ໂຄງການທົດລອງຈັດຕັ້ງປະຕິບັດວິທີການນຳໃຊ້ຍຸງລາຍບ້ານ

0
1139

ກອງປະຊຸມແນະນຳໂຄງການທົດລອງຈັດຕັ້ງປະຕິບັດວິທີການນຳໃຊ້ຍຸງລາຍບ້ານທີ່ມີເຊື້ອແບັກທີເຣຍໂວລບັກເຄຍເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເຊດຖາ, ໄດ້ຈັດຂື້ນວັນທີ 2 ກັນຍາ2022 ທີ່ໂຮງແຮມ ຄລາວພາຊາ ໂດຍການເປັນປະທານຂອງ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ທ່ານ ນາງ Deborah Leaver ຜູ້ອຳນວຍການອົງການຊ່ວຍເຫລືອເດັກສາກົນປະຈຳ ສປປ ລາວ, ທ່ານ Dr Breeanna McLean ຫົວໜ້າໂຄງການຄວບຄຸມປະຊາກອນຍຸງໂລກ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກ ພະແນກພົວພັນຕ່າງປະເທດ, ພະແນກສາທາລະນະສຸກນະຄອນຫລວງ, ກົມ, ສູນ, ສະຖາບັນປັດສເຕີລາວ, ຫ້ອງການສາທາລະນະສຸກເມືອງ, ຫ້ອງການປົກຄອງເມືອງ, ອົງການພັດທະນາ ແລະ ບໍລິການຕົວເມືອງ, ທ່ານນາຍບ້ານຈາກ 32 ບ້ານ ທີ່ຢູ່ໃນເຂດພື້ນທີ່ໂຄງການ ແລະ ອົງການຊ່ວຍເຫລືອເດັກ ປະຈຳ ສປປ ລາວ ກໍ່ໄດ້ເຂົ້າຮ່ວມ.

ຈຸດປະສົງກໍ່ແມ່ນເພື່ອປະກອບສ່ວນໃນການລຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍຢູ່ ສປປ ລາວ ແລະ ສະໜັບສະໜູນເປົ້າໝາຍແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນແຜນປະຕິບັດງານ ກ່ຽວກັບການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍນຳໃຊ້ມາດຕະການເຊື່ອມສານແບບຄົບຊຸດ.

ກິດຈະກຳຫລັກຂອງໂຄງການ ແມ່ນຈະມີການເຊື່ອມສານ ແລະ ການມີສ່ວນຮ່ວມຂອງຊຸມຊົນ, ສຳລັບວິທີການປ່ອຍຍຸງລາຍບ້ານທີ່ມີເຊື້ອໂວລບັກເຄຍ ແລະ ເກັບກຳຂໍ້ມູນເພື່ອຕິດຕາມອັດຕາຂອງເຊື້ອຢູ່ປະຊາກອນຍຸງຢູ່ພາກສະໜາມ ຫລັງຈາກໄລຍະການປ່ອຍຍຸງຊຶ່ງຈະໄດ້ຈັດຂື້ນຢູ່ 32 ບ້ານ ຂອງເມືອງຈັນທະບູລີ ແລະ ເມືອງໄຊເຊດຖາ, ໃນເມື່ອເວລາຊຸມຊົນເຂດເປົ້າໝາຍເຫັນດີ ແລະ ຮັບຮອງໂຄງການ WMP ຈະເລີ່ມປ່ອຍຍຸງລາຍບ້ານທີ່ມີເຊື້ອໂວລບັກເຄຍໂດຍການເຮັດວຽກຮ່ວມກັບສາທາລະນະສຸກຂັ້ນບ້ານ ໃນຕົ້ນປີ 2023 ຊຶ່ງວ່າເຂດພື້ນທີ່ປ່ອຍຍຸງນັ້ນ ຈະກວມເອົາເນື້ອທີ່ທັງໝົດປະມານ 12 ຕາລາງກິໂລແມັດ ແລະ ຈະສາມາດຊ່ວຍປ້ອງກັນການຕິດເຊື້ອໄຂຍຸງລາຍເຖິງ 86,000 ຄົນ ຢູ່ໃນສອງເມືອງເປົ້າໝາຍ.

ແຫຼ່ງຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

LEAVE A REPLY

Please enter your comment!
Please enter your name here