ຈັດພິທີທໍາລາຍຊິ້ນສ່ວນສັດປ່າຫວງຫ້າມທີ່ຢຶດໄດ້

0
933

ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ຈັດພິທີທໍາລາຍຊິ້ນສ່ວນສັດປ່າຫວງຫ້າມທີ່ຢຶດໄດ້ ຕາມຮ້ານຄ້າຢູ່ຕາມຕະຫຼາດ ແລະ ຮ້ານແຄມທາງໃນຕົ້ນເດືອນສິງຫາຜ່ານມາ, ໂດຍມີບັນດາຄະນະປະສານ ງານ, ເຄືອຂ່າຍບັງຄັບໃຊ້ກົດຫມາຍວ່າດ້ວຍສັດນ້ໍາ-ສັດປ່າ ແຂວງອຸດົມໄຊ ເຂົ້າຮ່ວມ.

 ເພື່ອເປັນການປະຕິບັດຕາມກົດຫມາຍວ່າດ້ວຍ ສັດນ້ໍາ ແລະ ສັດປ່າ ສະບັບເລກທີ 07 ລົງວັນທີ 24 ທັນວາ 2007 ແລະ ຄໍາສັ່ງເລກທີ 05 ຂອງນາ ຍົກລັດຖະມົນຕີ, ລົງວັນທີ 8 ພຶດສະພາ 2013, ກອງກວດ ກາປ່າໄມ້ ແຂວງອຸດົມໄຊ ໄດ້ລົງກວດກາບັນດາຕະຫຼາດ, ຮ້ານຂາຍເຄື່ອງຕາມແຄມທາງກວດກາພົບເຫັນ ແລະ ຢຶດໄດ້ຈໍານວນ 15 ຄັ້ງ (ເລີ່ມແຕ່ເດືອນມັງກອນ ເຖິງ ເດືອນກໍລະກົດ 20122) ສາມາດຢຶດໄດ້ ຈໍານວນ 16 ຊິ້ນສ່ວນສັດປ່າລວມນ້ໍາຫນັກ 56 ກິໂລກຼາມ (ລວມທັງເຈົ້າຫນ້າທີ່ຕໍາຫຼວດສິ່ງແວດລ້ອມ ຢຶດໄດ້ແລ້ວນໍາມາຝາກແຊ). ໃນນີ້, ສັດທີ່ຍັງມີຊີວິດຈໍານວນ 5 ໂຕ ນ້ໍາຫນັກ 3,8 ກິໂລກຼາມ, ສັດຕາຍ (ເປັນຊິ້ນສ່ວນ) ຈໍານວນ 356 ຊິ້ນສ່ວນ ນ້ໍາຫນັກ 91,8 ກິໂລກຼາມ, ຄິດເປັນມູນຄ່າ 5.508.000 ກີບ.

ສະເພາະແຍກເປັນແຕ່ລະບັນຊີສັດປ່າ ຄື: ປະເພດຫວງຫ້າມ ຫຼື ບັນຊີ 1: ຈໍານວນ 20 ຊິ້ນສ່ວນ ນຶ່ງ ຫນັກ 20,3 ກິໂລກຼາມ, ປະເພດຄຸ້ມຄອງ ຫຼື ບັນຊີ 2: ຈໍານວນ 16 ຊິ້ນສ່ວນ, ນໍ້າຫນັກ 64,3 ກິໂລກຼາມ, ປະເພດທົ່ວໄປ ຫຼື ບັນຊີ 3: ຈໍານວນ 180 ຊິ້ນສ່ວນ ນ້ໍາຫນັກ 110 ກິໂລກຼາມ.

LEAVE A REPLY

Please enter your comment!
Please enter your name here