ໄລຍະ 1 ມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ

0
4179

ໂຮງກັ່ນນ້ຳມັນບໍລິສັດເປໂຕຼລາວໄລຍະ 1 ມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ.

ໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນຂອງບໍລິສັດ ເປໂຕຼລາວ ຈໍາກັດໃນໄລຍະ 1 ມີກໍາລັງການຜະລິດ 1 ລ້ານໂຕນຕໍ່ປີ, ຫາກສ້າງສຳເລັດທັງ 3 ໄລຍະຕາມແຜນການຈະມີກຳລັງການຜະລິດທັງໝົດ3ລ້ານໂຕນຕໍ່ປີ. ທ່ານ WANG DENG TAO ຮອງຜູ້ອຳນວຍການ ບໍລິສັດ ເປໂຕຼລາວ ຈໍາກັດ ໄດ້ລາຍງານໃຫ້ທ່ານ ດາວວົງ ພອນເເກ້ວ ລັດຖະມົນຕີກະຊວງພະລັງງານ ເເລະ ບໍ່ເເຮ່ ໃນໂອກາດເດີນທາງຢ້ຽມຢາມໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນຂອງບໍລິສັດ ເປໂຕຼລາວ ຈໍາກັດເມື່ອວັນທີ 05 ກັນຍາ 2022 ວ່າ: ບໍລິສັດ ເປໂຕຼລາວ ຈໍາກັດ ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນກັນຍາ ປີ 2014 ເຊິ່ງເປັນບໍລິສັດຮ່ວມທຶນລະຫວ່າງ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢຸນນານ (YCIH) ສປ ຈີນ, ບໍລິສັດລັດວິສະຫະກິດນໍ້າມັນເຊື້ອໄຟລາວ (LSFC) ແລະ ວິສະຫະກິດຂອງຝ່າຍຈີນ ມີຊື່ຫຍໍ້ວ່າ ບໍລິສັດ ເປໂຕຼລາວ ຈຳກັດ ເພື່ອດຳເນີນກິດຈະການເປັນໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນ ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດກວມລວມໄຊເສດຖາ, ນະຄອນຫຼວງວຽງຈັນ. ໂດຍມີທຶນຈົດ ທະບຽນ 36.960.000 ໂດລາມີຄວາມສາມາດກັ່ນນໍ້າມັນໄດ້ 3 ລ້ານໂຕນຕໍ່ປີ.

ໂຮງງານດັ່ງກ່າວໄດ້ດຳເນີນການກໍ່ສ້າງ ແລະແບ່ງການດໍາເນີນງານອອກເປັນ 3 ໄລຍະ ເຊິ່ງປະຈຸບັນ ສໍາເລັດການກໍ່ສ້າງໄລຍະທີ່ 1 ທີ່ມີກໍາລັງການຜະລິດ 1 ລ້ານໂຕນ/ປີ ບົນພື້ນຖານນີ້ ທີ່ສາມາດພັດທະ ນາໂຄງການໄລຍະທີ 2 ແລະ ໂຄງການ ໄລຍະທີ 3 ຈະໃຊ້ເວລາໃນການພັດ ທະນາ ທັງ 3 ໄລຍະຕາມແຜນ ປະມານ 10 ປີ. ປັດຈຸບັນ, ໂຮງກັ່ນນໍ້າມັນ ເປໂຕຼລາວ ຈຳກັດ ຍັງບໍ່ທັນຈໍາໜ່າຍນໍ້າມັນທີ່ຜະລິດແລ້ວອອກສູ່ສັງຄົມໃຫ້ໄດ້ຊົມໃຊ້ໄດ້ເທື່ອ ເພາະວ່າໂຄງສ້າງລາຄາຈໍາໜ່າຍນໍ້າມັນ ສະເພາະຂອງບໍລິສັດຍັງບໍ່ທັນໄດ້ສໍາເລັດ ແລະ ຖືກຮັບຮອງຈາກລັດຖະບານ.

ໂອກາດນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດແຜນການດຳເນີນກິດຈະການຂອງບໍລິສັດສຳເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະແມ່ນການກໍ່ສ້າງພື້ນ ຖານໂຄງລ່າງ, ໂຮງງານ, ການຕິດຕັ້ງອຸປະກອນ ແລະ ເຄື່ອງຈັກການຜະລິດໄລຍະທີ 1 ສຳເລັດໂດຍພື້ນຖານ.ນີ້ແມ່ນໂຮງງານກັ່ນນໍ້າມັນແຫ່ງທີ 2 ຂອງ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກ ລັດຖະບານລາວ ເພື່ອດໍາເນີນທຸລະກິດກັ່ນນໍ້າມັນດິບໃຫ້ເປັນນໍ້າມັນສຳເລັດຮູບ.

ຂ່າວ-ພາບ: ສູນຂ່າວສານພະລັງງານ ແລະບໍ່ແຮ່

LEAVE A REPLY

Please enter your comment!
Please enter your name here