ພວມຈັດຫາງົບປະມານ ເພື່ອຊ່ວຍເຫລືອບັນເທົາທຸກປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ

0
657

ອົງການກາແດງແຫ່ງຊາດລາວພວມຈັດຫາງົບປະມານ ເພື່ອຊ່ວຍເຫລືອບັນເທົາທຸກປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ.

ອົງການກາແດງແຫ່ງຊາດລາວຈະນໍາໃຊ້ເງິນຈໍານວນ 3 ຕື້ກີບທີ່ໄດ້ຮັບການຊ່ວຍເຫຼືອຈາກກອງທືນຕອບໂຕ້ໄພພິບັດສຸກເສີນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈໍາເຊີແນວ ປະເທດສວິສ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ ປະຊາຊົນໃນ 3 ແຂວງທີ່ໄດ້ຮັບຜົນກະທົບໜັກກວ່າໜູ່ຈາກພະຍຸມູຫຼານພັດເຂົ້າລາວເມື່ອເດືອນສິງຫາຜ່ານມາ ຄື: ແຂວງໄຊຍະບູລີ , ສາລາວັນ ແລະ ຈໍາປາສັກ ມີປະຊາຊົນໄດ້ຮັບຜົນກະທົບຫຼາຍກວ່າ 3.000 ຄອບຄົວ.

ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໃຫ້ສໍາພາດວ່າ: ອົງການກາແດງແຫ່ງຊາດລາວຈະນໍາໃຊ້ເງິນຈໍານວນ 197.135 ຝລັງສະກຸນເງິນຝລັງ ຫຼືປະມານ 3 ຕື້ກີບເຂົ້າໃນ ກິດຈະກໍາຫຼັກຄື: ລົງກວດກາຂໍ້ມູນຄວາມເສຍຫາຍຈາກອຸທົກກະໄພໃນ 3 ແຂວງ ໃຫ້ຖືກຕ້ອງຕາມຕົວຈິງ ຄອບຄົວໃດໄດ້ຮັບຜົນກະທົບຫຼາຍ ແລະ ທຸກຍາກຂາດເຂີນ ແລະ ຈໍາເປັນຈະໄດ້ຮັບການຊ່ວຍເຫຼືອ

ນອກນີ້ຍັງຈະໄດ້ປະມູນຈັດຫາຈັດຊື້ເຄື່ອງອຸປະກອນຕ່າງໆທີ່ຈະໄປຊ່ວຍເຫຼືອບັນທຸກເປັນຕົ້ນ ເຂົ້າສານ ອາຫານແຫ້ງ ຢາປິ່ນປົວພະຍາດ ແລະ ສິ່ງຂອງຈໍາເປັນຕ່າງໆ ນອກນີ້ຍັງຊ່ວຍຝືກອົບຮົມໃຫ້ພະນັກງານ ອາສາສະໝັກຊາວໜຸ່ມຈໍານວນໜື່ງເພື່ອຊ່ວຍລົງໂຄສະນາກ່ຽວກັບການປ້ອງກັນພະຍາດຫຼັງນໍ້າຖ້ວມ ແລະ ວຽກໃຫ້ຄໍາປືກສາດ້ານຈິດຕະແພດ ຫຼືຈິດຕະສັງຄົມ ຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດນໍ້າຖ້ວມໃນຄັ້ງນີ້ ດຣ ພູທອນ ເມືອງປາກ ໃຫ້ຮູ້ຕື່ມ ວ່າ: ປະຈຸບັນນີ້ ອົງການກາແດງແຫ່ງຊາດລາວ ພວມຂື້ນແຜນຂໍງົບປະມານອີກຈໍານວນ 7 ຕື້ກີບຈາກກອງທືນຕອບໂຕ້ໄພພິບັດສຸກເສີນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈໍາເຊີແນວ ປະເທດສວິສ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນ ໃນສາມແຂວງ ຄື: ອຸດົມໄຊ ຜົ້ງສາລີ ແລະ ຫົວພັນ ທີ່ໄດ້ຮັບຜົນກະທົບຈາກພະຍຸມາອອນພັດເຂົ້າລາວໃນທ້າຍເດືອນສິງຫາຜ່ານມາ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here