ລົງກວດກາເສັ້ນທາງເປ່ເພໃນແຂວງຜົ້ງສາລີ

0
1555

ພະແນກ ຍທຂ ແຂວງຜົ້ງສາລີ ລົງກວດກາເສັ້ນທາງເປ່ເພ ຍ້ອນໄພນໍ້າຖວມ

ດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ກໍ່ຄືອົງການປົກຄອງແຕ່ລະຂັ້ນທີ່ມີຕໍ່ປະຊາຊົນບັນດາເຜົ່າ ທີ່ປະສົບໄພທາງທຳມະຊາດນໍ້າຖ້ວມ ໃນຄັ້ງວັນທີ 26 ສິງຫາ 2022 ທີ່ຜ່ານມາ, ດັ່ງນັ້ນມາໃນວັນທີ 28 ສິງຫາ 2022 ນີ້ ທາງພະແນກໂຍທາທິການ ແລະ ຂົນສົ່ງແຂວງຜົ້ງສາລີ ນຳໂດຍທ່ານ ບຸນພະນິດ ແກ້ວຮຸ່ງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ແລະ ທ່ານ ອຸເດດ ມະນີວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ພ້ອມດ້ວຍທີມງານຂັ້ນແຂວງ ແລະ ເມືອງ ໄດ້ລົງຕິດຕາມກວດກາສະພາບຜົນເສຍຫາຍທີ່ຖືກຜົນກະທົບນໍ້າຖວ້ມລຽບຕາມສັ້ນທາງ 2E ແລະ 1B.

ໃນການລົງຕິດຕາມຄັ້ງນີ້ ໄດ້ນໍາພາທີມງານ ແລະ ພາກສ່ວນທີ່ກ່ຽວຂ້ອງສໍາຫລວດຈຸດທີ່ເສຍຫາຍພ້ອມທັງເກັບກໍາຂໍ້ມູນເພື່ອປະເມີນຜົນເສຍຫາຍອັນໄດ້ເຮັດໃຫ້ຊີວິດ, ຊັບສິນຂອງປະຊາຊົນ ແລະ ພື້ນຖານໂຄງລ່າງເສຍຫາຍໜັກໜ່ວງ ແລະ ຖືໂອກາດນີ້ລົງຢື້ຢາມຖາມຂ່າວພ້ອມທັງໃຫ້ກໍາລັງໃຈແກ່ປະຊາຊົນບັນດາເຜົ່າກໍ່ຄືຄອບຄົວທີ່ໄດ້ຮັບຜົນກະທົບປະສົບເຄາະຮ້າຍໃນຄັ້ງນີ້ທັງ 3 ບ້ານຄື: ບ້ານລາດຊາງ, ບ້ານສິນໄຊ ແລະ ບ້ານຫາດນາງ.

ໃນການລົງຕິດຕາມກວດການີ້ທາງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ໄດ້ໃຫ້ການຊ່ວຍເຫລືອ ມອບເງິນສົດຈໍານວນ 5.000.000 ກີບເຂົ້າໃນການຊ່ວຍເຫລືອແກ້ໄຂໄພທໍາມະຊາດທີ່ເກີດຂຶ້ນຄັ້ງນີ້ ກ່າວມອບໂດຍທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ກ່າວຮັບໂດຍ ທ່ານ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ເມືອງຂວາ ພ້ອມທັງໄດ້ໃຫ້ທິດຊີ້ນໍາ ແລະ ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງກໍ່ຄືບັນດາບໍລິສັດໃຫ້ສືບຕໍ່ແກ້ໄຂຢ່າງຮີບດ່ວນໂດຍສະເພາະແມ່ນການສັນຈອນໄປ-ມາໃຫ້ມີຄວາມສະດວກ, ບໍ່ໃຫ້ມີການຕິດຄັດໃນການເດີນທາງ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here