ຜົນກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ກັນຍາ 2022

0
3585

ກອງປະຊຸມລັດຖະບານ ສະໄໝວິສາມັນ ຈັດຂຶ້ນໃນວັນທີ 6-7 ກັນຍາ 2022 ຢູ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ທັງນີ້ ກໍເພື່ອສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເປັນກົດໝາຍ ແນໃສ່ເພີ່ມທະວີເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນການສືບຕໍ່ຄົ້ນຄວ້າກົດໝາຍໃໝ່ຈໍານວນໜຶ່ງ ທີ່ມີຄວາມຈໍາເປັນຮີບດ່ວນ ໄປຄຽງຄູ່ກັບການປະເມີນ ແລະ ປັບປຸງກົດໝາຍທີ່ປະກາດໃຊ້ແລ້ວ ໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ພ້ອມທັງເປັນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2021-2025 ທີ່ສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງ.

ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້, ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະ ກອບຄໍາຄິດຄໍາເຫັນ ແລະ ພິຈາລະນາແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2023-2025, ຮ່າງກົດໝາຍໃໝ່ ແລະ ຮ່າງກົດໝາຍສະບັບປັບປຸງຈໍານວນໜຶ່ງ ຄື: ກອງປະຊຸມໄດ້ເຫັນດີຮັບຮອງທາງດ້ານຫລັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ຂອງລັດຖະບານ.

ກອງປະຊຸມ ໄດ້ມອບໃຫ້ກະຊວງຍຸຕິທຳ ເປັນເຈົ້າການສົມທົບກັບກະຊວງກ່ຽວຂ້ອງປັບປຸງ ແລະ ຮຽບຮຽງ ໃຫ້ສຳເລັດສົມບູນ ໂດຍຈັດລຽງບູລິມະສິດ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອນຳສະເໜີສະພາແຫ່ງຊາດພິຈາລະນາຮັບຮອງໃຫ້ທັນເວລາ; ກອງປະຊຸມ ໄດ້ພິຈາລະນາ ຮ່າງກົດໝາຍຈໍານວນ10 ສະບັບ ຄື: ຮ່າງກົດໝາຍ ວ່າດ້ວຍການທາງນໍ້າ(ສ້າງໃໝ່), ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ(ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍພິພິທະພັນ(ສ້າງໃໝ່), ຮ່າງກົດໝາຍ ວ່າ ດ້ວຍທະນາຍຄວາມ(ປັບປຸງ), ຮ່າງກົດໝາຍ ວ່າດ້ວຍທະບຽນສານ(ປັບປຸງ), ຮ່າງກົດໝາຍ ວ່າດ້ວຍວິສາຫະກິດ(ປັບປຸງ), ຮ່າງກົດໝາຍ ວ່າດ້ວຍອົງການໄອຍະການທະຫານ(ປັບປຸງ), ຮ່າງກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ(ປັບປຸງ), ຮ່າງກົດໝາຍ ວ່າດ້ວຍທຸລະກຳທາງເອເລັກໂຕຣນິກ(ປັບປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່(ປັບປຸງ) ເຊິ່ງກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍສະເພາະຮ່າງກົດໝາຍທີ່ສ້າງໃໝ່ນັ້ນ ຕ້ອງເອົາໃຈໃສ່ປັບປຸງຊື່ຂອງກົດໝາຍ, ຄໍາສັບ, ສໍານວນຕ່າງໆ ທີ່ໄດ້ກຳນົດໄວ້ໃນບາງ ໝວດ, ບາງມາດຕາ ໃຫ້ຖືກຕ້ອງຕາມຫລັກພາສາລາວ ເພື່ອເຂົ້າໃຈງ່າຍ ກ່ອນຈະນໍາສະ ເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.

ການນໍາເອົາຮ່າງກົດໝາຍ ມາພິຈາລະນາຢູ່ໃນກອງປະຊຸມວິສາມັນຂອງລັດຖະບານ ໃນຄັ້ງນີ້ ສະແດງໃຫ້ເຫັນ ເຖິງການເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຂອງລັດຖະບານ ແນໃສ່ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິ ປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ.ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ສືບຕໍ່ປະຕິບັດຕາມແຜນວຽກຈຸດສຸມຂອງລັດຖະບານ ທີ່ໄດ້ກຳນົດໃນມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ສິງຫາ 2022 ທີ່ຜ່ານມາ.

ໃນໂອກາດນີ້, ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານຕໍາຫລວດ, ນັກ ຮຽນ, ນັກສຶກສາ, ກໍາມະກອນ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວວົງສາຄະນະຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກເຮົາ.

ຂ່າວ: ກົມປະຊາສໍາພັນ ຫສນຍ

LEAVE A REPLY

Please enter your comment!
Please enter your name here