ເຂົ້າກັກພະຫະນະທີ່ລັກລອບເຂົ້າປະເທດ

0
10460

ຊົມເຊີຍ! ເຈົ້າໜ້າທີ່ພາສີ ປະຈຳແຂວງໄຊຍະບູລີ ໂດຍສະເພາະເຈົ້າໜ້າທີ່ພາສີຂະແໜງ ພສປ ປະຈຳຈຸດແກ້ງສາວ ເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ອອກກວດກາເຄື່ອນໄຫວວຽກງານຕາມພາລະບົດບາດ, ຄວາມຮັບຜິດຊອບ, ພ້ອມທັງຕິດຕາມແຫຼ່ງຂ່າວຕາມເສັ້ນທາງເມືອງປາກລາຍ ຫາ ເມືອງທົ່ງມີໄຊ ແຂວງໄຊຍະບູລີ, ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການລັກລອບນໍາເຂົ້າພາຫະນະ ເຂດຊາຍແດນປະເທດໃກ້ຄຽງ, ພົບເຫັນລົດ TOYOTA FOTUNER ຊຸກເຊື່ອງໄວ້ໃນສາງໂຮງງານໝາກເດືອຍເກົ່າຢູ່ເຂດບ້ານໃໝ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ຕາມການລາຍງານເບື້ອງຕົ້ນຂອງພາສີ ປະຈຳແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2022 ຜ່ານມານີ້, ເວລາ 20:30 ໂມງ, ພາສີ ປະຈໍາແຂວງໄຊຍະບູລີ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການລັກລອບນໍາເຂົ້າພາຫະນະ ເຂດຊາຍແດນປະເທດໃກ້ຄຽງບໍລິເວນເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ດັ່ງນັ້ນ, ຈຶ່ງໄດ້ອອກສົມທົບກັບເຈົ້າໜ້າທີ່ພາສີຂະແໜງ ພສປ ປະຈຳຈຸດແກ້ງສາວ ເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ອອກກວດກາເຄື່ອນໄຫວວຽກງານຕາມພາລະບົດບາດ, ຄວາມຮັບຜິດຊອບ, ພ້ອມທັງຕິດຕາມແຫຼ່ງຂ່າວຕາມ ເສັ້ນທາງເມືອງ ປາກລາຍ ຫາ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ, ໄດ້ພົບເຫັນພາຫະນະ 1 ຄັນ (ປະເພດລົດຈິບ, ຫຍີ່ຫໍ້ TOYO TA FOTUNER, ສີຂາວ, ປີຜະລິດ 2020, ຄວາມແຮງ 2400cc, ເລກຈັກ 2GDC791120, ເລກຖັງ MROAB3GS30558681) ຊຶ່ງກໍາລັງມີການປ່ຽນພວງມະໄລຈາກຂວາ ຫາ ຊ້າຍ.

ໃນການປະຕິບັດໜ້າທີ່ວິຊາສະເພາະຄັ້ງນີ້, ເຈົ້າໜ້າທີ່ພາສີໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 156 ແລະ ອຳນາດການປົກຄອງເມືອງທົ່ງມີໄຊ, ເຂົ້າທຳການກວດກາ, ພົບເຫັນພາຫະນະດັ່ງກ່າວ, ຈຶ່ງໄດ້ຂໍອະນຸຍາດກວດກາເອກະ ສານຂອງພາຫະນະບໍ່ພົບເອກະສານຫຼັກຖານອ້າງອີງ. ດັ່ງນັ້ນ,ຈຶ່ງໄດ້ຢຶດພາຫະນະຄັນດັ່ງກ່າວໄວ້ເປັນຂອງກາງ, ເພື່ອດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ. ສ່ວນລາຍລະອຽດກ່ຽວກັບການຢຶດພາຫະນະດັ່ງກ່າວທາງທີມຂ່າວສານການເງິນຈະໄດ້ລາຍງານນໍາສະເໜີເພີ່ມເຕີມຕາມພາຍຫຼັງ.

ແຫຼ່ງຂ່າວ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here