ພິທີ ມອບ-ໂອນ ຄະນະພັກຮາກຖານ ອົງການກາແດງລາວ

0
3141

ພິທີມອບ-ໂອນ ຄະນະພັກຮາກຖານ ອົງການກາແດງແຫ່ງຊາດລາວ ຈາກອົງຄະນະພັກກະຊວງແຮງງານ ແລະ ສະຫວັດການສັງຄົມ(ຮສສ) ໄປຂຶ້ນກັບອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2022 ຢູ່ທີ່ເຮືອນຮັບແຂກກະຊວງ ຮສສ, ໂດຍການລົງນາມມອບ-ໂອນ ລະຫວ່າງ ສະຫາຍນາງ ໃບຄໍາຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ ຮສສ ແລະ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະພັກ ຫສນຍ, ມີຄະນະພັກທັງສອງພາກສ່ວນເຂົ້າຮ່ວມ. ທັງນີ້ ເປັນການປະຕິບັດຕາມແຈ້ງການຂອງ ຄະນະຈັດຕັ້ງສູນກາງພັກ.

ໃນໂອກາດນີ້, ສະຫາຍ ດຣ ສິງ ເມໂນລາດ ເລຂາຄະນະພັກຮາກຖານ ອົງການກາແດງ ແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະພັກອົງການກາແດງ ແຫ່ງຊາດລາວ ປະກອບມີ 4 ຫນ່ວຍພັກຂຶ້ນກັບຄື: ຫນ່ວຍພັກຫ້ອງການ, ຫນ່ວຍພັກບັນເທົາທຸກ, ຫນ່ວຍພັກສົ່ງເສີມສຸຂະພາບ ແລະ ໂຄສະນາຂົນ ຂວາຍການກຸສົນ ແລະ ຫນ່ວຍພັກສູນເລືອດ ແຫ່ງຊາດ.

ໃນໄລຍະ 6 ປີຜ່ານມາ ການນໍາພາຈັດຕັ້ງປະ ຕິບັດວຽກງານແຕ່ລະດ້ານ ແມ່ນມີທັງສິ່ງອໍານວຍ ແລະ ເງື່ອນໄຂສະດວກ, ພ້ອມທັງມີສິ່ງທ້າທາຍຫຍຸ້ງ ຍາກ ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດຂອງບັນດາຫນ່ວຍພັກ ດ້ວຍນໍ້າໃຈບຸກທະລຸຂອງສະມາຊິກພັກ-ພະນັກງານ ທຸກສະຫາຍ ເຮັດໃຫ້ສາມາດຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ສາມາດຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ຫນ້າທີ່ການເມືອງຂອງຕົນ ຈົນມີຜົນສໍາເລັດເລື້ອຍມາ.

ໃນໂອກາດດຽວກັນ, ສະຫາຍນາງ ໃບຄໍາ ຂັດທິຍະ ແລະ ສະຫາຍ ອາລຸນໄຊ ສູນນະລາດ ຕ່າງກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການເຄື່ອນໄຫວຫນ້າທີ່ການເມືອງຂອງ ຄະນະພັກອົງການກາແດງ ແຫ່ງຊາດລາວ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະພັກ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ໃຫ້ມີຄຸນທາດການເມືອງຫນັກແຫນ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມເຊື່ອຫມັ້ນ ຕໍ່ການນໍາພາຂອງພັກ ເພື່ອເຮັດສໍາເລັດຫນ້າທີ່ທີ່ຖືກມອບຫມາຍ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here