົນໃນຄັ້ງນີ້ແມ່ນເພື່ອແກ້ໄຂສຸກເສີນໃນເບື້ອງຕົ້ນໃຫ້ຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ໃຫ້ເຂົ້າສູ່ສະພາບປົກກະຕິ.

ກວດແກ້ໂດຍ: ດາວອນ ສີວິໄລ

LEAVE A REPLY

Please enter your comment!
Please enter your name here