ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ກັບ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ

0
785

ໃນຕອນເຊົ້າຂອງວັນທີ 13 ກັນຍາ 2022 ທີ່ ສູນການຮ່ວມມືສາກົນ ແລະ ການຝືກອົບຮົມ, ຄະນະກຳມະການຄຸ້ມຄອງອົງ ການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (ອສບລ) ໄດ້ຈັດກອງປະຊຸມທົບທວນຄືນການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ກັບ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຄັ້ງທີ IV ຢ່າງເປັນທາງ ການ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໂດຍການເຂົ້າຮ່ວມຂອງທ່ານເຈົ້າແຂວງ, ຮອງເຈົ້າແຂວງໃນຂອບເຂດທົ່ວປະເທດ ແລະ ບັນດາທ່ານຮອງລັດຖະມົນຕີ ອ້ອມຂ້າງສູນກາງພ້ອມຄະນະ ທັງໝົດຫຼາຍກ່ວາ 230 ທ່ານ.

ກອງປະຊຸມດັ່ງກ່າວ ໄດ້ຮັບຟັງລາຍງານການສະຫຼຸບຕີລາຄາສະພາບການຮ່ວມມື ລະຫວ່າງ ລັດຖະບານ ກັບ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ໃນໄລຍະ 04 ປີຜ່ານມາ (2018-2021).

ໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນນາມປະທານຄະນະກຳມະການຄຸ້ມຄອງ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຫຼື INGOs ຢູ່ ສປປ ລາວ, ໄດ້ລາຍງານໝາກຜົນຂອງການຮ່ວມມືລະຫວ່າງ ລັດຖະບານ ແລະ ອສບລ ໂດຍໃຫ້ເຫັນຈຸດດີຂອງບັນດາໂຄງການຊ່ວຍເຫຼືອ ຂອງ ອສບລ ໃນໄລຍະຜ່ານມາ ເຊິ່ງສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພໍສົມຄວນ, ບັນດາໂຄງການຊ່ວຍເຫຼືອສ່ວນໃຫຍ່ແມ່ນຕິດພັນກັບທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ, ມີຊ່ຽວຊານທີ່ມີບົດຮຽນໃນວຽກງານການພັດທະນາ ກໍ່ຄື ການຊ່ວຍ ເຫຼືອດ້ານມະນຸດສະທຳ ແລະ ການເຮັດວຽກກັບຊຸມຊົມໂດຍກົງ, ມີວິທີການຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມໃນການພັດ ທະນາຊຸມຊົນ ກໍ່ຄື ການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ແກ່ຊຸມຊົນ ແລະ ອື່ນໆ. ນອກຈາກນັ້ນ, ອສບລ ສ່ວນໃຫຍ່ແມ່ນສາມາດນຳໃຊ້ທຶນບໍ່ຫຼາຍ ແຕ່ໄດ້ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ໂດຍເຫັນໄດ້ບົດບາດດັ່ງກ່າວຂອງ ອສບລ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ເປີດໂອກາດໃຫ້ ອສບລ ເຂົ້າມາມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະ ກິດ- ສັງຄົມ ຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ, ມາເຖິງປັດຈຸບັນມີ 151 ອົງການ ທີ່ພວມຈັດຕັ້ງປະຕິບັດບັນດາໂຄງການ ຢູ່ເກືອບທຸກແຂວງໃນຂອບເຂດທົ່ວປະເທດ ແລະ ກວມເອົາຫຼາຍຂະແໜງການເຊັ່ນ: ຂະແໜງສາທາລະນະສຸກ, ສຶກສາທິການ ແລະ ກິລາ, ແຮງງານ ແລະ ສະຫວັດດີການສັງຄົມ (ກວມເອົາວຽກງານສີມືແຮງງານ, ເກັບກູ້ລະເບີດ, ຄົນພິການ, ໄພພິບັດ ແລະ ວຽກງານສຸກເສີນ), ກະສິກຳ ແລະ ປ່າໄມ້ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນການຮ່ວມມື ແລະ ຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ ໂດຍສະເພາະ ແມ່ນຂອດຂອງການປະສານງານ ລະຫວ່າງ ພາກລັດ ກັບ ອົງການ ຍັງບໍ່ໂລ່ງລ່ຽນ, ການດຳເນີນເອກະສານບາງໂຄງການໃຊ້ເວລາດົນ ຍັງບໍ່ທັນປະຕິບັດຕາມລະບຽບຂັ້ນຕອນເຊັ່ນ: ການປຶກສາຫາລື ກ່ອນຂຽນບົດສະເໜີໂຄງການຍັງບໍ່ທັນເຮັດໄດ້ດີ, ບາງໂຄງການກໍ່ບໍ່ໄປຕາມບູລິມະສິດຂອງຂະແໜງການ ແລະ ທ້ອງຖິ່ນເທົ່າທີ່ຄວນ.

ໃນກອງປະຊຸມດັ່ງກ່າວ ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກ ການນຳຂອງຂະແໜງການ ແລະ ທ້ອງຖິ່ນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຄຸ້ມຄອງ ອສບລ ແລະ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງ ອສບລ ມີປະສິດທິພາບ ແລະ ປະສິດທິຜົນກ່ວາເກົ່າ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລື ກ່ຽວກັບ ບັນຫາຕ່າງໆເພື່ອກະກຽມໃຫ້ແກ່ກອງປະຊຸມຮ່ວມກັບສາກົນ ໃນວັນທີ 14 ກັນຍາ ນີ້.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here