ຄະນະຜູ້ແທນສະພາແຫ່ງຊາດ ຣາຊະອານາຈັກກຳປູເຈຍ ເດີນທາງມາຮອດ ສປປ ລາວ ຮຽບຮ້ອຍແລ້ວ.

0
667

ຄະນະຜູ້ແທນສະພາແຫ່ງຊາດ ຣາຊະອານາຈັກກຳປູເຈຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດອັກຄະມະຫາໂປເຢຍ ຈັກກຣີເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ມາຢ້ຽມຢາມ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 14-16 ກັນຍາ 2022.

ໃນຕອນເຊົ້າວັນທີ 14 ກັນຍາ 2022, ພາຍຫລັງທີ່ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຢູ່ຕໍ່ໜ້າຫໍສະພາແຫ່ງຊາດລາວ ຢ່າງສົມກຽດ, ຈາກທ່ານ ໄຊສົມພອນ ພົມ ວິຫານ ພ້ອມດ້ວຍຮອງປະທານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ປະ ທານ-ຮອງປະທານກໍາມາທິການ, ຄະນະເລຂາທິການ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມພິທີຕ້ອນຮັບຢ່າງພ້ອມພຽງ ແລະ ສົມກຽດແລ້ວ, ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ແລະ ກຳປູເຈຍ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ໂດຍສອງຝ່າຍ ໄດ້ພ້ອມກັນປຶກສາຫາລືຫລາຍບັນຫາສໍາຄັນ ເປັນຕົ້ນ ຮ່ວມກັນຕີລາຄາຄືນກ່ຽວກັບສະພາບ ການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ກຳປູເຈຍ ກໍຄື ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ເປັນເອກະພາບກັນ ຕໍ່ກັບທິດທາງແຜນການໃນຕໍ່ໜ້າ, ຊຶ່ງສອງຝ່າຍ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທີ່ສອງປະທານສະພາແຫ່ງຊາດ ໄດ້ລົງນາມຮ່ວມກັນ ໃນປີ 2019 ໃຫ້ມີປະສິດທິຜົນຍິ່ງກວ່າເກົ່າ, ສືບຕໍ່ການແລກປ່ຽນຄະນະຜູ້ແທນນຳກັນໃນທຸກລະດັບ, ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການ ຈັດຕັ້ງປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ, ການສະໜັບສະໜູນກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ໃນເວລາພົບປະ, ສອງຝ່າຍ ໄດ້ເປັນເອກະພາບທີ່ຈະຮ່ວມມືກັນຊຸກຍູ້ ແລະ ສົ່ງເສີມ ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານ ຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບປະສິດຜົນສູງ ໂດຍສະເພາະ ແມ່ນການຊຸກຍູ້ລັດຖະ ບານ ທັງສອງປະເທດ ມີການບັນລຸການເຊັນສົນທິສັນຍາ ວ່າດ້ວຍເສັ້ນຊາຍແດນທີ່ໄດ້ປັກຫລັກໝາຍສຳເລັດ 86% ແລະ ສືບຕໍ່ເຮັດໃຫ້ເສັ້ນຊາຍແດນ ສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢ່າງຍືນຍົງ, ຕອບສະໜອງຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ.

ໂອກາດນີ້, ທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມເຊື້ອໝັ້ນວ່າ ດ້ວຍບົດຮຽນອັນອຸດົມສົມບູນ ຂອງປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ, ຝ່າຍກຳປູເຈຍ ຈະແລກປ່ຽນບົດຮຽນໃນການເປັນປະທານໄອປາ (AIPA) ຄັ້ງທີ 43 ຊຶ່ງຈະຈັດຂຶ້ນ ຢູ່ນະຄອນຫລວງພະນົມເປັນ ໃນເດືອນພະຈິກ 2022. ພ້ອມກັນນີ້, ສະພາແຫ່ງຊາດລາວ ມີຄວາມຍິນດີທີ່ຈະເຂົ້າຮ່ວມ ແລະ ສະໜັບສະໜູນ ສະ ພາແຫ່ງຊາດກໍາປູເຈຍ ເປັນເຈົ້າພາບກອງປະຊຸມ AIPA ຄັ້ງທີ 43 ແລະ ກອງປະຊຸມປິ່ນອ້ອມອື່ນໆ.ຫລັງຈາກພົບປະສອງຝ່າຍສຳເລັດແລ້ວ, ສອງປະທານສະພາແຫ່ງຊາດ ລາວ ແລະ ກຳປູເຈຍ ໄດ້ຮ່ວມກັນປູກຕົ້ນໄມ້ທີ່ລະນຶກ ຢູ່ສວນຂ້າງຫໍສະພາແຫ່ງຊາດ.ໃນໂອກາດດຽວກັນນີ້, ທ່ານປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ ກໍໄດ້ພົບປະກັນຄູ່ຮ່ວມຕໍາແໜ່ງ ຂອງສະພາແຫ່ງຊາດກຳປູເຈຍ ແລະ ສອງປະທານຄະນະມິດຕະພາບລັດຖະສະພາ ລາວ-ກໍາປູເຈຍ ແລະ ກຳປູເຈຍ-ລາວ ກໍໄດ້ພົບປະສອງຝ່າຍນຳກັນ ເພື່ອເສີມຂະຫຍາຍການຮ່ວມມືກັນ ໃຫ້ມີຄວາມເລິກເຊິ່ງກວ່າເກົ່າ.

ຂ່າວ-ພາບ: ຂັນໄຊ, ຂປລ

LEAVE A REPLY

Please enter your comment!
Please enter your name here